ຊອກຫາຄູ່ຮ່ວມມື ແລະເປີດກວ້າງຕະຫຼາດ

16:38 | 16/11/2022

ໂຮງງານ Z176 (ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ) ແມ່ນໜຶ່ງໃນບັນດາກົມກອງເຂົ້າຮ່ວມງານຕະຫຼາດນັດວາງສະແດງ “ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022” ທີ່ຫາກໍ່ດໍາເນີນຢູ່ສູນວາງສະແດງລາວ Itech, ນະຄອນຫຼວງວຽງຈັນ (ລາວ).

ຫວຽດນາມ - ສະຖານທີ່ລົງທຶນທີ່ປອດໄພ ແລະດູດດື່ມຂອງບັນດາວິສາຫະກິດເຢຍລະມັນ ຫວຽດນາມ - ສະຖານທີ່ລົງທຶນທີ່ປອດໄພ ແລະດູດດື່ມຂອງບັນດາວິສາຫະກິດເຢຍລະມັນ
ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ

ເມື່ອແລກ່ປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນ, ສະຫາຍພັນເອກພິເສດ ຟ້າມແອັງຕ໊ວນ, ຜູ້ອໍານວຍການໂຮງງານ Z176 ໃຫ້ຮູ້ວ່າ ໂຮງງານແມ່ນໜ່ຶງໃນບັນດາກົມກອງນໍາໜ້າກ່ຽວກັບການຜະລິດສິນຄ້າເສດຖະກິດສົ່ງອອກ ຂອງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ. ເລື່ອງເຂົ້າຮ່ວມງານຕະຫຼາດນັດວາງສະແດງຄັ້ງນີ້ ມີຄວາມໝາຍສໍາຄັນໃນການໂຄສະນາເຜີຍແຜ່ຄວາມສາມາດ, ເປີດກວ້າງຕະຫຼາດຂອງໂຮງງານ.

ສະຫາຍພັນເອກພິເສດ ຟ້າມແອັງຕ໊ວນ. ພາບ: qdnd.vn

ໃນໄລຍະເກືອບ 3 ປີຜ່ານມາ, ພວກຂ້າພະເຈົ້າ ໄດ້ຮັກສາລະດັບເຕີບໂຕສະເລ່ຍແມ່ນກວ່າ 20%/ປີ. ປີ 2021, ລາຍຮັບຈາກການສົ່ງອອກ ບັນລຸ 70 ລ້ານໂດລາສະຫະລັດ, ຄາດວ່າ ປີ 2022 ລາຍຮັບຈາກການສົ່ງອອກບັນລຸ 80 ລ້ານໂດລາສະຫະລັດ. ໜຶ່ງໃນບັນດາປັດໄຈສໍາຄັນເພື່ອໃຫ້ໂຮງງານ Z176 ຢ້ັງຢືນທີ່ຕັ້ງຂອງຕົນໃນຕະຫຼາດການຄ້າ ແລະກາຍເປັນຕາໂສ້ໃນຕ່ອງໂສ້ການສະໜອງທ່ົວໂລກນັ້ນແມ່ນກໍານົດໄດ້ຄວາມຮຽກຮ້ອງຕ້ອງການຂອງຄູ່ຮ່ວມມື, ກໍາແໜ້ນຄວາມຕ້ອງການຂອງຕະຫຼາດ ເພື່ອດັດປັບການອອກແບບ, ຮັບປະກັນຄວາມຄືບໜ້າມອບສົ່ງສິນຄ້າໄວທີ່ສຸດ, ມີລາຄາແກ່ງແຍ່ງ ແລະຄຸນນະພາບກໍ່ພໍດີ. ດ້ວຍຈິດໃຈເປັນເຈົ້າການ, ປະດິດຄິດສ້າງ, ແຕ່ລະປີ ໂຮງງານສາມາດຜະລິດຜະລິດຕະພັນສົ່ງອອກປະເພດຕ່າງໆ ໄດ້ນັບສິບລ້ານອັນ.

