ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ ​ພະ​ນັກ​ງານ​ການ​ນຳ, ຄຸ້ມ​ຄອງ ​ໃຫ້​ແກ່​ພັກ ​ແລະ ລັດ​ລາວ

08:31 | 17/11/2022

ຍ​ສ​ໝ - ຕອນເຊົ້າວັນທີ 14 ພະຈິກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດກອງປະຊຸມສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022), ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັ​ນສົນ​ທິ​ສັນ​ຍາມິດ​ຕະ​ພາບ ແລະ ການຮ່ວມມື ຫວຽດ​ນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ພິທີປະດັບຫຼຽນໄຊ ແລະ ຫຼຽນກາຂອງ ພັກ, ລັດ ລາວ ​ໃຫ້​ແກ່​ສ່ວນ​ບຸກຄົນ ​ແລະ ໝູ່​ຄະ​ນະ​ຂຶ້ນ​ກັບ​​ລະບົບ​​ຂອງ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ.

ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ
ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

ທ່ານ ສຈ.ປອ ຫງວຽນຊວັນທັ່ງ, ກຳມະການກົມການເມືອງ, ຜູ້​ອຳ​ນວຍ​ການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ເຂົ້າຮ່ວມພິທີ. ຄະນະຜູ້ແທນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ, ໂດຍ ສະຫາຍ ພູວົງ ອຸ່ນຄຳແສງ, ກຳມະການສູນກາງພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຜູ້ອຳນວຍການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ເປັນ​ຫົວ​ໜ້າຄະນະ ກໍໄດ້ເປັນກຽດເຂົ້າຮ່ວມ.

ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ ​ພະ​ນັກ​ງານ​ການ​ນຳ, ຄຸ້ມ​ຄອງ ​ໃຫ້​ແກ່​ພັກ ​ແລະ ລັດ​ລາວ
ບັນ​ດາ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ພິ​ທີ

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ ຮສ.ປອ ຫງວຽນ​ຢຸຍ​ບັກ, ຮອງ​ຫົວໜ້າ​ອຳນວຍ​ການຜູ້ປະການ ສະຖາບັນການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຢືນຢັນ​ວ່າ: 2 ປະ​ເທດ ຫວຽດນາມ - ລາວ ມີ​ການ​ພົວພັນ​ມິດຕະພາບ​ທີ່​ໃກ້ຊິດທາງດ້ານພູມີສາດ, ຕິດພັນໃນ​ດ້ານ​ການ​ເມືອງ, ມີຄວາມ​ຄ້າຍຄື​ກັນ​ໃນດ້ານວັດທະນະທຳ, ປະຫວັດສາດ, ເງື່ອນໄຂເສດຖະກິດ; ​ເຄີຍແບ່ງທຸກ​ແບ່ງ​ສຸກ​ນຳ​ກັນ ໃນ​ຂະ​ບວນການ​ຕໍ່ສູ້​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ ​ແລະ ຟື້ນ​ຟູພື້ນ​ຖານ​ເອກະລາດ​ແຫ່ງ​ຊາດ; ​ເຄີຍແບ່ງທຸກ​ແບ່ງ​ສຸກໃນ​ພາ​ລະ​ກິດ​ແຫ່ງ​ການ​ສ້າງສາ​ປະ​ເທດຊາດຄືີນໃໝ່ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ ແລະ ​ມີ​ຄວາມ​ຜາ​ສຸກ.

ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ລາວ ​ແມ່ນ​ການ​ພົວພັນທີ່​ມີ​ຄວາມ​ໝາຍ​ຄົງ​ຕົວ​ສຳ​ລັບ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ​ແລະ ມີ​ບົດບາດ​ສຳຄັນ​ໃນ​ໂຄງ​ປະກອບ​ການ​ພົວພັນໃນ​ພາກ​ພື້ນ. ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ລາວ ​ແມ່ນ​ຄວາມ​ຕ້ອງການທີ່ຈຳ​ເປັນ​, ພາ​ວະ​ວິ​ໄສ ຂອງ​ທັງ​ສອງ​ຝ່າຍ, ປະກອບສ່ວນ​ເຂົ້າ​ໃນ​ການຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ປະທານ ໂຮ່ຈີມິນ ເຄີຍເວົ້າວ່າ: “ການປະຕິວັດລາວບໍ່ສາມາດຂາດການຊ່ວຍເຫຼືອຈາກການປະຕິວັດຫວຽດນາມ ແລະ ການປະຕິວັດຫວຽດນາມ ກໍ່ບໍ່ສາມາດເຮັດໄດ້ຖ້າບໍ່ມີການຊ່ວຍເຫຼືອຈາກການປະຕິວັດລາວ”.

