ການພົວພັນ ລະຫວ່າງລາວ-ຫວຽດນາມ ຈະຫັນໄປສູ່ໜ້າປະຫວັດສາດໃໝ່ທີ່ສວຍສົດງົດງາມ, ແທດຈິງ ແລະ ມີປະສິດທິຜົນກວ່າ

07:44 | 22/11/2022

ຍສໝ - ນັ້ນແມ່ນການພິນິດໄສສຳຄັນຂອງທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໃນການຕອບສໍາພາດນັກຂ່າວຂອງວາລະສານ ຍຸກສະໄໝ ກ່ຽວກັບການພົວພັນມິດຕະພາບລະຫວ່າງສອງປະເທດໃນອະນາຄົດ.

ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ
ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ
  • ຮຽນທ່ານ​ເອກ​ອັກຄະ​ລັດຖະທູດ, ຂໍສະເໜີທ່ານໃຫ້ຮູ້ກ່ຽວກັບບັນດາຜົນງານອັນພົ້ນເດັ່ນໃນສາຍພົວພັນມິດຕະພາບ ຫວຽດນາມ - ລາວ ໃນໄລຍະ 60 ປີ ຜ່ານມາ?

ສາຍພົວພັນ ລາວ - ຫວຽດນາມ ບໍ່ພຽງແຕ່ເປັນສອງປະເທດບ້ານໃກ້ເຮືອນຄຽງຖານ ສະຫາຍອ້າຍນ້ອງໃນຄອບຄົວດຽວກັນ, ປະຊາຊົນສອງຊາດໄດ້ຮ່ວມດື່ມນໍ້າຈາກແມ່ນໍ້າຂອງ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງທີ່ຍິ່ງໃຫຍ່, ຮ່ວມແບ່ງທຸກແບ່ງສຸກນຳກັນເປັນເວລາຫຼາຍທົດສະວັດໃນໄລຍະແຫ່ງການຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາປະເທດຊາດຂອງສອງປະເທດ. ສາຍພົວພັນດັ່ງກ່າວໄດ້ເລີ່ມມາຈາກການຮ່ວມເສຍສະຫຼະເລືອດເນື້ອ, ເຫື່ອແຮງຂອງນັກປະຕິວັດ, ນັກຮົບ, ປະຊາຊົນສອງຊາດ ທີ່ໄດ້ຮ່ວມກັນຄຽງບ່າຄຽງໄຫຼ່ຮ່ວມທຸກຮ່ວມສຸກ, ຮ່ວມກັນສູ້ຮົບ, ພ້ອມກັນຕີເອົາຊະນະສັດຕູ ຊຶ່ງໄດ້ຜ່ານບົດສອບນາໆປະການຈົນໄດ້ກາຍມາເປັນສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ ແລະ ເຫຼື້ອມໃສ, ຫາໄດ້ຍາກໃນການພົວພັນສາກົນ, ເປັນສາຍພົວພັນທີ່ມີໜຶ່ງບໍ່ມີສອງໃນໂລກ.

ຂົງເຂດຮ່ວມມືສໍາຄັນພິເສດຂອງການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ລາວ
ທ່ານ​ເອກ​ອັກຄະ​ລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ

ເຫດການສອງປະເທດສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962 ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງ ປະເທດ ໃນວັນທີ 18 ກໍລະກົດ 1977 ເປັນຂີດໝາຍອັນສຳຄັນເປັນການເປີດສັກກະຫຼາດໃໝ່ໃຫ້ແກ່ການພົວພັນຮ່ວມມືຂອງສອງປະເທດ. ໃນໄລຍະຜ່ານມາ, ເຖິງວ່າສະພາບການພາກພື້ນ, ສາກົນປ່ຽນແປງ, ແຕ່ສາຍພົວພັນອັນບໍລິສຸດຜຸດຜ່ອງລະຫວ່າງສອງຊາດລາວ-ຫວຽດນາມ ບໍ່ພຽງແຕ່ບໍ່ຈືດຈາງ ແຕ່ຍິ່ງໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ, ນັບມື້ມີປະສິດທິຜົນ ແລະ ນຳເອົາຜົນປະໂຫຍດແທດຈິງມາໃຫ້ແກ່ປະຊາຊົນສອງຊາດໃນທຸກຂົງເຂດເຊັ່ນ: ທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ...

ການລົງທຶນຂອງຫວຽດນາມຢູ່ລາວ ແມ່ນນອນໃນແຖວໜ້າຂອງບັນດາປະເທດທີ່ມີການລົງທຶນຢູ່ລາວ. ຈຳນວນນັກສຶກສາຂອງລາວຢູ່ຫວຽດນາມນັບມື້ນັບເພີ່ມຂຶ້ນ ໄດ້ມີລູກຫຼານປະຊາຊົນລາວ ຈຳນວນບໍ່ໜ້ອຍທີ່ສຶກສາຮໍ່າຮຽນຢູ່ບັນດາສະຖາບັນການສຶກສາຂອງຫວຽດນາມ ເຊິ່ງໄດ້ຮັບການເອົາໃຈໃສ່ອົບຮົມ, ສິດສອນຈາກຄູອາຈານຫວຽດນາມເປັນຢ່າງດີ. ສິ່ງດັ່ງກ່າວນີ້, ກໍເປັນທຶນຮອນອັນປະເສີດໃຫ້ແກ່ ສປປ ລາວ ຂອງພວກຂ້າພະເຈົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະໃໝ່.

