ນ​ັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ອາ​ສາ​ສະ​ໝັກບໍ​ລິ​ຈາກ​ເລືອດ

12:50 | 16/11/2022

ຍ​ສ​ໝ - ດ້ວຍ​ຈິດ​ໃຈ “ຢອດ​ເລືອດ ກູ້​ເອົາ​ຊີ​ວິດ”,ຫວ່າງແລ້ວນີ້, ສະ​ຖານ​ກົງ​ສູນ​ໃຫຍ່ລາວ ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ, ຫໍ​ພັກ​ນັກ​ສຶກ​ສາລາວ​ ແລະ ສູນ​ວຽກ​ງານ​ສັງ​ຄົມ ຊາວ​ໜຸ່ມ​ນະ​ຄອນ ​ພ້ອມ​ກັນ​ຈັດ​ຕັ້ງ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ ປີ 2022.

ແຂວງຢາ​ລາຍ​ ຈັດ​ຕັ້ງ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ “ຢາດ​ເລືອດເຂດ​ພູ​ພຽງ” ແຂວງຢາ​ລາຍ​ ຈັດ​ຕັ້ງ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ “ຢາດ​ເລືອດເຂດ​ພູ​ພຽງ”
ເດັກນ້ອຍລາວ ອາຍຸ 10 ປີ ກຳເປັນ ໂລກ​ຕາລາ​ເຊ​ມີ (ປ້າງ​ກິນ​ເລືອດ) ເດັກນ້ອຍລາວ ອາຍຸ 10 ປີ ກຳເປັນ ໂລກ​ຕາລາ​ເຊ​ມີ (ປ້າງ​ກິນ​ເລືອດ)
ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ
ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ

ການ​ເຄື່ອນ​ໄຫວ​ໄດ້​ຮ​ັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ນັກ​ສຶກ​ສາ​ລາວ, ນັກ​ສຶກ​ສາ​ກຳ​ປູ​ເຈຍ ແລະ ນັກ​ສຶກ​ສາ​ຫວຽດ​ນາມ 117 ຄົນ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ດ້ວຍ​ເລືອດ 161 ຖົງ.

ວັນ​ບຸນ​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ລາວ, ຫວຽດ​ນາມ - ກຳ​ປູ​ເຈຍ, ພ້ອມ​ທັງ​ຂ່ຳ​ນັບ​ຮັບ​ຕ້ອນ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​, ລາວ - ​ຫວຽດ​ນາມ ແລະ ປີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ, ກຳ​ປູ​ເຈຍ - ຫ​ວຽດ​ນາມ ປີ 2022, ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​ຊາດ​ລາ​ຊະ​ອາ​ນາ​ຈ​ັກ​ກຳ​ປູ​ເຈຍ (09/11/1953 – 09/11/2022), ສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ຊາດ ປະ​ເທດ ສ​ປ​ປ.ລາວ (2/12/1975 – 2/12/2022).

ຕາມ​ທ່ານ ​ເຈິ່ນ​ເຈື່ອງ​ເຊີນ​, ປະ​ທານ​ສະ​ພາ​ກາ​ແດງ​ນະ​ຄອນ​ໂຮ່​ຈີ​ມິນ​ແລ້ວ, ເພື່ອ​ມີ​ແຫຼ່ງ​ເລືອດ​ທີ່​ເປັນ​ປົກ​ກະ​ຕິ ແລະ ມ​ີ​ຄຸນ​ນະ​ພາບ ​ສະ​ໜອງ​ໃຫ້​ແກ່​ຄົນ​ເຈັບ, ຕ້ອງ​ການການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທັງ​ປະ​ຊາ​ຄົມ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ສົ່ງ​ເລືອດ.

ພິ​ເສດ, ຍາມ​ບຸນ​ເຕັດ, ບັນ​ດາ​ຜະ​ລິດ​ຕະ​ພັນ​ເລືອດ​ຮັບ​ໃຊ້​ວຽກ​ງານ​ສົ່ງ​ເລືອດ​ໃຫ້​ແກ່​ຄົນ​ເຈັບ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ຫາ​ຍາກ​ກ່​ວາ​ເກົ່າ. ໃນໄລ​ຍະ 28 ປີ​ຜ່ານ​ມາ, ນະ​ຄອນ​ໂຮ່​ຈີ​ມິນ​ໄດ້​​ຮັບ​ເລືອດ​ກ່​ວາ 3 ລ້ານ​ຖົງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກູ້​ເອົາ​ຊີ​ວິດ​ນັບ​ລ້ານ​ຄົນ.

ຊຸມ​ປີ​ມໍ່ໆ​ມາ​ນີ້, ສູນ​ບໍ​ລິ​ຈາກ​ເລືອດ​ມະ​ນຸດ​ສະ​ທຳ​ນະ​ຄອນ​ໂຮ່​ຈີ​ມິນ (ຂຶ້ນ​ກັບ​ສະ​ມາ​ຄົມ) ໄດ້​ເປີດ​ໂປຼ​ແກຼມ ຢອດ​ເລືອດ​ຄຳ ເພື່ອ​ແນ​ໃສ່​ປ່ຽນ​ແປງວິ​ທີ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ​ເລືອດ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຫັນ​ເປັນ​ດີ​ຈີ​ຕອນ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ບໍ​ລິ​ຈາກ​ເລືອດ.

ບຸນ​ຄົງ

302 Found

Found

The document has moved here.