ນ້ຳໃຈຫວຽດ - ລາວ ຢູ່ເຂດຊາຍແດນ

07:41 | 22/11/2022

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງປີນີ້, ໂຮງຮຽນ ມິດຕະພາບ T78 ເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈາກລັດລາວ.

ສະຫາຍ ຫງວຽນ ​ຟູ ຈ້ອງ ຈະ​ເດີນທາງ​ໄປຢ້ຽມຢາມສັນຖະວະ​ໄມ​ຕີ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ຢ່າງ​ເປັນ​ທາງ​ການ ສະຫາຍ ຫງວຽນ ​ຟູ ຈ້ອງ ຈະ​ເດີນທາງ​ໄປຢ້ຽມຢາມສັນຖະວະ​ໄມ​ຕີ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ຢ່າງ​ເປັນ​ທາງ​ການ
ສະຖານທູດຫວຽດນາມ ປະຈຳ ປະເທດ ແມັກຊີໂກ ລະດົມເງິນ ບໍລິຈາກ ຊ່ວຍເຫຼຶອ ປະຊາຊົນລາວ ແກ້ໄຂຜົນກະທົບຈາກເຫດເຂື່ອນໄຟຟ້າແຕກ ສະຖານທູດຫວຽດນາມ ປະຈຳ ປະເທດ ແມັກຊີໂກ ລະດົມເງິນ ບໍລິຈາກ ຊ່ວຍເຫຼຶອ ປະຊາຊົນລາວ ແກ້ໄຂຜົນກະທົບຈາກເຫດເຂື່ອນໄຟຟ້າແຕກ

ຊີວິດການເປັນຢູ່ດີຂຶ້ນ

ສອງ​ບ້ານ​ແມ່ນ ​ບ້ານ ​ລາ​ໄລອາ​ຊອຍ (ເມືອງ​ສະໝ້ວຍ, ​ແຂວງ ​ສາລະ​ວັນ, ລາວ) ​ແລະ ​ລາໄລ (ຕາ​ແສງ​ ອາ​ງໍ, ​ເມືອງ​ ດາກຣົງ, ​ແຂວງ​ ກວາງ​ຈີ້) ​ມີທີ່ຕັ້ງຢູ່ກົງກັນຂ້າມ, ຕິດ​ກັບ​ສອງ​ຟາກຂອງເສັ້ນຊາຍ​ແດນເຊິ່ງມີຄວາມ​ຍາວ​ກວ່າ 10 ກິ​ໂລ​ແມັດ.

ທ່ານ ​ໂຮ່ວັນ​ຖຸຍ, ນາຍ​ບ້ານ ​ລາ​ໄລ, ຕາ​ແສງ ອາ​ງໍ, ​ເມືອງ ດາ​ກ​ຣົງ ​ໃຫ້​ຮູ້​ວ່າ ພາຍຫຼັງ​ການແຮກສ່ຽວ ​ໃນ​ປີ 2007, 15 ປີຜ່ານມາ ສອງ​ບ້ານ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ເປັນ​ປະຈຳ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​. ສອງຝ່າຍ​ໄດ້​ມອບເບ້ຍໄມ້, ແນວພັນ, ຊ່ວຍ​ເຫຼືອເຊິ່ງກັນ ​ແລະ ກັນ​ໃນ​ດ້ານ​ເຕັກນິກ​ລ້ຽງປູກ... ພິ​ເສດ​ແມ່ນ​ພາຍ​ໃຕ້​ການ​ໜູນ​ຊ່ວຍ​ຂອງ​ກໍາລັງ​ທະຫານ​ປ້ອງ​ກັນຊາຍແດນ, ສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງ​ບັນດາ​ການ​ກິດຈະກໍາ ​ໂຄສະນາ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດກ່ຽວກັບຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່ໃນ​​ບ້ານໃຫ້ຢ່າງດີ; ເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຈັດ​ຕັ້ງ​ການລວມມອບວຽກເພື່ອແຈ້ງສະພາບການ; ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວລາທີ່ຫຍຸ້ງຍາກ… ຍ້ອນແນວນັ້ນ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ທັງສອງຟາກກໍນັບມື້ນັບໄດ້ດີຂຶ້ນ.

