ສາຍໄຍເຊືື່ອມຕໍ່ໄມຕິຈິດມິດຕະພາບຫວຽດນາມ - ລາວ

10:24 | 12/11/2022

ຍສໝ - ເຊິ່ງໄດ້ສ້າງຕັ້ງແຕ່ປີ 2009, ມາຮອດປະຈຸບັນ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍງວຽນ ມີສະມາຊິກ 130.000 ກວ່າຄົນ ແລະ ນັບມື້ນັບເພີ່ມຂຶ້ນ ກັບບັນດາກິດຈະກໍາທີ່ຟົດເຟືອນ, ແທດຈິງ ແລະ ມີປະສິດທິຜົນ ເໝືອນສາຍໄຍໄຫຼຕໍ່ເນື່ອງເຊື່ອມຕໍ່ໄມຕີຈິດມິດຕະພາບລະຫວ່າງຫວຽດນາມ-ລາວ, ລະຫວ່າງ ແຂວງຖາຍງວຽນ ກັບບັນດາແຂວງ, ນະຄອນຂອງປະເທດເພື່ອນບ້ານ.

ເພີ່ມພູນຄູນສ້າງໃຫ້ສາຍພົວພັນພິເສດຫວຽດ-ລາວ

ໃນວັນບຸນ ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງຖາຍງວຽນ ປະສານສົມທົບກັບວິທະຍາໄລ ຖາຍງວຽນ ຈັດງານຕ້ອນຮັບບຸນປີໃຫມ່ ແລະ Chol Chnam Thmay ໃຫ້ບັນດານັກຮຽນລາວ, ກໍາປູເຈຍ ທີ່ກໍາລັງຄົ້ນຄ້ວາ, ຮໍ່າຮຽນສຶກສາຢູ່ 11 ໂຮງຮຽນໃນເທດສະບານແຂວງຖາຍງວຽນ ຕາມຮີດຄອງປະເພນີ, ທ່ານ ໂດ້ແມ້ງຮຸ່ງ ອໍານວຍການບໍລິສັດຮຸ່ງຖາຍຈໍາກັດຜູ້ດຽວ (ດ້າຍຕື່,ຖາຍງວຽນ) ກໍ່ໄດ້ເຂົ້າຮ່ວມງານນໍາ.

ອົງການຄືນອາຍຸເຍົາໄວ ອຸປະຖຳເຄື່ອງກອງນ້ຳ 1.200 ເຄື່ອງ ໃຫ້ບັນດາຄອບຄົວທຸກຍາກຢູ່ແຂວງ ກວາງບິ່ງ

ຫຼາຍປີທີ່ຜ່ານມາ ທ່ານ ຮຸ່ງ - ສະມາຊິກຄົນໜຶ່ງຂອງສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງຖາຍງວຽນ ເຊິ່ງບໍ່ຄ່ອຍມີມື້ຂາດໃນບັນດາເຫດການໃດໆຂອງສະມາຄົມ. ຍິ່ງກວ່ານັ້ນ, ບາງທີມາປະຊຸມລາວຍັງເອົາເມຍ ແລະ ລູກນ້ອຍມານໍາ.

ທ່ານ ຮຸ່ງ ເລົ່າວ່າ: ຫວຽດນາມ ແລະ ລາວ ເປັນສອງປະເທດທີ່ມີສາຍພົວພັນພິເສດ, ໄດ້ຮ່ວມທຸກຮ່ວມສຸກ, ເປັນຕາຍກໍ່ມີກັນໃນຕະຫຼອດໄລຍະປະຫວັດສາດການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ, ຈັກກະພັດອາເມລີກາ ກໍ່ຄືໃນໄລຍະປ້ອງປັຮັກສາ ແລະ ສ້າງສາ, ພັດທະນາປະເທດຊາ. ຍ້ອຍແນວນັນ, ລາວກາຍເປັນສະມາຊິກສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງຖາຍງວຽນ ບໍ່ແມ່ນເພື່ອ "ຫາຊື່ສຽງ, ຫາຜົນປະໂຫຍດ", ແຕ່ຢາກປະກອບສ່ວນເລັກໆນ້ອຍໆຂອງຕົນເອງເພື່ອສືບຕໍ່ການເພີ່ມພູນຄູນສ້າງໃຫ້ສາຍພົວພັນພິເສດ ລະຫວ່າງ ປະຊາຊົນສອງຊາດໃຫ້ນັບມື້ນັບພັດທະນາ, ສວຍສົດງົດງາມ, ໝັ້ນຄົງທະນົງແກ່ນ ແລະ ສົ່ງຕໍ່ໃຫ້ຄົນຮຸ່ນຫຼັງ.

