ສະເໜີກໍ່ສ້າງສູນການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ຢູ່ ນະຄອນ ເກີ່ນເທີ

14:11 | 16/11/2022

ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນນະຄອນ ເກີ່ນເທີ ໄດ້ມີພິທີພົບປະກັບທ່ານນາງ ພິມພາ ແກ້ວມີໄຊ, ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນ ໂຮ່ຈີມິນ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ແລະເຮັດວຽກກັບການນໍານະຄອນ ເກີ່ນເທີ ເພື່ອແລກປ່ຽນບາງເນື້ອໃນ ໃນການ​ຮ່ວມ​ມື​ສ້າງ​​ສູນ​ການ​ຄ້າ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ລາວ - ຫວຽດ​ນາມ ຢູ່​ນະ​ຄອນ ເກີ່ນ​ເທີ. ທີ່ການຕ້ອນຮັບ​ຄະນະ​ຜູ້​ແທນ ​ມີ​ທ່ານ ຫງວຽນຖຶກຫ້ຽນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ, ພ້ອມ​ດ້ວຍ​ການ​ນຳ​ບັນດາ​ຄະນະ, ຂະແໜງການ​ທີ່​ກ່ຽວຂ້ອງ.

ປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມການແຂ່ງຂັນຖີບລົດ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມການແຂ່ງຂັນຖີບລົດ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022
ເພີ່ມທະວີການຮ່ວມມືລະຫວ່າງຄະນະຊາວໜຸ່ມບັນດາແຂວງຕິດກັບຊາຍແດນ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືລະຫວ່າງຄະນະຊາວໜຸ່ມບັນດາແຂວງຕິດກັບຊາຍແດນ ລາວ-ຫວຽດນາມ

ທີ່​ການ​ພົບ​ປະ, ທ່ານ​ນາງ ພິມ​ພາ ແກ້ວ​ມີ​ໄຊ - ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນ ໂຮ່ຈີມິນ ປາດ​ຖະໜາ​ຢາກ​ລົງທຶນ​ກໍ່ສ້າງ​ສູນ​ການ​ຄ້າ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ - ຫວຽດນາມ ຢູ່​ນະຄອນ ​ເກີ່ນ​ເທີ. ໂຄງການນີ້ມີເນື້ອທີ່ປະມານ 1 ເຮັກຕາ, ກໍ່ສ້າງຈາກທຶນ FDI ຂອງລາວ 100% ຫຼື ເປັນການຮ່ວມທຶນລະຫວ່າງວິສາຫະກິດຂອງສອງປະເທດ.

ສະເໜີກໍ່ສ້າງສູນການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ຢູ່ ນະຄອນ ເກີ່ນເທີ
ສະຖານກົງສຸນໃຫຍ່ລາວ ໄດ້ຖ່າຍຮູບທີ່ລະນຶກກັບການນຳຂອງຄະນະກຳມະການປະຊາຊົນນະຄອນ ເກີນເທີ.

ເມື່ອ​ສູນ​ດັ່ງກ່າວ​ໄດ້​ນຳເຂົ້າສູ່​ການ​ເຄື່ອນ​ໄຫວແລ້ວ, ວຽກປະສານ​ງານ ​ແລະ ການ​ກວດກາ​ ຈະ​ເປັນຄວາມ​ຮັບຜິດຊອບ​ຂອງ​ຜູ້ຕາງໜ້າ​ຂອງ​ທັງ​ສອງ​ປະ​ເທດ. ​ເມື່ອ​ໄດ້​​ນຳເຂົ້າສູ່​ການ​ເຄື່ອນ​ໄຫວ, ສູນ​ດັ່ງກ່າວ ​ຈະ​ເປັນ​ບ່ອນ​ວາງສະ​ແດງ​ສິນຄ້າ​ລາວ-ຫວຽດນາມ; ​ແມ່ນ​ບ່ອນ​ພົບ​ປະ ​ແລະ ​ແມ່ນສະຖານທີ່​ຕ້ອນຮັບ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ, ອາ​ຊຽນ ​ແລະ ສາກົນ ​ເມື່ອໄປ​ເຮັດ​ວຽກ ແລະ ຢ້ຽມຢາມ ​ຢູ່​ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ໃນ​ນັ້ນ​ມີ​ນະຄອນ ​ເກີ່ນ​ເທີ, ​ເປັນ​ສະຖານ​ທີ່​ສຳນັກງານຫ້ອງການ​ໃຫ້ແກ່ວິ​ສາ​ຫະກິດ​ລາວ ແລະ ​ວິ​ສາ​ຫະກິດ ຫວຽດນາມ, ວິ​ສາ​ຫະກິດ​ສາກົນ​ມາ​ເຮັດ​ວຽກ... ສ່ວນຝ່າຍລາວ ຈະ​ມອບ​ດິນ​ທີ່ທຽບ​ເທົ່າ​ກັນ​ໃຫ້​ນະຄອນ ​ເກີ່ນ​ເທີ ​ຢູ່ແຂວງ​ຊຽງ​ຂວາງ ​ເພື່ອ​ກໍ່ສ້າງ​ສູນ​ການ​ຄ້າ​ແລກປ່ຽນ​ວັດທະນະທຳ ​ແລະ ພັດທະນາ​ເສດຖະກິດ​ລະຫວ່າງ 2 ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ - ລາວ ​ເວົ້າລວມ.