ໂຮງຮຽນມິດຕະພາບ T78 ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ພະນັກງານກຸ່ມຢຸຍເຕີນ, ເທສະບານເມືອງ ລາວບາວ ແລະ ພະນັກງານຄ້າຍທະຫານປ້ອງກັນຊາຍແດນດ່ານສາກົນ ລາວບາວ ແນະນຳເຕັກນິກການປູກຕົ້ນໄມ້ກິນໝາກ ໃຫ້ປະຊາຊົນບ້ານ ເຟື່ອງ. (ພາບ: ແທ່ງຟູ)

ວັນ​ທີ 29 ພະຈິກ 2012, ໝູ່ ຢຸຍເຕີນ ​ແລະ ບ້ານ​ ເຟື່ອງ (​ເມືອງ​ ເຊ​ໂປນ, ​ແຂວງ ​ສະ​ຫວັນ​ນະ​ເຂດ, ລາວ) ໄດ້ແຮກສ່ຽວລະຫວ່າງບ້ານຕໍ່ບ້ານ, ເຫັນດີເປັນເອກະພາບຮັບຮອງເອົາ​ຂໍ້ກຳນົດ​ການ​ເຄື່ອນ​ໄຫວຂອງການແຮກສ່ຽວ ດ້ວຍ 12 ​ເນື້ອ​ໃນ, ຖືກກັບ​ສັນຍາ​ຂໍ້ກຳນົດ​ເຂດ​ຊາຍ​ແດນ ຫວຽດນາມ - ລາວ, ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ ​ແລະ ສອດຄ່ອງ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ຢູ່​ສອງ​ຟາກຂອງ​ຊາຍ​ແດນ.

ໃນ 10 ປີຜ່ານມາ, ໂດຍໄດ້ຮັບຄວາມ​ເອົາ​ໃຈ​ໃສ່​ຈາກພັກ ​ແລະ ລັດກ່ຽວກັບນະ​ໂຍບາຍ​ບຸລິມະສິດ​ຢູ່​ເຂດ​ເສດຖະກິດ - ​ການ​ຄ້າ​ພິ​ເສດ ​ລາວ​ບ໊າວ; ເຂດ​ເສດຖະກິດ ​ແດນ​ສະຫວັນ, ປະຊາຊົນ​ຢູ່ສອງ​ຝ່າຍກໍ​ໄດ້​ສົມທົບ​ກັນໃນການ​ພັດທະນາ​ບັນດາ​ການບໍລິການຄ້າ​ຂາຍ​ຂະໜາດນ້ອຍ-ຍ່ອຍ​, ​ໄປ​ມາເປັນປະຈໍາ​ເພື່ອ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ພັດທະນາ​ເສດຖະກິດ, ການຫຼຸດຜ່ອນ​ຄວາມທຸກ​ຍາກ ແລະ ສ້າງ​ຮູບ​ແບບ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ, ຈາກນັ້ນ ຊີວິດການດປັນຢູ່​ດ້ານ​ວັດຖຸ ​ແລະ ຈິດ​ໃຈຂອງຄຸ້ມ ຢຸຍເຕີນ ແລະ ບ້ານ ເຟື່ອງ ກໍນັບ​ມື້​ນັບ​ດີ​ຂຶ້ນ.