ກໍຍ້ອນເຫດຜົນນີ້ ໃນເວລາຜ່ານມາວິສາຫະກິດຊາຮຸ່ງຖາຍ ຂອງທ່ານ ໂດ້ແມ້ງຮຸ່ງ ໄດ້ມີການປະກອບສ່ວນຢ່າງຕັ້ງຫນ້າ, ພ້ອມກັບສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງຖາຍຫງວຽນ ປູກລ້ຽງໜໍ່ແໜງໄມຕີຈິດມິດຕະພາບ, ເບິ່ງແຍງບັນດານັກຮຽນລາວທີ່ກໍາລັງຄົ້ນຄວ້າຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ ແລະ ວິທະຍາໄລໃນເທດສະບານແຂວງຖາຍງວຽນ.

ອົງການຄືນອາຍຸເຍົາໄວ ອຸປະຖຳເຄື່ອງກອງນ້ຳ 1.200 ເຄື່ອງ ໃຫ້ບັນດາຄອບຄົວທຸກຍາກຢູ່ແຂວງ ກວາງບິ່ງ

ເມື່ອເວົ້າເຖິງຄວາມປາຖະໜາຂອງຕົນ, ທ່ານ ຮຸ່ງ ຫວັງວ່າສູນກາງສະມາຄົມຫວຽດນາມ-ລາວ ແລະ ສະມາຄົມ ມິດຕະພາບ ຫວຽດນາມ - ລາວ ແຂວງຖາຍງວຽນ ຈະເປັນຂົວຕໍ່ໃຫ້ວິສາຫະກິດຂອງຕົນສາມາດຊອກຮູ້, ເຂົ້າໃກ້ກັບຕະຫຼາດລາວ. ຜ່ານນັ້ນ ກໍສາມາດແຜ່ກະຈາຍບັນດາຜະລິດຕະພັນກໍ່ຄືວັດທະນາທໍາຂອງຖາຍງວຽນ ໄປເຖິງບັນດາແຂວງ, ນະຄອນຂອງປະເທດເພື່ອນລາວ.

ບໍ່ພຽງແຕ່ທ່ານ ໂດ້ແມ້ງຮຸ່ງ, ສະມາຊີກ 130.000 ກວ່າຄົນຂອງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງຖາຍງວຽນ ເມື່ອເຂົ້າຮ່ວມເປັນສະມາຊິກຂອງສະມາຄົມກໍ່ມີເປົ້າໝາຍລວມແມ່ນຢາກໃຫ້ສາຍພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ-ລາວ ໄດ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ. ໃນຫຼາຍປີທີ່ຜ່ານມາ ໄດ້ມີຫຼາຍກິດຈະກໍາທີ່ຟົດເຟື້ອ, ແທດຈິງ ແລະ ມີປະສິດທິຜົນຂອງສະມາຄົມໃນຫຼາຍຂົງເຂດຄື ການສຶກສາ, ວັດທະນາທໍາ, ທ່ອງທ່ຽວ, ກິລາ... ລ້ວນແຕ່ໄດ້ມີການເຂົ້າຮ່ວມຂອງສະມາຊິກຫຼາຍຄົນຢ່າງສຸດອົກສຸດໃຈ.