ສະເໜີກໍ່ສ້າງສູນການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ຢູ່ ນະຄອນ ເກີ່ນເທີ

ທ່ານ ຫງວຽນຖຶກຫ້ຽນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີ່ນ​ເທີ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ຄິດ​ສ້າງ​ຕັ້ງ​ສູນ​ການ​ຄ້າ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ - ຫວຽດນາມ ຢູ່​ນະຄອນ ເກີ່ນ​ເທີ ຕາມ​ການ​ສະ​ເໜີ​ຂອງທ່ານ​ນາງ ພິມ​ພາ ແກ້ວ​ມີ​ໄຊ. ພ້ອມ​ກັນ​ນັ້ນ, ກໍຖື​ວ່າ​ນີ້​ແມ່ນ​ໂຄງການພົ້ນເດັ່ນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ນະຄອນ ​ເກີ່ນ​ເທີ - ລາວ ເວົ້າ​ສະ​ເພາະ.

ບົນ​ພື້ນຖານ​ນັ້ນ, ທ່ານ ຫງວຽນຖຶກຫ້ຽນ ​ໄດ້​ມອບ​ໃຫ້ພະແນກ​ແຜນການ ​ແລະ ການ​ລົງທຶນ ​ເປັນ​ຫົວໜ່ວຍປະສານ​ເພື່ອ​ປຶກສາ​ຫາລື​ກັບ​ບັນດາ​ນັກ​ລົງທຶນ​ລາວ ຫຼື ຜ່ານ​ກົງ​ສຸນ​ໃຫຍ່ ​ແລະ ​ໃຫ້​ຄຳ​ແນະນຳ, ຍື່ນ​ສະ​ເໜີລາຍລະອຽດ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເພື່ອ​ພິຈາລະນາ​, ຮັບປະກັນຄວາມເໝາະສົມກັບບັນດາ​ຂໍ້​ກຳນົດ​ກົດໝາຍ​ຫວຽດນາມ ​ກ່ຽວ​ກັບ​ການ​ລົງທຶນ​ກໍ່ສ້າງທີ່ມີປັດໄຈ​ຕ່າງປະ​ເທດ... ທ່ານ ຫງວຽນຖຶກຫ້ຽນ ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາວ່າ ໂດຍ​ຜ່ານ​ການ​ພົບ​ປະ​ແລກປ່ຽນ​ການ​ຄ້າ, ການ​ຮ່ວມ​ມື ​ແລະ ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳນັ້ນ, ມິດຕະພາບ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ​ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ຍືນຍົງູຄົງຕົວຕະຫຼອດໄປ.

ສະເໜີກໍ່ສ້າງສູນການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ຢູ່ ນະຄອນ ເກີ່ນເທີ
ສະເໜີກໍ່ສ້າງສູນການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ຢູ່ ນະຄອນ ເກີ່ນເທີ
ສະເໜີກໍ່ສ້າງສູນການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ-ຫວຽດນາມ ຢູ່ ນະຄອນ ເກີ່ນເທີ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.