ໂຮງຮຽນມິດຕະພາບ T78 ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ໂດຍການແບ່ງປັນທີ່​ພິທີສະຫຼຸບເບື້ອງຕົ້ນ 10 ປີ​ແຫ່ງ​ວັນແຮກສ່ຽວກຸ່ມພົນລະເມືອງຢູ່ສອງຟາກຂອງເຂດຊາຍ​ແດນ​ ລະຫວ່າງ​ໝູ່ ຢຸຍ​ເຕີນ ​ແລະ ບ້ານ ​ເຟື່ອງ, ຜູ້ເຖົ້າຜູ້ແກ່​ບ້ານ ເຟື່ອງ ລຸງ ຄຳຂອງ ​ໃຫ້​ຮູ້​ວ່າ ໂດຍຜ່ານຂໍ້ກຳນົດການແຮກສ່ຽວລະຫວ່າງບ້ານຕໍ່ບ້ານ, ​ການ​ພົວພັນ​ແບບຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນລະ​ຫວ່າງ​ສອງ​ຟາກໄດ້ເພີ່ມທະວີກວ່າອີກ. ​ເວລາ​ປະຊາຊົນ​ບ້ານ ເຟື່ອງ ​ປະສົບ​ໄພ​ທຳ​ມະ​ຊາດ, ອຳນາດ​ການ​ປົກຄອງ, ປະຊາຊົນ, ກໍາລັງທະຫານ​ປ້ອງ​ກັນ​ຊາຍ​ແດນ​ທີ່​ຕັ້ງທັບ​ຢູ່ບໍລິເວນ​ເມືອງ ເຮື໋ອງ​ຮ໋ວາ​ ກໍໄດ້ຊ່ວຍ​ເຫຼືອ​ເຂົ້າສານເປັນສິບໆໂຕນ, ​ເຄື່ອງນຸ່ງ​ຫົ່ມ, ຜ້າ​ຫົ່ມ, ມຸ້ງ; ລະດົມ​ກຳມະກອນ​ນັບ​ຮ້ອຍ​ຄົນ​ໄປ​ປຸກເຮືອນ, ສົ່ງ​ແຜ່ນ​ມຸງຫຼັງຄາເຮືອນ, ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ໃນ​ການ​ກໍ່ສ້າງ​ເຮືອນ​ຢູ່​ຄືນ​ໃໝ່. ​ເວລາ​ພໍ່ແມ່ພີ່ນ້ອງ​ຂອງ​ຄຸ້ມ ຢຸຍເຕີນ ຖືກຜົນສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ, ປະຊາຊົນບ້ານ ເຟື່ອງ ​ກໍ​ໄດ້​ໜູນ​ຊ່ວຍ​ດ້ານ​ວັດຖຸ ​ແລະ ​ແຮງ​ງານ​.

ການແຮກສ່ຽວລະຫວ່າງ​ບ້ານຕໍ່ບ້ານ ກໍຊ່ວຍໃຫ້ການ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ປະຊາຊົນຢູ່​ສອງຟາກ, ໂດຍສະເພາະແມ່ນ​ລຸ້ນໜຸ່ມ​ເຂົ້າ​ໃຈໄດ້ມູນ​ເຊື້ອວັດທະນະທໍາ, ​ສາຍພົວພັນມິດຕະພາບລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ; ສາຍ​ພົວພັນ​ແບບພີ່ນ້ອງໃນຕະກຸນດຽວລະຫວ່າງ​ບັນດາ​ໝູ່​ບ້ານ​ຕັ້ງຢູ່ລຽບ​ຕາມເຂດ​ຊາຍ​ແດນ, ຜ່ານ​ນັ້ນ ກໍ​ໄດ້​ສ້າງ​ສະຕິຄວາມ​ຮັບ​ຜິດ​ຊອບ​ໃຫ້​ລຸ້ນໜຸ່ມ​ໃນ​ປະຈຸ​ບັນ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ການສ້າງ​ເສັ້ນ​ຊາຍ​ແດນແຫ່ງຄວາມສະຫງົບສຸກ, ມິດຕະພາບ.

ໂດຍແບ່ງປັນກັບບັນດານັກຂ່າວກ່ຽວກັບຄວາມຊົງຈຳໃນທຸກຄັ້ງທີ່ເຂົ້າຮ່ວມການລວມມອບວຽກ ການເຄື່ອນໄຫວການແຮກສ່ຽວ ລະຫວ່າງບ້ານ ເຟື່ອງ ແລະ ຄຸ້ມ ຢຸຍເຕີນ, ນາຍບ້ານ ເຟື່ອງ ໄດ້ເລົ່າວ່າ:

“ໂດຍສາມເດືອນເທື່ອໜຶ່ງ, ພວກ​ຂ້າ​ພະ​ເຈົ້າ ຈະ​​ພົບ​ກັນຢູ່​ບ້ານ ​ເຟື່ອງ, ບາງທີ​ກໍຢູ່​ຄຸ້ມ ຢຸຍເຕີນ ເພື່ອຕີລາຄາໝາກຜົນທີ່​ບັນລຸໄດ້, ຜັນຂະຫຍາຍ​ການ​ເຄື່ອນ​ໄຫວແຮກສ່ຽວ. ອາດຈະຍາກທີ່ຈະພັນລະນາໄດ້ເຖິງນໍ້າໃຈ, ການແບ່ງປັນລະຫວ່າງປະຊາຊົນຂອງສອງບ້ານໃນການຜະລິດ ແລະ ການດໍາລົງຊີວິດ ກໍຄືການເຂົ້າຮ່ວມຢ່າງຕັ້ງໜ້າໃນການປົກປັກຮັກສາເສັ້ນຊາຍແດນ, ຫຼັກແດນ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ເລື່ອງທີ່ດີໃຈທີ່ສຸດແມ່ນໂດຍຜ່ານການເຄື່ອນໄຫວການແຮກສ່ຽວ, ປະຊາຊົນບ້ານ ເຟື່ອງ ເປັນຈໍານວນຫຼາຍໄດ້ມີສະຕິໃນການປະຕິບັດຕາມຂໍ້ກໍານົດກົດຫມາຍ ແລະ ຍັງມີວິທີການໃນການຜະລິດ, ເຮັດທຸລະກິດຢ່າງເຫມາະສົມເພື່ອເພີ່ມລາຍຮັບ".