ພິເສດໃນຂົງເຂດການສຶກສາ, ຖາຍງວຽນ ພວມເປັນສູນກາງບໍໍາລູງສ້າງຊັບພະຍາກອນມະນຸດໃຫ້ລາວ. ຕາມຄໍາເລົ່າຂອງທ່ານ ເຢືອງແມັ້ງຫວຽດ, ຫົວຫນ້າຄະນະປະສານງານທະຫານອາສາສະໝັກ - ຊ່ຽວຊານການທະຫານ ຢູ່ ລາວ ແຂວງຖາຍງວຽນ ແລ້ວ, ໃນເບື້ອງຕົ້ນເມື່ອສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງຖາຍງວຽນ ສ້າງຕັ້ງໃຫ່ມ, ທົ່ວແຂວງມີຈໍານວນນັກຮຽນລາວຍັງບໍ່ຮອດ 30 ຄົນ. ຫຼັງຈາກນັ້ນ ສະມາຄົມໄດ້ປະສານສົມທົບກັບບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລໃນເທດສະບານແຂວງຖາຍງວຽນ ແລະ ໄປຫາຫຼາຍແຂວງ, ນະຄອນຂອງລາວເພື່ອຮັບສະໝັກນັກຮຽນ. ຮອດປະຈຸບັນ ແຂວງຖາຍງວຽນ ມີນັກຮຽນລາວ 1.400 ກວ່າຄົນ ທີ່ກໍາລັງຮໍ່າຮຽນຢູ່ 11 ໂຮງຮຽນ. ຖ້າບໍ່ມີຜົນກະທົບຂອງພະຍາດ COVID-19, ຈໍານວນນັກຮຽນລາວຢູ່ຖາຍງວຽນ ກໍ່ຍັງຫຼາຍກວ່າອີກ.

ໂດຍປະຕິບັດຕາມທິດນໍາຫັນປ່ຽນໃຫ້ມີລັກສະນະສັງຄົມ, ຫັນການຈັດຕັ້ງ ແລະ ກິດຈະກໍາມິດຕະພາບປະຊາຊົນເປັນຫຼາຍຮູບຫຼາຍແບບນັ້ນ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງຖາຍງວຽນ ໄດ້ປະສານສົມທົບກັບບັນດາ ໂຮງຮຽນເພື່ອເອົາໃຈໃສ່ເຖິງວຽກງານການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຂອງນັກຮຽນຕ່າງປະເທດ.

ອົງການຄືນອາຍຸເຍົາໄວ ອຸປະຖຳເຄື່ອງກອງນ້ຳ 1.200 ເຄື່ອງ ໃຫ້ບັນດາຄອບຄົວທຸກຍາກຢູ່ແຂວງ ກວາງບິ່ງ

ທ່ານ ຫງວຽນ​ດາກນາງ​, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແຂວງ ໄທ​ງວຽນ

ໃນນັ້ນຫຼາຍໂຮງຮຽນກໍປະຕິບັດລາຍການ "Homestay - ຮັບເອົານັກຮຽນລາວໄປຢູ່ນໍາປະຊາຊົນ" ເພື່ອຍົກລະດັບພາສາຫວຽດ ແລະ ແລກປ່ຽນວັດທະນະທໍາ. ສະມາຊິກຫຼາຍຄົນຂອງສະມາຄົມໄດ້ຮັບເປັນຜູ້ອຸປະກາລະຂອງບັນດາຮຽນຕ່າງປະເທດ, ຫ່ວງໄຍເຂົາຄືລູກ, ຄືນ້ອງໃນຄອບຄົວ, ຮັບພວກນ້ອງກັບມາບ້ານດໍາເນີນຊີວິດໃນວັນທ້າຍອາທິດ ຫຼື ວັນ ເທດສະການຕ່າງໆ.