ໃນແຕ່ລະປີ, ສະຖາບັນໄດ້ຮັບນັກສຶກສາ, ນັກຄົ້ນຄວ້າ, ນັກສຳມະນາກອນລາວເກືອບ 500 ຄົນໃນບັນດາ​ລະ​ບົບ​ການ​ຮຽນ (ພະນັກງານວາງແຜນຂັ້ນຍຸດທະສາດ, ທິດສະດີການເມືອງຂັ້​ນ​ສູງ, ການຝຶກອົບຮົມວິຊາຊີບ, ປະລິນຍາໂທ ແລະ ປະລິນຍາເອກ). ນັກ​ສຶກສາ​ລາວ​ຢູ່ສະ​ຖາ​ບັນ​ໄດ້​ຕັ້ງໜ້າ​ຮ່ຳຮຽນ, ຄົ້ນຄວ້າ, ມີ​ຫຼາຍສະຫາຍ​ໄດ້​ຮຽນ​ຈົບດ້ວຍ​ຜົນການຮຽນ​ດີ​ເດັ່ນ ​ແລະ ​ໄດ້​ກັບ​ຄືນ​ມາ​ເຮັດ​ວຽກ, ເສີມຂະຫຍາຍ​ປະສິດທິ​ຜົນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ.

ມີ​ນັກ​ສຳ​ມະ​ນາ​ກອນຫຼາຍ​ຄົນ​ໄດ້​ກາຍ​ເປັນ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ ລາວ, ການ​ນຳ​ຂອງ​ບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ, ນຳພາ ແລະ ຊີ້​ນຳ​ການ​ພັດ​ທະ​ນາ​ປະ​ເທດ​ຊາດໂດຍ​ກົງ, ພ້ອມ​ທັງ​ຊຸກ​ຍູ້​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ.

ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ແລະ ສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ​ລາວ​ ໄດ້​ຜັນ​ຂະ​ຫຍາຍຫຼາ​ຍ​ໂຄງ​ການ, ລາຍ​ການ​ຄົ້ນ​ຄ້​ວາລວມ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ ແລະ ປະ​ຕິ​ບັດ​ສຳ​ເລັດ​ແນວ​ທາງ, ທັດສະນະ, ແຜນ​ນະ​ໂຍ​ບາ​ຍ​ຂອງ​ພັກ, ນະ​ໂຍບ​າຍ, ກົດ​ໝາຍ​ຂອງ​ລັດ ຄື​ບັນ​ດາ​ໂຄງ​ການ: ພັດທະ​ນາ ແລະ ປ​ະ​ຕິ​ບັດ​ລະ​ບອບ​ລະບຽບ​ເສດ​ຖະ​ກິດ​ການ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົ​ມ​ໃຫ້​ສຳ​ເລັດ​ຜົນ, ສ້າງ​ພັກ​ກຳ​ອຳ​ນາດ ແລະ ສ້າງ​ລັດ​ແຫ່ງອຳນາດ​ກົດ​ໝາຍ​ຕາມ​ທິດສັງ​ຄົມ​ນິ​ຍົມ, ຄຸ້ມ​ຄອງ​ລັດ​ດ້ວຍ​ກົດ​ໝາຍ, ຄົ້ນ​ຄ້​ວາ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ, ພິ​ເສດ​ແມ່ນ​ໂຄງ​ການ​ແປ​ປຶ້ມ​ໂຮ່​ຈີ​ມິນ​ຄົບ​ຊຸດ ແລະ ວັດ​ຈະ​ນາ​ນຸ​ກົມ​ໂຮ່​ຈີ​ມິນວິທະຍາ ຈາກ​ພາ​ສາ​ຫວຽດ​ ມາ​ເປັນ​ພາ​ສາ​ລາວ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.