ພົບປະແລກປ່ຽນນາຍທະຫານໜຸ່ມ ຫວຽດນາມ-ລາວ ປີ 2022

07:50 | 22/11/2022

ຫວ່າງແລ້ວນີ້, ຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ໄປຮອດນະຄອນຫຼວງວຽງຈັນ, ສປປ ລາວ, ເລີ່ມຕົ້ນການເຄື່ອນໄຫວທີ່ນອນໃນລາຍການ “ພົບປະແລກປ່ຽນນາຍທະຫານໜຸ່ມ ຫວຽດນາມ-ລາວ ປີ 2022” ຢ່າງເປັນທາງການ.

ນີ້ແມ່ນລາຍການແລກປ່ຽນຄະນະທີ່ດໍາເນີນເປັນປະຈໍາປີ, ນອນໃນຂົງເຂດຮ່ວມມືທີ່ພວມຜັນຂະຫຍາຍລະຫວ່າງກອງທັບສອງປະເທດ ຫວຽດນາມ-ລາວ. ຈຸດປະສົງຂອງລາຍການແມ່ນເພື່ອແນໃສ່ເພີ່ມທະວີຄວາມສາມັກຄີມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງນາຍທະຫານໜຸ່ມສອງປະເທດ, ປະກອບສ່ວນຮັກສາ ແລະພັດທະນາສາຍພົວພັນຮ່ວມມືຮອບດ້ານລະຫວ່າງລັດ, ປະຊາຊົນ ແລະກອງທັບສອງປະເທດ.

ສະຫາຍ ພັນເອກພິເສດ ເຈິ່ນຫວຽດນັງ ແລກປ່ຽນກັບສະຫາຍ ພົນຕີ ວໍລະສານ ວິລັດດາວົງ. ພາບ: qdnd.vn

ຫວ່າງແລ້ວນີ້, ຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບການນໍາກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ. ທີ່ສໍານັກງານກະຊວງປ້ອງກັນປະເທດລາວ, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ໄດ້ແນະນໍາໃຫ້ຄະນະ ຮັບຊາບກ່ຽວກັບປະຫວັດຄວາມເປັນມາໃນການສ້າງຕັ້ງ, ການພັດທະນາ, ພາລະບົດບາດ, ໜ້າທີ່ຂອງກອງທັບປະຊາຊົນລາວ ແລະຮູບແບບການກໍ່ສ້າງນາຍທະຫານຂອງກອງທັບປະຊາຊົນລາວ. ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ພ້ອມກັບນາຍທະຫານໜຸ່ມ ໄດ້ຫວນຄືນປະຫວັດສາດແຫ່ງການປະຕິວັດທີ່ສະຫງ່າອົງອາດ, ສະໜິດຕິດແໜ້ນລະຫວ່າງສອງປະເທດ. ຄຽງຂ້າງນັ້ນ, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ກໍ່ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງນາຍທະຫານໜຸ່ມຂອງສອງປະເທດ ກ່ຽວກັບການພົບປະແລກປ່ຽນ, ການຮ່ວມມືໃນປີ 2023.

ຄະນະຜູ້ແທນນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ຖ່າຍຮູບເປັນທີ່ລະນຶກພ້ອມກັບການນໍາກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ. ພາບ: qdnd.vn

ກ່າວຄໍາເຫັນທີ່ການເຮັດວຽກ, ສະຫາຍ ພັນເອກພິເສດ ເຈິ່ນຫວຽດນັງ ຫົວໜ້າຄະນະຊາວໜຸ່ມກອງທັບ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມຫວຽດນາມ ຢັ້ງຢືນວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະກອບສ່ວນສຶກສາອົບຮົມໃຫ້ແກ່ຊາວໜຸ່ມສອງປະເທດ ແລະຄວາມຕັດສິນໃຈຂອງນາຍທະຫານໜຸ່ມຂອງກອງທັບສອງປະເທດ ໃນການຮັກສາ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ພ້ອມທັງແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງກອງທັບແຕ່ລະປະເທດ.

ຄະນະຜູ້ແທນນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ວາງພວງມາລາຢູ່ອະນຸສາວະລີ ແລະຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ. ພາບ: qdnd.vn

ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ ແລະຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ. ໃນຂອບເຂດລາຍການ, ຄະນະຜູ້ແທນນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ຈະສືບຕໍ່ໄປຢ້ຽມຢາມ ແລະພົບປະແລກປ່ຽນກັບບາງອົງການກົມກອງຂອງລາວ; ຢ້ຽມຢາມບັນດາຮ່ອງຮອຍປະຫວັດສາດ, ທັດສະນີຍະພາບ; ພົບປະແລກປ່ຽນສິລະປະວັດທະນະທໍາ... ໃນນັ້ນ, ຈຸດພົ້ນເດັ່ນແມ່ນການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ “ຮ່ວມສາຍພູຫຼວງ - ນໍ້າໃຈໄມຕີຈິດມິດຕະພາບ”, ດ້ວຍການເຂົ້າຮ່ວມ ແລະຊີ້ນໍາຂອງສະຫາຍ ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ແລະສະຫາຍ ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເຊິ່ງຈະດໍາເນີນໃນວັນທີ 18 ພະຈິກ ປີ 2022.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.