ປີ 2021, 2022, ເພື່ອໃຫ້ແທດເໝາະກັບສະພາບການແຜ່ລະບາດຂອງພະຍາດ COVID-19 ແລະ ຮັບປະກັນສຸຂະພາບ, ຄວາມປອດໄພໃຫ້ນັກຮຽນຕ່າງປະເທດນັ້ນ ລາຍການໄດ້ມີການປ່ຽນແປງ. ແທນໃຫ້ການມາຢູ່ເຮືອນນໍາປະຊາຊົນ, ບັນດານັກຮຽນຕ່າງປະເທດໄດ້ຫັນທິດມາຢູ່ໂຮງຮຽນ ດ້ວຍບັນດາກິດຈະກໍາດ້ານວັດທະນະທໍາ, ກິລາທີ່ເໝາະສົມ. ບັນດາສະມາຊິກຂອງສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍງວຽນ ພ້ອມກັບຄູອາຈານມາຢາມຢູ່ຫໍພັກເພື່ອເບິ່ງແຍງ ແລະ ຊ່ວຍເຫຼືອນ້ອງໆທຸກຄົນ.

ພິເສດໃນໂອກາດບຸນປີໃຫມ່ຫວຽດນາມ, ຍ້ອນພະຍາດລະບາດ, ນັກຮຽນຕ່າງປະເທດກັບເມືອປະເທດບໍ່ໄດ້, ສະມາຄົມ ມິດຕະພາບຫວຽດນາມ-ລາວ ແຂວງຖາຍງວຽນ ໄດ້ຂົນຂວາຍໃຫ້ສະມາຊິກມາມອບຂອງຂວັນປີໃຫມ່ໃຫ້ນ້ອງໆ ນັກຮຽນ, ບັນດາຄະນະຜູ້ແທນຂອງແຂວງ, ເມືອງ, ນະຄອນໄດ້ໄປແຕ່ລະໂຮງຮຽນເພື່ອອວຍພອນປີໃຫມ່, ມອບຂອງຂວັນໃຫ້ນັກຮຽນຕ່າງປະເທດທັງຫມົດ.ໃນກະຕ່າຂອງຂັວນມີເຂົ້າຕົ້ມ, ເຂົ້າໜົມ ແລະ ເງິນອັງເປົ່າ.

ສາຍໄຍຈະໄຫຼຕະຫຼອດໄປ

ຕາມທ່ານ ຫງວຽນນັງດັກ ຮອງປະທານຜູ້ປະຈໍາສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍງວຽນ ແລ້ວ, ສະມາຊິກ 130.000 ກວ່າຄົນຂອງສະມາຄົມທີ່ດໍາເນີນຊິວີດຢູ່ບັນດາສາຂາສະມາຄົມ ຂຶ້ນກັບ 7 ເມືອງ ແລະ 21 ສະມາຊີກທີ່ເປັນໝູ່ຄະນະ. ຈໍານວນສະມາຊິກບໍ່ຢຸດຢູ່ທີ່ບັນດາຄົນເປັນນັກຮົບເກົ່າ, ທະຫານອາສາສະໝັກ, ຊ່ຽວຊານທີ່ເຮັດວຽກ ແລະ ຕໍ່ສູ້ໃນສະໜາມຮົບຢູ່ລາວເທົ່ານັ້ນ ຫາກຍັງມີການເຂົ້າຮ່ວມຂອງອະດີດຊາວໜຸ່ມອາສາສະໝັກ, ພະນັກງານ, ລັດຖະກອນ, ກໍາມະກອນ, ຊາວນາ ທີ່ຂຶ້ນກັບຫຼາຍພາກສ່ວນໃນສັງຄົມ.

