ບ້ານເກີດເມືອງນອນສອງແຫ່ງ - ແມ່ສອງຄົນ
ວັນປ້ອງກັນບົດວິທະຍານິພົນຂອງ ພອນວິໄລ ອິນທະແສນ (ອາຍຸ 24 ປີ, ນັກສຶກສາລາວ ພວມຮ່ຳຮຽນຢູ່ມະຫາວິທະຍາໄລຄົມມະນາຄົມຂົນສົ່ງ, ຮ່າໂນ້ຍ) ມີຄວາມພິເສດກ່ວາເມື່ອທຽບກັບເພື່ອນໆ. ບໍ່ພຽງແຕ່ມີໝູ່ເພື່ອນ, ຄູອາຈານເທົ່ານັ້ນ ໃນວັນນີ້ ຍັງມີການປະກົດຕົວຂອງແມ່ຮັກຊາວຫວຽດ ອີກດ້ວຍ.
ແມ່ຮັກຂອງ ພອນວິໄລ ແມ່ນ ປ້າ ເຈິ່ນທິຮົ່ງລີ (ຢູ່ເຊີນໄຕ, ຮ່າໂນ້ຍ). ປ້າໄດ້ຕື່ນແຕ່ຕອນ 4 ໂມງເຊົ້າ, ຈັດແຈງກະກຽມເຄື່ອງນຸ່ງສຸພາບເພື່ອເຂົ້າຮ່ວມຈຸດເວລາທີ່ສຳຄັນຂອງລູກຊາຍ. ໃນມືຖືຊໍ່ດອກໄມ້ທີ່ສວຍງາມ ກັບຮອຍຍິ້ມເບີກບານ ເພື່ອເປັນກຳລັງໃຈໃຫ້ແກ່ລູກໃນການປ້ອງກັນບົດວິທະຍານິພົນ.
ໂດຍໄດ້ຮູ້ວ່າ, ພາຍຫຼັງມາຮຽນຢູ່ ຫວຽດນາມ, ພອນວິໄລ ອິນທະແສນ ໄດ້ມາຮຽນຢູ່ໂຮງຮຽນມິດຕະພາບ 80 (ເທດສະບານ ເຊີນໄຕ, ຮ່າໂນ້ຍ) ເພື່ອຮຽນກຽມພາສາຫວຽດ ປີໜຶ່ງ. ຍ້ອນຮູ້ພາສາຫວຽດ ໜ້ອຍໜຶ່ງ, ຈັ່ງຊັ້ນ ພອນວິໄລ ອິນທະແສນ ບໍ່ມີຊື່ໃນບັນຊີລາຍຊື່ນັກຮຽນທີ່ມີພໍ່ແມ່ຮັກຮັບລ້ຽງຢູ່ໂຮງຮຽນມິດຕະພາບ 80.
ປ້າ ເຈິ່ນທິຮົ່ງລີ ອວຍພອນລູກຮັກ ພອນວິໄລ ອິນທະແສນ (ຜູ້ທີ 2, ນັບແຕ່ເບື້ອງຊ້າຍ) ໃນພິທີຮັບໃບປະກາດ. (ພາບ: NVCC) |
ພອນວິໄລ ອິນທະແສນ ໄດ້ຂໍໃຫ້ ປ້າ ເຈິ່ນທິຮົ່ງລີ ຕົກລົງເປັນແມ່ຮັກຂອງຕົນ. “ມື້ນັ້ນ ແມ່ນຊຸດທຳອິດ, ພາຍຫຼັງຈັດຕັ້ງພິທີຮັບພໍ່ແມ່ຮັກ, ອາຈານປະຈຳຫ້ອງກໍເຊີນທຸກຄົນຂອງຫ້ອງ A8 ແລະ ແມ່ລ້ຽງມາເຮືອນກິນເຂົ້າ. ຂ້າພະເຈົ້ານັ່ງຢູ່ຂ້າງແມ່ ເຈິ່ນທິຮົ່ງລີ ແລະ ເວົ້າກັບເພິ່ນວ່າ: “ແມ່ເອີຍ, ລູກບໍ່ມີແມ່, ລູກຮູ້ສຶກນ້ອຍໃຈຫຼາຍ”. ໂດຍຄວາມຮູ້ສຶກອີຕົນຂ້າພະເຈົ້າ, ແມ່ ເຈິ່ນທິຮົ່ງລີ ຕອບມາວ່າ: “ພວກລູກຢາກເປັນລູກຮັກຂອງແມ່ບໍ່? ແລະ ຫຼັງຈາກນັ້ນ ຂ້າພະເຈົ້າກໍໄດ້ຮັບເປັນລູກຮັກຂອງແມ່”.
