ຮັກສາການພົວພັນແບບພິເສດລະຫວ່າງຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ

08:10 | 10/11/2022

ວັນທີ 7 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບຄະນະຜູ້ແທນອະດີດນັກຊ່ຽວຊານ ແລະທະຫານອາສາສະໝັກຫວຽດນາມ ຢູ່ລາວ ນໍາໂດຍສະຫາຍ ພົນຈັດຕະວາ ຮວິ່ງດັກເຮືອງ ຫົວໜ້າຄະນະຕິດຕໍ່ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ລາວ ຢ່າງສະໜິດສະໜົມ.

ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້ ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້
ຫວຽດນາມ ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ ຫວຽດນາມ ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ

ສະຫາຍ ພົນຈັດຕະວາ ຮວິ່ງດັກເຮືອງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ກັບຄືນມາຢ້ຽມຢາມປະເທດລາວ ອີກຄັ້ງ, ໂດຍຢັ້ງຢືນວ່າ ສາຍພົວພັນແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ເຕັມໄປດ້ວຍການເພີ່ມພູນຄູນສ້າງ, ປົກປັກຮັກສາດ້ວຍເຫື່ອແຮງ ແລະເລືອດເນື້ອຂອງທະຫານ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ, ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງປະເທດ, ແມ່ນສາຍພົວພັນຫາຍາກຂອງປະຫວັດສາດໃນໂລກ.

ຮັກສາການພົວພັນແບບພິເສດລະຫວ່າງຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນອະດີດນັກຊ່ຽວຊານ ແລະທະຫານອາສາສະໝັກຫວຽດນາມ ຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບຄັ້ງຕ່າງໆ, ສະຫາຍ ທອງລຸນ ສີສຸລິດ ແລະສະຫາຍ ໄຊສົມພອນ ພົມວິຫານ ໄດ້ຕາງໜ້າພັກ, ລັດຖະບານ ແລະປະຊາຊົນລາວ ຕີລາຄາສູງ ແລະຂອບໃຈການຊ່ວຍເຫຼືອທີ່ລໍ້າຄ່າຂອງພັກ, ລັດ ແລະປະຊາຊົນຫວຽດນາມ ເວົ້າລວມ, ໂດຍເນັ້ນໜັກເຖິງການເສຍສະຫຼະເລືອດເນື້ອຢ່າງໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະອະດີດນັກຊ່ຽວຊານຫວຽດນາມ ຢູ່ລາວ ບໍ່ພຽງແຕ່ຊ່ວຍການປະຕິວັດລາວ ຍາດໄດ້ເອກະລາດຢ່າງສົມບູນໃນວັນທີ 2 ທັນວາ ປີ 1975 ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ພ້ອມທັງສ້າງສາຍພົວພັນແບບພິເສດ, ຫາຍາກໃນການພົວພັນສາກົນໃນໂລກອີກດ້ວຍ.

ສະຫາຍ ທອງລຸນ ສີສຸລິດ ແລະສະຫາຍ ໄຊສົມພອນ ພົມວິຫານ ໄດ້ຢັ້ງຢືນວ່າ ຈະພ້ອມກັບສະຫາຍການນໍາລາວ ສຸມໃສ່ສຶກສາອົບຮົມປະຊາຊົນລາວ, ພິເສດແມ່ນໄວໜຸ່ມເພື່ອເຂົ້າໃຈກ່ຽວກັບສາຍພົວພັນແບບພິເສດລາວ-ຫວຽດນາມ ຢ່າງເລິກເຊິ່ງ, ຈາກນັ້ນມີຄວາມຮັບຜິດຊອບສືບຕໍ່ຮັກສາສາຍພົວພັນແບບພິເສດນີ້ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.