ມີຖັນແຖວສະມາຊິກທີ່ຄັບຄາໜາແໜ້ນ ແລະ ຍັງໄດ້ເປີດກວ້າງຢ່າງບໍ່ຢຸດຢັ້ງປຽບເໝືອນສາຍໄຍທີ່ໄຫຼຕະຫຼອດໄປ, ທ່ານດັກ ໄດ້ອະທິບາຍວ່າກ່ອນອື່ນແມ່ນຍ້ອນຄວາມເອົາໃຈໃສ່, ຊ່ວຍເຫຼືອຂອງການນໍາແຂວງ. ຕໍ່ມາ, ສະມາຄົມໄດ້ດໍາເນີນການໂຄສະນາ, ຂົນຂວາຍບັນດາເມືອງ, ສະມາຊີກໝຸ່ຄະນະ, ສະມາຄົມນັກຮົບເກົ່າ, ບັນດາໂຮງຮຽນມະຫາວິທະຍາໄລ ແລະ ມັດທະຍົມວິຊາຊີບໃນເທດສະບານແຂວງ, ລວມທັງໂຮງຮຽນທີ່ບໍ່ມີນັກຮຽນລາວ, ຫຼາຍວິສາຫະກິດ ກໍ່ກາຍເປັນສະມາຊິກຂອງສະມາຄົມ, ເຂົ້າຮ່ວມຢ່າງຕັ້ງຫນ້ານັບທັງດ້ານວັດຖຸ ແລະ ຈິດໃຈ.

ອົງການຄືນອາຍຸເຍົາໄວ ອຸປະຖຳເຄື່ອງກອງນ້ຳ 1.200 ເຄື່ອງ ໃຫ້ບັນດາຄອບຄົວທຸກຍາກຢູ່ແຂວງ ກວາງບິ່ງ

"ເພື່ອກາຍເປັນສະມາຊິກຂອງສະມາຄົມບໍ່ໄດ້ຮຽກຮ້ອງເງື່ອນໄຂໃດໆ, ພຽງແຕ່ວ່າມີນໍ້າໃຈເສີມສ້າງໃຫ້ສາຍພົວພັນມິດຕະພາບລາວ - ຫວຽດນາມ. ກໍ່ຍ້ອນແນວນັ້ນ, ສະມາຄົມລະດົມໄດ້ສະມາຊິກຫຼາຍຄົນເຂົ້າຮ່ວມຢ່າງຕັ້ງຫນ້າ.

ບັນດາສະມາຊິກເມື່ອເຂົ້າຮ່ວມສະມາຄົມລ້ວນແຕ່ໄດ້ຮຽນກົດລະບຽບ ແລະ ດໍາເນີນຊີວິດຕາມກົດລະບຽບ. ບັນດາສາຂາສະມາຄົມຮາກຖານຈັດຕັ້ງປະຕິດບັດເລື່ອງນີ້ເປັນຢ່າງດີ, ຍົກເວັ້ນໄລຍະເວລາພະຍາດ COVID-19 ທີ່ກໍາລັງເຄັ່ງຕຶງ. ເຖິງວ່າໃນເບື້ອງຕົ້ນມີບາງສາຂາສະມາຄົມຮາກຖານຍັງມີການເຄື່ອນໄຫວສັບສົນ, ແຕ່ສະມາຄົມລ້ວນແຕ່ໃຫ້ຄວາມຊ່ວຍເຫຼືອ, ຕິດຕາມ", ທ່ານ ຫງວຽນນັງດັກ ໃຫ້ຮູ້.

ສິ່ງທີ່ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍງວຽນ ພາກພູມໃຈແມ່ນກ່ອນຫນ້ານີ້ ປະຊາຊົນໃນເທດສະບານແຂວງຖາຍງວຽນ ບໍ່ໄດ້ຮູ້ຈັກສະມາຄົມແມ່ນອົງການໃດ, ແຕ່ຮອດປະຈຸບັນແມ່ນໃຜໆກໍ່ຮູ້ຈັກ.