ພອນວິໄລ ຮູ້ສຶກໂຊກດີ ແລະ ມີຄວາມສຸກ. “ເມື່ອແມ່ຕົກລົງເຫັນດີຮັບຂ້າພະເຈົ້າເປັນລູກຮັກ ຂ້າພະເຈົ້າຮູ້ສຶກໄດ້ມີຄວາມອົບອຸ່ນ, ເໝືອນດັ່ງຕົນເອງໄດ້ກັບເມືອຢູ່ນຳພໍ່ແມ່ຂອງຕົນ. ຊື່ຫວຽດ “ເຈິ່ນກວຽດທັ້ງ” ກໍ່ແມ່ຊື່ໂດຍແມ່ຮັກຕັ້ງໃຫ້ຂ້າພະເຈົ້າ”.
ປ້າ ເຈິ່ນທິຮົ່ງລີ ແບ່ງປັນວ່າ: “ພາຍຫຼັງພິທີຮັບລູກລ້ຽງຢູ່ໂຮງຮຽນ, ຂ້າພະເຈົ້າໄດ້ພາລູກກັບເມືອເຮືອນແນະນຳກັບບັນດາສະມາຊິກໃນຄອບຄົວ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າໄດ້ພາລູກຂຶ້ນຫ້ອງບູຊາຂອງຄອບຄົວເພື່ອລາຍງານຕໍ່ບັນພະບຸລຸດ…”
ໂດຍໄດ້ຮູ້ວ່າ ແມ່ຂອງປ້າ ເຈິ່ນຮົ່ງລີ ກໍ່ໄດ້ກໍາເນີດເຕີບໃຫຍ່ຢູ່ລາວ, ແມ່ເຖົ້າເວົ້າພາສາລາວເກັ່ງຫຼາຍ. “ຂ້າພະເຈົ້າມັກພາລູກກັບມາຢາມແມ່. ເມື່ອລູກມາຢາມ, ແມ່ເຖົ້າດີໃຈຫຼາຍຍ້ອນໄດ້ທັກທາຍດ້ວຍພາສາລາວ. ຂ້າພະເຈົ້າ ແລະ ລູກໆກໍ່ຟ້ອນລຳວົງໃຫ້ແມ່ເຖົ້າໄດ້ຫວນຄືນໄລຍະດຳລົງຊີວິດຢູ່ລາວ”.
ປ້າ ເຈິ່ນທິຮົ່ງລີ (ຜູ້ທີ 5, ນັບແຕ່ເບື້ອງຊ້າຍ) ກັບລູກຮັກຂອງຕົນ (ພາບ: NVCC) |
ຄວາມຜາສຸກໃໝ່
ກໍ່ຢູ່ເທດສະບານເຊີນໄຕ (ຮ່າໂນ້ຍ), ຫຼາຍປີມານີ້, ຄອບຄົວລຸງ ຟານວັນບົ໊ນ (ຫົວໜ້າໜ່ວຍສະມາຄົມມິດຕະພາບ ຫວຽດນາມ - ລາວ ເທດສະບານ ເຊີນໄຕ) ກໍໄດ້ຮັບນັກສຶກສາລາວທີ່ຮ່ຳຮຽນຢູ່ໂຮງຮຽນມິດຕະພາບ 80 ນັບສິບຄົນເປັນລູກຮັກ.
