ລາດຕະເວນຮ່ວມຢູ່ເຂດຊາຍແດນ ຫວຽດນາມ-ລາວ

08:01 | 15/11/2022

ໃນລະຫວ່າງວັນທີ 10-11 ພະຈິກ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ (ຫວຽດນາມ) ແລະກອງບັນຊາການທະຫານແຂວງຜົ້ງສາລີ (ລາວ) ໄດ້ສົມທົບກັນລາດຕະເວນຮ່ວມຢູ່ເຂດຊາຍແດຍ.

ແກ້ໄຂ​ບັນດາ​ລະບຽບ​ການ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາວຫວຽດນາມ ອາໄສຢູ່ ອົດ​ສະ​ຕາ​ລີ ແກ້ໄຂ​ບັນດາ​ລະບຽບ​ການ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາວຫວຽດນາມ ອາໄສຢູ່ ອົດ​ສະ​ຕາ​ລີ
ຫວຽດນາມ ເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຫວຽດນາມ ເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ຕາມນັ້ນແລ້ວ, ສອງຝ່າຍລາດຕະເວນ, ຄວບຄຸມລວມຢູ່ເຂດຊາຍແດນແຕ່ຫຼັກໝາຍ 21 ເຖິງຫຼັກໝາຍ 22 ຕອນຕິກກັບສອງແຂວງດ້ຽນບຽນ ແລະຜົ້ງສາລີ ດ້ວຍລວງຍາວ 5 ກີໂລເມັດ. ຜ່ານການກວດກາ, ລະບົບເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນໄດ້ຮັບການຮັກສາສະພາບເດີ່ມ. ສອງຝ່າຍເຫັນດີເປັນເອກະພາບສຶກສາໃຫ້ປະຊາຊົນສອງຟາກຊາຍແດນປະຕິບັດສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ຫວຽດນາມ-ລາວ ຢ່າງເຂັ້ມງວດ; ແລກປ່ຽນຂໍ້ມູນຂ່າວສານ, ສະພາບການຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມສອງຟາກຊາຍແດນຢ່າງທັນການ.

ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ (ຫວຽດນາມ) ແລະກອງບັນຊາການທະຫານແຂວງຜົ້ງສາລີ (ລາວ) ລາດຕະເວນສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ.

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຈັດຕັ້ງຖອດຖອນບົດຮຽນ, ເຊັນບົດບັນທຶກຊ່ວຍຈໍາ; ພ້ອມທັງວາງອອກບັນດາແຜນນະໂຍບາຍ, ມາດຕະການ ແລະເຫັນດີເປັນເອກະພາບເວລາ, ເນື້ອໃນໃຫ້ການລາດຕະເວນຮ່ວມ ຄັ້ງຕໍ່ໄປ.

ນີ້ແມ່ນການເຄື່ອນໄຫວສົມທົບກັນເປັນປະຈໍາລະຫວ່າງສອງກົມກອງ, ຜ່ານນັ້ນສືບຕໍ່ເສີມຂະຫຍາຍ ແລະຮັດແໜ້ນຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງພະນັກງານ, ນັກຮົບສອງກົມກອງ; ປະກອບສ່ວນພົບເຫັນບັນດາສັນຍານລະເມີດເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນຢ່າງທັນການ...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.