"ສະມາຄົມພັດທະນາໄປເຖິງແຕ່ລະຕາແສງ, ແຕ່ລະຕາແສງແມ່ນຮອງປະທານຄະນະກໍາມະການປະຊາຊົນຕາແສງເປັນຫົວຫນ້າ. ແນ່ນອນວ່າເຮັດໄດ້ແນວນັ້ນບໍ່ແມ່ນງ່າຍ ຕ້ອງມີການໂຄສະນາ, ຂົນຂວາຍທີ່ດີ. ຕົວຢ່າງ, ຄະນະໂຄສະນາສຶກສາ ຄະນະພັກແຂວງ ໃນແຕ່ລະເທື່ອມີປະຊຸມ, ພົບປະ, ພິເສດແມ່ນກັບສື່ມວນຊົນ, ຕ້ອງໄດ້ແນະນໍາກ່ຽວກັບສະມາຄົມເຮົາຕະຫຼອດ. ກໍຄ້າຍຄືແບບນັ້ນ, ແນວໂຮມປະເທດຊາດຫວຽດນາມ ແຂວງຖາຍງວຽນ ກໍໄດ້ໂຄສະນາກ່ຽວກັບສະມາຄົມ ແລະ ບັນດາກິດຈະກໍາຂອງສະມາຄົມເທິງບັນດາເວທີປາໄສ... ເມື່ອເຮັດຄືແນວນັ້ນ, ປະຊາຊົນກໍມີຄວາມປະທັບໃຈ, ຮູ້ສືກເຂົາໃຈໄດ້ເຖິງບົດບາດຂອງສະມາຄົມ, ຊອກຮູ້, ເຫັນວ່າເໝາະສົມກໍເຂົ້າຮ່ວມ", ທ່ານ ງວຽນນັງດັກ ເລົ່າ.

ທ່ານໃຫ້ຮູ້ວ່າສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງ ຖາຍງວຽນ ມີລາຍການພັດທະນາຢ່າງຕໍ່ເນື່ອງ. ໄລຍະຈະມາເຖິງນີ້ ສະມາຄົມຈະສືບຕໍ່ເປີດກວ້າງເຖິງບັນດາໂຮງຮຽນມັດທະຍົມ, ໂຮງຮຽນວິຊາຊີບຕ່າງໆ, ພ້ອມກັນນັ້ນ ກໍຈະສົມທົບກັບບັນດາວິສາຫະກິດ ແລະ ສະມາຄົມວິສາຫະກິດເພື່ອອໍານວຍຄວາມສະດວກໃນການເຊື່ອມຕໍ່, ເຄື່ອນໄຫວຢູ່ລາວ.

ປີ 2022 ແມ່ນປີພິເສດ, ຕ້ອນຮັບປີສາມັກຄີມິດຕະພາບຫວຽນາມ - ລາວ, ສະເຫຼີສະຫຼອງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິຕະພາບ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ຄົບຮອບ 45 ປີ, ຍ້ອນແນວນັ້ນ ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງຖາຍງວຽນ ກໍໄດ້ມີຫຼາຍກິດຈະກໍາຄື ຈັດງານສະຫຼອງບຸນປີໃຫມ່ໃຫ້ນັກຮຽນລາວ; ງານສິລະປະຂັບຮ້ອງເຍົາວະຊົນຫວຽນາມ - ລາວ; ມິດຕິງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽນາມ-ລາວ; ຈັດຕັ້ງໃຫ້ຄະນະຈຳນວນໜຶ່ງໄປຢາມສະໜາມຮົບເກົ່າຢູ່ລາວ, ໄປແຂວງແຮກສ່ຽວ ຫຼວງພະບາງ ຈັດລາຍການ Homestay...

"ແຕ່ລະປີສະມາຄົມມີຫຼາຍກວ່າ 10 ເຫດການ, ສະເພາະປີ 2022 ບັນດາເຫດການນີ້ໄດ້ຍົກລະດັບກວ່າ. ການນໍາສະມາຄົມກໍໄດ້ເຮັດວຽກກັບບັນດາອົງການເພື່ອສະແດງໃຫ້ເຫັນປີສາມັກຄີພິເສດຫວຽດນາມ - ລາວ ຢ່າງຟົດຟື້ນ", ສະມາຄົມ ມິດຕະພາບຫວຽດນາມ - ລາວ ແຂວງຖາຍງວຽນ ໃຫ້ຊາບ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.