ທະວີຄູນຮູບແບບການແຮກສ່ຽວລະຫວ່າງບ້ານຕໍ່ບ້ານ

ແຂວງ ກວາງຈີ້ (ຫວຽດນາມ) ມີເສັ້ນຊາຍແດນຮ່ວມກັບສອງແຂວງ ສະຫວັນນະເຂດ ແລະ ແຂວງ ສາລະວັນ (ລາວ) ເຊິ່ງມີຄວາມຍາວແມ່ນ 179,345 ກິໂລແມັດ. ຈາກຮູບແບບການແຮກສ່ຽວລະຫວ່າງບ້ານຕໍ່ບ້ານ ທໍາອິດແມ່ນລະຫວ່າງຄຸ້ມ ກະຕັງ (ເທດສະບານ ລາວບ໊າວ, ເມືອງ ເຮື໋ອງຮ໋ວາ, ແຂວງ ກວາງຈີ້) ກັບ ບ້ານ ແດນສະຫວັນ (ເມືອງເຊໂປນ, ແຂວງ ສະຫວັນນະເຂດ) ໃນວັນທີ 28 ເມສາ 2005, ຮອດເດືອນ ພະຈິກ 2012 ເຊິ່ງມີ 24 ຄູ່ບ້ານ​ທີ່​ຢູ່ກົງກັນຂ້າມຂອງ​ສອງ​ຟາກຂອງເຂດຊາຍ​ແດນ​ ໄດ້ຈັດ​ຕັ້ງການແຮກສ່ຽວ.

ແຕ່ລະ​ປີ, ​ແຂວງ ກວາງ​ຈີ້ ​ໄດ້​ນຳ​ໃຊ້​ງົບປະມານ​ທ້ອງ​ຖິ່ນ​ເພື່ອ​ໜູນ​ຊ່ວຍ​ການ​ກໍ່ສ້າງ​​ໂຄງການຈໍານວນໜຶ່ງ​ຄື ​ໂຮງຮຽນ; ສຸກສາລາ; ໂຄງການໄຟຟ້າ ແລະ ນ້ຳປະປາ; ສະໜອງເບັ້ຍໄມ້, ແນວພັນ; ສໍາຫຼວດບັນດາໂຄງການປູກປ່າ, ປູກຕົ້ນໄມ້ອຸດສາຫະກໍານານປີຄື ກາເຟ, ຢາງພາລາ, ໝາກພິກໄທ ແລະ ບາງໂຄງການໃນຂົງເຂດໄອທີ; ຈັດ​ຊຸດ​ຮຽນ​ພາ​ສາ​ຫວຽດ​ໃຫ້​ແມ່​ຍິງ​ລາວ​ຢູ່​ບ້ານທີ່ຕິດກັບ​ຊາຍ​ແດນ.

ໂຮງຮຽນມິດຕະພາບ T78 ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ບັນດາຄູ່ບ້ານທີ່ແຮກສ່ຽວ, ບັນດາ​ຄະນະ, ຊະແໜງການ, ອົງການ​ຈັດ​ຕັ້ງ​ຂອງ​ສອງຝ່າຍ ​ກໍໄດ້​ແລກປ່ຽນ​ປະສົບ​ການ​ດ້ານ​ການ​ຜະລິດຢ່າງເປັນປະຈໍາ, ໜູນ​ຊ່ວຍ​ບັນດາແນວ​ພັນ​ພືດ ​ແລະ ສັດ, ແນະນຳ​ວິທີ​ກຳຈັດແມງໄມ້, ​ແລກປ່ຽນ​ປະສົບ​ການໃນການ​ດຳ​ເນີນ​ທຸລະ​ກິດ, ນຳ​ໃຊ້​ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ​ເຕັກນິກ​ເຂົ້າໃນ​ການ​ຜະລິດ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ການຈະລາຈອນຜະ​ລິດ​ຕະ​ພັນ​ກາຍ​ເປັນ​ສິນ​ຄ້າ​​ແລກ​ປ່ຽນ​ຢູ່​ຕະ​ຫລາດ.

