ບຸນແພງ ຫຼ້າທຳສະຖິດ ແມ່ນລູກຮັກຄົນທຳອິດ ແລະ ເປັນຄົນທີ່ມີເວລາສະໜິດຕິດພັນຫຼາຍທີ່ສຸດກັບທ່ານພັນເອກ ຫງວຽນດຶກແຮງ.
ບຸນແພງ ຫຼ້າທຳສະຖິດ ມີສະພາບປະສົບກັບຫຍຸ້ງຍາກ. ຕອນກຳລັງເປັນຫົວໜ້າຄະນະຕິດຕໍ່ພົວພັນນັກສຶກສາລາວລຸ້ນກ່ອນ ຢູ່ມະຫາວິທະຍາໄລ ແພດສາດ ທ໊າຍບິ່ງ, ບຸນແພງ ຫຼ້າທຳສະຖິດ ເສຍໃຈຢ່າງໜັກເມື່ອໄດ້ຮັບຂ່າວວ່າ ພໍ່ຂອງຕົນຖືກອຸບັດຕິເຫດເສຍຊີວິດ, ແມ່ມີອາຍຸສູງແລ້ວ. ໃນຈຸດເວລານັ້ນ, ພັນເອກ ຫງວຽນດຶກແຮ້ງ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ທ໊າຍບິ່ງໄດ້ລະດົມກຳລັງໃຈ, ໜູນຊ່ວຍນ້ອງ ສືບຕໍ່ການຮຽນ.
ໂດຍໄດ້ຟັງຄວາມຂອງພໍ່ຮັກ, ບຸນແພງ ໄດ້ສູ້ຊົນຮຽນໃຫ້ເກັ່ງ, ບັນລຸໝາກຜົນສູງທີ່ສຸດ. ວັນທີ່ ບຸນແພງ ໄດ້ຮັບໃບປະກາດ, ຄອບຄົວຂອງ ບຸນແພງ ມາທ໊າຍບິ່ງ ເພື່ອເຂົ້າຮ່ວມພິທີຮັບໃບປະກາດ ແລະ ຮັບນ້ອງກັບເມືອບ້ານ. ທ່ານແຮ້ງ ພ້ອມກັບສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງທ໊າຍບິ່ງ ກໍຊ່ວຍເຫຼືອຄອບຄົວຂອງນ້ອງທາງດ້ານບ່ອນຢູ່ບ່ອນກິນ, ຕ້ອນຮັບຄືແຂກພິເສດ. ເວລາຢືນຖ່າຍຮູບນຳກັນກັບບຸນແພງ ແລະ ຄອບຄົວຂອງນ້ອງໃນພິທີຮັບໃບປະກາດ ແມ່ນຄວາມຮູ້ສຶກທີ່ບໍ່ອາດຫຼົງລືມໄດ້ຂອງລຸງ.
ກັບເມືອລາວ, ບຸນແພງ ໄດ້ປະຕິບັດງານຢູ່ໂຮງໝໍຫຼາຍຂະແໜງ ຮ່າໂນ້ຍ - ວຽງຈັນ. ທຸກທິດ, ບຸນແພງລ້ວນແຕ່ໂທຫາຢື້ຢາມຖາມຂ່າວຄອບຄົວພໍ່ແຮ້ງ. ເມື່ອພະຍາດໂຄວິດ - 19 ຢູ່ວຽງຈັນມີການຜັນແປຢ່າງສັບສົນ, ບຸນແພງ ຕ້ອງຍາມຢູ່ໂຮງໝໍເປັນປະຈຳ. ດົນໆບໍ່ເຫັນລູກ, ລຸງແຮ້ງຮູ້ສຶກຮ້ອນໃຈ. ໂດຍໄດ້ຮັບຂ່າວວ່າສະພາບການພະຍາດມີການຜັນແປທີ່ສັບສົນ, ລຸງໄດ້ສົ່ງຂໍ້ຄວາມຢື້ຢາມຖາມຂ່າວເປັນປະຈຳ, ລະດົມກຳລັງໃຈ ແລະ ບອກກັບລູກຕ້ອງກິນເຂົ້າໃຫ້ອີ່ມ, ນອນຫຼັບດີ ແລະ ຮັກສາສຸຂະພາບຂອງຕົນ.
ນອກຈາກ ບຸນແພງ ຫຼ້າທຳສະຖິດ, ລຸງຫງວຽນດຶກແຮ້ງຍັງມີລູກຮັກລາວອີກ 5 ຄົນ. ບັນດານັກສຶກສາລາວ ຢູ່ມະຫາວິທະຍາໄລແພດ - ການຢາ ທ໊າຍບິ່ງ ກໍ່ເອີ້ນລຸງ ຫງວຽນດຶກແຮ້ງ ເປັນ “ພໍ່”. ນັບແຕ່ເວລາສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງທ໊າຍບິ່ງ, ປະຕິບັດໂຄງການ “homestay”, ບັນດາສະມາຊິກຂອງສະມາຄົມໄດ້ໜູນຊ່ວຍນັກສຶກສາລາວນັບຮ້ອຍໆຄົນ, ພາພວກນ້ອງກັບເມືອບ້ານໃນຊຸມວັນທ້າຍທິດ, ຍາມພັກແລ້ງ, ວັນບຸນ ເພື່ອໃຫ້ພວກນ້ອງຮູ້ຈັກເຖິງຮີດຄອງປະເພນີຂອງ ຫວຽດນາມ.