ລຸງບົ້ນ ໄດ້ກຳເນີດຢູ່ວຽງຈັນ (ປະເທດລາວ). ເມື່ອມີອາຍຸ 17 ປີ, ລຸງໄດ້ກັບເມືອຫວຽດນາມດຳລົງຊີວິດ. ເລື່ອງຮັບລູກຮັກ, ຊ່ວຍເຫຼືອນັກສຶກສາລາວ, ກໍ່ແມ່ນວິທີການເພື່ອລຸງສະແດງຄວາມຮູ້ບຸນຄຸນ, ຕອບແທນຄຸນງາມຄວາມດີໃນຊຸມປີທີ່ດຳລົງຊີວິດ ຢູ່ປະເທດລາວ.
“ສະມາຊິກໃນໜ່ວຍສະມາຄົມສ່ວນຫຼາຍລ້ວນແຕ່ໄດ້ກຳເນີດ ແລະ ເຕີບໂຫຍ່ຢູ່ປະເທດລາວ. ການໄດ້ຮັບນັກສຶກສາລາວເປັນລູກຮັກ, ຕື່ມສະມາຊິກໃໝ່ໃນຄອບຄົວ ແມ່ນຄວາມຜາສຸກອັນໃຫຍ່ຫຼວງຂອງຄອບຄົວ”, ລຸງ ຟານວັນບົ໊ນ ແບ່ງປັນ.
ນ້ອງໆນັກສຶກສາລາວໃຕ້ທູບທຽນບູຊາບັນພະບູລຸດຢູ່ເຮືອນຂອງລຸງບົນ (ພາບ: NVCC) |
ໃນວັນພັກ ແລະ ວັນໃນອາທິດນ້ອງໆນັກສຶກສາລາວ ຈະມາຢ້ຽມຢາມພໍ່ຮັກແມ່ຮັກ, ຊ່ວຍເຮັດວຽກບ້ານ ແລະ ທຳຄວາມລຶ້ງເຄີຍກັບບັນດາຮີດຄອງປະເພນີໃນຄອບຄົວຫວຽດ.
ນີ້ກໍ່ແມ່ນໂອກາດເພື່ອໃຫ້ນັກສຶກສາລາວ ຝຶກຝົນຫຼໍ່ຫຼອມທັກສະໃນການທັກທາຍດ້ວຍພາສາຫວຽດ, ແລກປ່ຽນພາສາ ແລະ ວັດທະນະທຳ, ປະກອບສ່ວນເຂົ້າໃນການຍົກສູງລະດັບຄວາມຮູ້ໃນທຸກດ້ານ, ຈາກນັ້ນ ເຊື່ອມຕໍ່ນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ.
ໂຮງຮຽນມິດຕະພາບ 80 ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງເລກທີ 282/ກປສ ລົງວັນທີ 4 ມີນາ 1980 ຂອງກະຊວງສຶກສາທິການ ແລະ ກີລາ (ປະຈຸບັນແມ່ນກະຊວງສຶກສາທິການ ແລະ ບຳລຸງສ້າງ), ໂດຍມີໜ້າທີ່ຄຸ້ມຄອງ ແລະ ລ້ຽງນັກຮຽນມັດທະຍົມຕອນປາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນວັນທີ 6 ສິງຫາ 1988, ໂຮງຮຽນມິດຕະພາບ 80 ໄດ້ປ່ຽນຊື່ເປັນໂຮງຮຽນມິດຕະພາບ 80 ເພື່ອໃຫ້ເໝາະສົມກັບພາລະກິດການສອນການກະກຽມມະຫາວິທະຍາໄລສຳລັບນັກສຶກສາສາກົນ.