ທ່ານ ​ພັນ​ເອກ ​ເລ​ວັນ​ເຟືອງ, ຫົວໜ້າກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ກວາງ​ຈີ້ ​ໃຫ້​ຮູ້​ວ່າ, ການຈັດ​ຕັ້ງ​ການແຮກສ່ຽວ​ກຸ່ມ​ພົນລະ​ເມືອງ​ຢູ່​ສອງ​ຟາກຂອງເຂດຊາຍແດນ​ແມ່ນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ສະ​ແດງ​ໃຫ້​ເຫັນ​ຄວາມເປັນເອກະພາບ​ສູງ​ຂອງ​ການ​ນຳ​ແຂວງ ກວາງ​ຈີ້ ກັບ ສອງແຂວງ​ ສະຫວັນ​ນະ​ເຂດ ແລະ ສາລະວັນ. ຜ່ານ​ນັ້ນ ​ຢືນຢັນ​ທີ່​ຕັ້ງ ​ແລະ ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ມະຫາຊົນ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ ແລະ ຄວາມສະຫງົບຢູ່ເຂດ​ຊາຍ​​ຂອງ​ສອງ​ປະ​ເທດ​ ຫວຽດນາມ - ລາວ.

ໝາກຜົນ​ຂອງ​ຮູບ​ແບບການແຮກສ່ຽວໄດ້ປະກອບສ່ວນເຂົ້າໃນການ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່​ເຂດ​ຊາຍ​ແດນ, ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​​ລະຫວ່າງ​ສອງ​ປະ​ເທດ, ປະຊາຊົນ​ບັນດາ​ເຜົ່າທີ່​ມີເສັ້ນ​ຊາຍ​ແດນຮ່ວມກັນ, ຮັບ​ໃຊ້​ໃຫ້ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງການພັດທະນາ​ເສດຖະກິດ ​ແລະ ສັງຄົມ, ຍົກ​ສູງ​ລະດັບຄວາມຮູ້ຂອງປະຊາຊົນ, ຫຼຸດຜ່ອນຄວາມທຸກຍາກລໍາບາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ສອງຟາກຂອງຊາຍແດນ. ພ້ອມ​ກັນ​ນັ້ນ, ກໍຕັ້ງໜ້າ​ໃນການສະກັດ​ກັ້ນ, ຄົ້ນພົບ ​ແລະ ​ແກ້​ໄຂ​ຫຼາຍບັນຫາ​ທີ່​ເກີດ​ຂຶ້ນ​ຢູ່ເຂດ​ຊາຍ​ແດນ...

ໃນ​ໄລຍະ​ຈະ​ມາ​ເຖິງ, ​ຮູບແບບການແຮກສ່ຽວລະຫວ່າງບ້ານຕໍ່ບ້ານ ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ຍົກ​ສູງ​ປະສິດທິ​ຜົນ; ​ໂດຍ​ສະ​ເພາະ​ແມ່ນ​ການ​ຊຸກຍູ້​ວຽກ​ງານ​ໜູນ​ຊ່ວຍ​ປະຊາຊົນ​ຂອງ​ບັນດາບ້ານທີ່ໄດ້ແຮກສ່ຽວຂອງລາວໃນ​ການ​ພັດທະນາ​ເສດຖະກິດ​ຄອບຄົວ ​ແລະ ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ກໍຍູ້ແຮງວຽກງານໂຄສະນາໃຫ້​ປະຊາຊົນ​ຢູ່ສອງ​ຟາກຂອງຊາຍ​ແດນ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ເຂດ​ຊາຍ​ແດນ ກໍຄືຍົກສູງສະຕິໃນການປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດຊາດໃຫ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການ​ສ້າງເສັ້ນ​ຊາຍ​ແດນແຫ່ງ​ສັນຕິພາບ, ມິດຕະພາບ, ການຮ່ວມ​ມື ​ແລະ ພັດທະນາ.

ບູນມີ

ເຫດການ
302 Found

Found

The document has moved here.