ຂົງເຂດຮ່ວມມືສໍາຄັນພິເສດຂອງການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ລາວ
  • ຕາມຄວາມຄິດເຫັນຂອງທ່ານ, ການພົວພັນຮ່ວມມືລະຫວ່າງປະຊາຊົນສອງປະເທດໃນປັດຈຸບັນໄດ້ຜັນຂະຫຍາຍຢູ່ໃນບັນດາຂົງເຂດ ແລະ ຈຸດໃດເປັນຕົ້ນຕໍ?

ຕາມຄວາມຄິດເຫັນຂອງຂ້າພະເຈົ້າເຫັນວ່າ ຢູ່ໃນໂລກມີຫຼາຍປະເທດທີ່ມີສາຍພົວພັນອັນເປັນມູນເຊື້ອທີ່ອັນດີງາມ, ແຕ່ບໍ່ມີສາຍພົວພັນໃດທີ່ຈະພິເສດຄືດັ່ງສາຍພົວພັນລະຫວ່າງສອງພັກ, ສອງລັດ, ພິເສດແມ່ນຄວາມສະໜິດສະໜົມຖານອ້າຍນ້ອງລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມາແຕ່ດຶກດຳບັນຈົນກາຍເປັນປັດໄຈອັນສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຊາດ. ປະຊາຊົນສອງຊາດໄດ້ຮ່ວມກັນຄຽງບ່າຄຽງໄຫຼ່ກັບນັກປະຕິວັດ, ນັກຮົບສອງຊາດ ລາວ-ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດເມື່ອກ່ອນ ກໍຄືໃນສະໄໝປົກປັກຮັກສາໝາກຜົນການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ການເສີມຂະຫຍາຍ “ການທູດປະຊາຊົນ” ກໍເປັນໜຶ່ງໃນສາມເສົາຄໍ້າທີ່ສຳຄັນທີ່ສຸດໃນການເສີມຂະຫຍາຍພົວພັນສອງປະເທດ. ໃນຕໍ່ໜ້າ, ສອງປະເທດມີແຜນການຮັດແໜ້ນຄວາມຮັກແພງລະຫວ່າງປະຊາຊົນສອງຊາດ ໂດຍການໃຫ້ນັກຮຽນ, ນັກສຶກສາລາວທີ່ມາສຶກສາ, ຮໍ່າຮຽນ ຢູ່ ສສ ຫວຽດນາມ ມີພໍ່ຮັກ-ແມ່ຮັກ. ຫຼັງຈາກນັ້ນ ຈະສ້າງໂອກາດໃຫ້ຄອບຄົວພໍ່ຮັກ-ແມ່ຮັກຂອງນັກສຶກສາເຫຼົ່ານັ້ນ ໄປຢາມ ແລະ ພົບປະກັບພໍ່ແມ່ຄີງ, ກໍເພື່ອໃຫ້ເຂົາເຈົ້າໄດ້ເຂົ້າໃຈກວ່າອີກກ່ຽວກັບວັດທະນະທໍາ, ວິຖີການດຳລົງຊີວິດເຊິ່ງກັນ ແລະ ກັນ ເພື່ອສືບຕໍ່​ເສີມ​ຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລາວ-ຫວຽດນາມ.

ຂົງເຂດຮ່ວມມືສໍາຄັນພິເສດຂອງການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ລາວ

- ທ່ານເອກ​ອັກຄະ​ລັດຖະ​ທູດຕີລາຄາແນວໃດຕໍ່ກັບທ່າແຮງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ທູດປະຊາຊົນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ? ແລະ ແຜນນະໂຍບາຍ, ທັດສະນະ ແລະ ວິທີແກ້ໄຂໂດຍພື້ນຖານ ເພື່ອການພັດທະນາສາຍພົວພັນນີ້?

ປີ 2022, ເປັນປີທີ່ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ (5/9/1962-5/9/2022) ແລະ ຍັງເປັນການສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຄົບຮອບ 45 ປີ (18/7/1977-18/7/2022). ພິເສດ, ນັບແຕ່ສອງປະເທດ ໄດ້ຮ່ວມກັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແຕ່ປີ 1977, ນີ້ໄດ້ຖືເປັນຂີດໝາຍອັນສຳຄັນໃນການພົວພັນລະຫວ່າງສອງປະເທດ.

ບູນມີ

ເຫດການ
302 Found

Found

The document has moved here.