ການສະແດງວັດທະນະທໍາໂດຍນັກສຶກສາລາວ ຢູ່ໂຮງຮຽນມິດຕະພາບ 80 |
ມາຮອດປະຈຸບັນ, ໂຮງຮຽນມີໜ້າທີ່ ແລະ ວຽກງານບຳລຸງສ້າງພາສາຫວຽດນາມ ໃຫ້ບັນດານັກສຶກສາຕ່າງປະເທດລາວ ແລະ ກຳປູເຈຍ ມາຮ່ຳຮຽນຢູ່ບັນດາສະຖານທີ່ສຶກສາຢູ່ ຫວຽດນາມ. ຈັດຕັ້ງການສອບເສັງ ແລະ ອອກໃບຢັ້ງຢືນພາສາຫວຽດໃຫ້ຊາວຕ່າງປະເທດ. ການສອນລະດັບມັດທະຍົມຕອນປາຍ ໃຫ້ແກ່ນັກຮຽນຊົນເຜົ່າ, ນັກສຶກສາລາວນາໆຊາດ ແລະ ວິຊາອື່ນໆ ຕາມຮູບແບບໂຮງຮຽນກິນນອນຊົນເຜົ່າ. ຈັດຕັ້ງການຝຶກອົບຮົມ ແລະ ພັດທະນາວິຊາຊີບໃຫ້ແກ່ຄູອາຈານຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວິທະຍາສາດທຳມະຊາດ ແລະ ພາສາຫວຽດນາມ.
ໂຮງຮຽນດັ່ງກ່າວໄດ້ປະກອບສ່ວນຫຼາຍຢ່າງໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ສອງປະເທດບ້ານໃກ້ເຮືອນຄຽງ ລາວ-ກຳປູເຈຍ ແລະ ໃນການຝຶກອົບຮົມພະນັກງານເຂດພູດອຍ ແລະ ໝູ່ເກາະ. ມີນັກສຶກສາຂອງບັນດາເຜົ່າຫວຽດນາມເກືອບ 10.000 ຄົນ.
ນັກສຶກສາລາວຕ່າງປະເທດເກືອບ 5,000 ຄົນ ແລະນັກສຶກສາຕ່າງປະເທດກຳປູເຈຍເກືອບ 4,000 ຄົນ ໄດ້ສຶກສາ ແລະ ເຕີບໃຫຍ່ຢູ່ທີ່ນີ້. ໃນຊຸມປີມໍ່ໆມານີ້, ໂຮງຮຽນມິດຕະພາບ 80 ໄດ້ສົມທົບກັນປະຕິບັດບັນດາມາດຕະການແກ້ໄຂເພື່ອຍົກສູງຄຸນນະພາບການຝຶກອົບຮົມພາສາຫວຽດນາມ. ໂດຍສະເພາະ, ໂຮງຮຽນປະສານງານກັບອົງການຈັດຕັ້ງມິດຕະພາບເພື່ອປະຕິບັດໂຄງການເພື່ອຮັບເອົາຄອບຄົວສະຫນັບສະຫນູນນັກສຶກສາຕ່າງປະເທດ. ບັນດານັກສຶກສາສາກົນນັບຮ້ອຍຄົນໄດ້ຮັບການລ້ຽງດູໂດຍຄອບຄົວຢູ່ເມືອງ ເຊີນໄຕ. ໂຄງການແມ່ນໂອກາດເພື່ອໃຫ້ນັກສຶກສາສາກົນຝຶກອົບຮົມຫວຽດນາມ; ພ້ອມກັນນັ້ນ, ກໍ່ສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງນັກສຶກສາຕ່າງປະເທດກັບບັນດາຄອບຄົວຫວຽດນາມ, ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍ.
ພິທີຮັບຮອງເອົານັກສຶກສາສາກົນລາວຄັ້ງທີ 6 ໃນປີ 2022 |
ພິທີຮັບລູກລ້ຽງນັກສຶກສາສາກົນລາວຄັ້ງທີ 6 ໃນປີ 2022 |
ທ່ານນາງ ຟ້າມທິທູຕ ແລະ ລູກລ້ຽງສາວລາວ |
ນາງເລທິມິງເຫ້ວ ດູແລຊຸດອາພອນຂອງ "ລູກສາວ" ສຸລິຕາ - ນັກສຶກສາລາວ |
ບູນມີ