ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)

10:21 | 12/11/2022

ຍສໝ - ຕອນບ່າຍວັນທີ 9 ພະຈິກ, ຢູ່ດ່ານຊາຍແດນສາກົນລາໄລ, ແຂວງກວາງຈິ, ກອງບັນຊາການທະຫານ ແຂວງ ເທື່ອ​ທຽນ​ເຫ້ວ ໄດ້ສົມທົບກັບບັນດາຫົວໜ່ວຍ ຈັດຕັ້ງການມອບເຂົ້າສານໃຫ້ກອງບັນຊາການທະຫານຂອງ 2 ແຂວງ ສາລະວັນ ແລະ ເຊກອງ (ສປປ ລາວ).

ເທື່ອທຽນ-ເຫ້ວ ຍູ້ແຮງການຮ່ວມມືກັບແຂວງ ສະຫວັນນະເຂດຂອງ ສປປ ລາວ ເທື່ອທຽນ-ເຫ້ວ ຍູ້ແຮງການຮ່ວມມືກັບແຂວງ ສະຫວັນນະເຂດຂອງ ສປປ ລາວ
ເທື່ອທຽນເຫ້ວ, ດ່ານັ້ງ, ໄຕນິງຈັດຕັ້ງຫຼາຍການເຄື່ອນໄຫວສະຫຼອງບຸນເຕັດປະຈຳຊາວປະເທດ ລາວ ເທື່ອທຽນເຫ້ວ, ດ່ານັ້ງ, ໄຕນິງຈັດຕັ້ງຫຼາຍການເຄື່ອນໄຫວສະຫຼອງບຸນເຕັດປະຈຳຊາວປະເທດ ລາວ

ຕາມ​ນັ້ນ​ແລ້ວ, ກອງບັນຊາການທະຫານ ແຂວງ ເທື່ອ​ທຽນ​ເຫ້ວ ໄດ້ສົມທົບ​ກັບ Viettel ເທື່ອ​ທຽນ​ເຫ້ວ, ທະນາຄານ​ຫຸ້ນ​ສ່ວນ​ການ​ຄ້າ​ທະຫານ MB ປະຈຳ​ເຫ້ວ, ທະນາຄານ Vietcombank ສາຂາເຫ້ວ ​ໄດ້​ມອບ​ເຂົ້າ​ສານໃຫ້ກອງບັນຊາການທະຫານຂອງ 2 ແຂວງ ສາລະວັນ ແລະ ເຊກອງ ​ຫົວໜ່ວຍລະ​ 2 ໂຕນ; ມູນຄ່າທັງໝົດ 52 ລ້ານດົ່ງ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ເຂົ້າສານ, ທ່ານ​ພັນ​ເອກ ຫງວຽນ​ດິງ​ໂດ, ຮອງຫົວໜ້າ​ກອງບັນຊາການທະຫານ ແຂວງ ເທື່ອ​ທຽນ​ເຫ້ວ ​ໄດ້​ສົ່ງ​ກຳລັງ​ໃຈ ​ແລະ ​ແບ່ງປັນ​ກັບ​ການ​ນຳ, ພະນັກງານ, ນັກຮົບກອງ​ບັນຊາ​ການ​ທະຫານ​ເຂດ 2 ​ແຂວງ​ສາລະ​ວັນ ​ແລະ ​ເຊ​ກອງ; ໃນໄລຍະທີ່ຜ່ານມາ, ຍ້ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ຜົນກະທົບຈາກດິນຟ້າອາກາດທີ່ຮ້າຍແຮງ ໄດ້ສ້າງຄວາມລໍາບາກໃຫ້ແກ່ການດຳລົງຊີວິດ ແລະ ການເຄື່ອນໄຫວຂອງພະນັກງານ-ນັກຮົບກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ.

ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)
ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)

ດ້ວຍຮີດຄອງປະເພນີຄວາມສາມັກຄີ ລະຫວ່າງແຂວງເທື່ອ​ທຽນ​ເຫ້ວ ແລະ ທ້ອງຖິ່ນຂອງລາວ, ກອງບັນຊາການທະຫານ ແຂວງ ເທື່ອ​ທຽນ​ເຫ້ວ ໄດ້ຫັກເອົາເງິນຈໍານວນໜຶ່ງ ເພື່ອຊື້ເຂົ້າສານ, ພ້ອມດຽວກັນນັ້ນ ກໍໄດ້ລະດົມການຊ່ວຍເຫຼືອຈາກບັນດາຫົວໜ່ວຍ ແລະ ວິສາຫະກິດໃນແຂວງຕື່ມອີກ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ປະກອບສ່ວນ​ເລັກໜ້ອຍ​ໃຫ້ກອງບັນຊາການທະຫານ ​ແຂວງ​ສາລະ​ວັນ ​ແລະ ​ເຊ​ກອງ ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ.