ເວລາທຳອິດ, ເມື່ອພວກລູກຮັກຫາກໍ່ມາຫວຽດນາມຮ່ຳຮຽນ, ເວົ້າພາສາຫວຽດນາມ ຍັງບໍ່ຂອດ, ທຸກສິ່ງທຸກຢ່າງລ້ວນແຕ່ແປກໃໝ່, ເພາະສະນັ້ນ, ໂທລະສັບຂອງລຸງແຮ້ງເຄີຍໄດ້ຮັບຂໍ້ຄວາມທີ່ຂຽນວ່າ: “ພໍ່ເອີຍ, ລູກແລ່ນຜິດທາງ, ກົດຈາລະຈອນ”, “ພໍ່ເອີຍ, ໜັງສືຂອງລູກກາຍກຳນົດແລ້ວ…” ແຕ່ລະເທື່ອ, ລຸງພັດໄປແກ້ໄຂໃຫ້ແກ່ລູກ ເຖິງວ່າ ວຽກນັ້ນ ລຸງກໍ່ບໍ່ສາມາດແກ້ໄຂໄດ້, ມີແຕ່ໃຫ້ຄວາມເອົາໃຈໃສ່, ໜູນຊ່ວຍ.
ໃນໂອກາດພວກລູກຮັກກັບບ້ານເຕົ້າໂຮມກັນ, ລຸງເອົາເງິນໃຫ້ພວກລູກໄປຕະຫຼາດຊື້ຂອງກິນເອງ, ເຮັດອາຫານຂອງລາວ ໃນຄາບເຂົ້າຄອບຄົວຄື ລາບ, ແກ້ງໜ່ໍໄມ້, ຕຳໝາກຮຸ່ງ… ທັງຮູ້ສຶກດີໃຈພ້ອມກັບກັບພວກລູກກະກຽມເຍື່ອງອາຫານຕ່າງໆ, ທັງລະດົມກຳລັງໃຈໃຫ້ລູກມານະພະຍາຍາມຮ່ຳຮຽນ.
ລຸງແຮ້ງເວົ້ານຳລູກຮັກຂອງຕົນວ່າ: “ການຮຽນຕ້ອງບຸລິມະສິດກ່ວາສິ່ງໃດໝົດ. ສ່ວນນ້ຳໃຈຄວາມຮັກແພງ, ເຮົາເປັນຄົນໃນຄອບຄົວດຽວກັນ, ເຫັນເຂົ້າຢາກກິນກໍ່ມາກິນ, ເຫັນວຽກຢາກເຮັດກໍ່ໄປເຮັດ”.
ລຸງແຮ້ງຍັງຈຳໄດ້ກໍລະນີນັກສຶກສາ ສານຸດ ໂສດາລັກ (ນັກສຶກສາມະຫາວິທະຍາໄລແພດ - ການຢາ ທ໊າຍບິ່ງ) ເປັນຄວາມດັນເລືອດສູງ, ດີໃຈທີ່ໄດ້ຮັບການປິ່ນປົວສຸກເສີນຢ່າງທັນການ. ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງທ໊າຍບິ່ງ ໄດ້ລະດົມເງິນເປັນຈຳນວນນັບສິບລ້ານດົ່ງ ເພື່ອຊ່ວຍຄອບຄົວ ສານຸດ ມາ ທ໊າຍບິ່ງ. ມາໂຮງໝໍ, ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ ສານຸດ ບໍ່ຮູ້ພາສາ ຫວຽດ, ຊ້ຳບໍ່ໜຳຫິວກໍ່ບໍ່ຮູ້ຈະເຮັດແນວໃດເພື່ອຊື້ເຂົ້າຈີ່. ເມື່ອປະສົບກັບຄວາມຫຍຸ້ງຍາກກ່ຽວກັບດ້ານພາສາໃນການຢູ່ກິນ ຫຼື ການເດີນທາງໄປມາ, ເບິ່ງແຍງ ສານຸດ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງທ໊າຍບິ່ງ ໄດ້ສົມທົບກັບໂຮງຮຽນ ແລະ ຄະນະຕິດຕໍ່ພົວພັນນັກສຶກສາ ລາວ ເພື່ອພ້ອມກັນຄອບຄົວເບິ່ງແຍງດູແລ, ຈາກນັ້ນ ສານຸດ ກໍໄດ້ຟື້ນຟູເປັນປົກກະຕິໂດຍໄວ. ພາຍຫຼັງ 6 ເດືອນ, ລຸງແຮ້ງ ພັດໜູນຊ່ວຍນຳ ສານຸດໄປຍັງສະໜາມບິນ ກັບເມືອລາວ. ເຊິ່ງມີຄວາມຕື້ນຕັນໃຈຕໍ່ນ້ຳໃຈຂອງລຸງແຮ້ງ, ສານຸດ ຍັງໂທຫາຢື້ຢາມຖາມຂ່າວຄອບຄົວລຸງເປັນປະຈຳ.
ສຳລັບພັນເອກ ຫງວຽນດຶກແຮ້ງ ແລ້ວ, ເລື່ອງຮັບລູກຮັກ, ໜູນຊວ່ຍ ຫຼື ສົມທົບກັບມະຫາວິທະຍາໄລແພດ - ການຢາ ທ໊າຍບິ່ງ ເພື່ອເບິ່ງແຍງດູແລນັກສຶກສາລາວແມ່ນທຳມະດາ. ເລື່ອງນັ້ນເກີດຈາກນ້ຳໃຈຄວາມຮັກແພງຂອງລຸງທີ່ມີຕໍ່ປະເທດລາວ ເຊິ່ງແມ່ນສະຖານທີ່ລຸງຍັງຖືວ່າ ບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ, ພ້ອມທັງກໍ່ແມ່ນການສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນລາວ ທີ່ໄດ້ເບິ່ງແຍງ ລຸງໃນຕະຫຼອດໄລຍະທີ່ລຸງຢູ່ທ່າມກາງສັດຕູ ເພື່ອສ້າງຮາກຖານການປະຕິວັດ.
ບູນມີ