ພວກຂ້າພະເຈົ້າ ນໍາເອົາຜະລິດຕະພັນຈໍານວນໜຶ່ງ ໂດຍໂຮງງານຜະລິດເອງ ມາວາງສະແດງຢູ່ທີ່ນີ້. ຄື: ຖົງເປ້, ຕູບ, ຖົງ, ກັບ... ເຊິ່ງໄດ້ສົ່ງອອກໄປຍັງບັນດາປະເທດເອີລົບ, ອາເມລິກາ ດ້ວຍຈຳນວນຫຼາຍ... ດ້ວຍຄວາມປາດຖະໜາຢາກຮັບເອົາຄຳເຫັນປະກອບຈາກລູກຄ້າ, ເຊື່ອມຕໍ່ການແລກປ່ຽນການຄ້າ.

ຮ້ານວາງຂາຍສິນຄ້າຂອງໂຮງງານ Z176 ທີ່ງານຕະຫຼາດນັດວາງສະແດງ “ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022” ດຶງດູດຜູ້ຢ້ຽມຊົມເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn

ໃນຊຸມປີຜ່ານມາ, ໂຮງງານ Z176 ຍາມໃດກໍ່ກໍານົດໜ້າທີ່ປ້ອງກັນຊາດ ແມ່ນໜ້າທີ່ການເມືອງຈຸດສຸມຂອງທ່ົວກົມກອງ. ໃນໄລຍະຈະມາເຖິງ, ໂຮງງານ ຈະສຸມໃສ່ການຄົ້ນຄວ້າ, ພັດທະນາຜະລິດຕະພັນໃໝ່ຮັບໃຊ້ການປ້ອງກັນຊາດ, ເສດຖະກິດ ແລະການສົ່ງອອກ. ໂຮງງານ ໃຫ້ບຸລິມະສິດລົງທຶນຢ່າງເໝາະສົມ, ສ້າງກອງທຶນພັດທະນາວິທະຍາສາດ, ເຕັກໂນໂລຢີ, ຫັນຫ້ອງທົດລອງເປັນທັນສະໄໝ ເພື່ອຮັບໃຊ້ໜ້າທີ່ນີ້ໃຫ້ດີທີ່ສຸດ.

ປີ 2022, ໂຮງງານ Z176 ໄດ້ຮັບການຕີລາຄາຈາກກຸ່ມບໍລິສັດ Decathlon (ຝຣັ່ງ) ວ່າແມ່ນຄູ່ຮ່ວມມືຍຸດທະສາດ ແລະແມ່ນໜຶ່ງໃນບັນດາບໍລິສັດສະໜອງຫັນປ່ຽນຜະລິດຕະພັນໄວ. ນັບຕ່ປີ 2022, ກຸ່ມບໍລິສັດ Decathlon ໄດ້ຮ່ວມມືກັບພາກສ່ວນຄົ້ນຄ້ວາພັດທະນາຜະລິດຕະພັນຂອງໂຮງງານ ເພື່ອພັດທະນາກາຍເປັນສູນອອກແບບຖົງແປ້, ຖົງຈະນໍາມາເຊິ່ງກາລະໂອກາດເພື່ອໃຫ້ກົມກອງ ເປັນເຈົ້າການອອກແບບບັນດາຜະລິດຕະພັນໃໝ່, ມີຄວາມສາມາດແກ່ງແຍ້ງດີກວ່າ.

ໃນໄລຍະ 5 ປີຜ່ານມາ, ໂຮງງານ ໄດ້ພັດທະນາຜະລິດຕະພັນໃໝ່ 124 ປະເພດ ສຳເລັດຜົນ. ປັດຈຸບັນ, ຜະລິດຕະພັນຂອງໂຮງງານ ໄດ້ສົ່ງອອກໄປຍັງ 31 ປະເທດ ແລະສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ລູກຄ້າ.

ກອ​ງ​ທັບ​

302 Found

Found

The document has moved here.