ການນຳກອງບັນຊາການທະຫານ ແຂວງເທື່ອ​ທຽນ​ເຫ້ວ ຫວັງວ່າ 2 ແຂວງ ສາລະວັນ ແລະ ເຊກອງ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອກົມທະຫານເກັບໂຮມ 192 ແຂວງເທື່ອ​ທຽນ​ເຫ້ວ ປະສົບຜົນສຳເລັດໃນໜ້າທີ່ການຊອກຄົ້ນ ແລະ ການ​ເກັບ​ກຳອັດຖິ​ຂອງ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ຫວຽດ​ນາມ ທີ່​ເສຍ​ຊີ​ວິດ​ຢູ່ 2 ແຂວງ ​ໃນ​ລະ​ດູ​ແລ້ງ 2022-2023.

ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​-ຮັບ​ເຂົ້າ​ສານ, ​ຜູ້ຕາງໜ້າ​ກອງບັນຊາການທະຫານ ​ແຂວງ​ສາລະ​ວັນ (ລາວ) ​ໄດ້ສະແດງຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ຕໍ່​ກອງບັນຊາການທະຫານ ​ແຂວງ​ເທື່ອ​ທຽນ​ເຫ້ວ ທີ່​ໄດ້​ເອົາ​ໃຈ​ໃສ່​ເປັນ​ປະຈຳ, ​ໃຫ້ການ​ຊ່ວຍ​ເຫຼືອ ​ແລະ ມອບ​ຂອງ​ຂວັນ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ ​ເພື່ອ​ຊ່ວຍ​ເຫລືອກອງບັນຊາການທະຫານ ​ແຂວງ​ສາລະ​ວັນ ແລະ ແຂວງເຊກອງ ໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກນີ້.

ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)

ການນຳ​ກອງບັນຊາການທະຫານ ​ແຂວງ​ສາລະ​ວັນ ​ໃຫ້​ຮູ້​ວ່າ: ​ເຂົ້າສານ​ທີ່​ກອງບັນຊາການທະຫານ ​ແຂວງເທື່ອ​ທຽນ​ເຫ້ວ ​ມອບ​ໃຫ້​ໃນ​ມື້​ນີ້ ​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ ​ແລະ ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ​ແລະ ​ເປັນ​ມູນ​ເຊື້ອ​ຂອງ​ຄວາມ​ສາມັກຄີ​ອັນ​ເລິກ​ເຊິ່ງລະຫວ່າງ​ກອງບັນຊາການທະຫານ ​ແຂວງເທື່ອ​ທຽນ​ເຫ້ວ ​ແລະ ​ກອງບັນຊາການທະຫານແຂວງ​ສາລະ​ວັນ ​ແລະ ​ເຊ​ກອງ.

ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)
ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)

ກ່ອນ​ໜ້າ​ນີ້​ໃນ​ເດືອນ​ກັນຍາ 2022 ທີ່​ບ້ານ​ ກະ​ໂລ, ເມືອງ​ກະ​ລືມ, ແຂວງ​ເຊ​ກອງ, ສປປ ລາວ, ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄດ້​ຈັດ​ຕັ້ງ​ມອບ​ລະບົບ​ສະໜອງນ້ຳປະປາ ​ໃຫ້​ກອງຮ້ອຍ​ປ້ອງ​ກັນ​ຊາຍ​ແດນ 531 ຂຶ້ນກັບ​ໂດຍ​ກອງບັນຊາການທະຫານ ​ແຂວງເຊກອງ.

ໂຄງການ​ລະບົບ​ສະໜອງນ້ຳປະປາ​ນີ້ ​ປະກອບມີລະບົບ​ທໍ່​ນ້ຳ, ທໍ່ສົ່ງ​ນ້ຳໃຊ້ປະຈຳວັນ ​ແລະ ຫ້ອງ​ນ້ຳ, ສົມທົບ​ກັບ​ຖັງ​ນ້ຳ ດ້ວຍ​ມູນ​ຄ່າ 2,1 ຕື້​ດົ່ງ ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ປະກອບສ່ວນ​ປັບປຸງ ​ແລະ ຍົກສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່ ​ແລະ ສະພາບ​ການ​ເຮັດ​ວຽກ​ຂອງ​ພະນັກງານ, ນັກຮົບ ກອງຮ້ອຍ​ປ້ອງ​ກັນ​ຊາຍ​ແດນ 531; ພ້ອມ​ກັນ​ນັ້ນ, ນີ້​ກໍ່​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ​ແທດ​ຈິງ​ ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ.

ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)
ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)
ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)
ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.