ຢູ່ນອກ AARM-30 ຢູ່ ຫວຽດນາມ: ເວົ້າພາສາຫວຽດ ເກັ່ງຄືຄະນະນັກຍິງປືນລາວ

08:12 | 10/11/2022

“ໄດ້ແລ້ວ, ບໍ່ຕ້ອງການນາຍແປພາສາດອກ, ໃຫ້ຂ້າພະເຈົ້າເວົ້າພາສາຫວຽດ ກໍໄດ້”, ຫຼາຍຄົນທີີ່ຢູ່ອ້ອມຂ້າງພາກັນຫັນໜ້າໄປເບິ່ງດ້ວຍສີໜ້າຕົກສະເງີ້ ເມື່ອໄດ້ຍິນສະຫາຍພັນເອກ ທອງສະໄໝ ສຸກປະເສີດ ຫົວໜ້າຄະນະນັກຍິງປືນກອງທັບປະຊາຊົນລາວ, ຕອບຄືນຄໍາສະເໜີຂໍສໍາພາດຂອງນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ.

ມຸ່ງໄປສູ່ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະນອກແວ ມຸ່ງໄປສູ່ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະນອກແວ
ຫວຽດນາມ ກຽມພ້ອມການແບ່ງປັນບົດຮຽນ ໃນ​ການປ້ອງກັນ ສະ​ກັດ​ກັ້ນໂລກລະບາດ Covid -19 ກັບນອກແວ ຫວຽດນາມ ກຽມພ້ອມການແບ່ງປັນບົດຮຽນ ໃນ​ການປ້ອງກັນ ສະ​ກັດ​ກັ້ນໂລກລະບາດ Covid -19 ກັບນອກແວ

ຍິ່ງຕົກສະເງີ້ໄປກວ່ານັ້ນອີກເມື່ອຮູ້ວ່າ ຄະນະນັກຍິງປືນຂອງກອງທັບປະຊາຊົນ ລາວ ທີ່ເຂົ້າຮ່ວມການແຂ່ງຂັນຍິງປືນທະຫານບົກອາຊຽນ ຄັ້ງທີ 30 (AARM-30) ທີ່ກໍາລັງດໍາເນີນໄປຢູ່ຫວຽດນາມ ມີທັງໝົດ 42 ສະຫາຍ ໃນນັ້ນ ມີ 10 ສະຫາຍ ສາມາດເວົ້າພາສາຫວຽດ ໄດ້ດີ. ເມື່ອຖາມເຂົາເຈົ້າ ແລ້ວ ຈຶ່ງຮູ້ວ່າ ສ່ວນຫຼາຍເຂົາເຈົ້າເຄີຍໄດ້ຮຽນຢູ່ຫວຽດນາມ ເປັນຕົ້ນແມ່ນຢູ່ວິທະຍາຄານ, ໂຮງຮຽນຂອງກອງທັບປະຊາຊົນຫວຽດນາມ, ສະນັ້ນເຂົາເຈົ້າ ຈຶ່ງເວົ້າພາສາຫວຽດ ໄດ້ດີເຊັ່ນວ່າ ສະຫາຍ ທອງສະໄໝ ສຸກປະເສີດ ເຄີຍຮຽນຢູ່ວິທະຍາຄານທະຫານບົກ, ຫຼັງຈາກນັ້ນແມ່ນຮຽນຢູ່ວິທະຍາຄານປ້ອງກັນຊາດຫວຽດນາມ. ປັດຈຸບັນສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ກໍາລັງເຮັດວຽກຢູ່ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ, ສະນັ້ນສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ມີໂອກາດເຮັດວຽກ, ສົນທະນາເປັນພາສາຫວຽດ ກັບພະນັກງານ, ນາຍທະຫານກອງທັບປະຊາຊົນຫວຽດນາມ ເປັນປະຈໍາ... ນອກຈາກນີ້ຍັງບໍ່ໄດ້ນັບຄັ້ງທີ່ໄປປະຕິບັດງານ, ໄປທ່ຽວ ຫຼື ພາຄະນະນັກຍິງປືນ ລາວ ໄປແຂ່ງຂັນຍິງປືນທີ່ AARM (ປີ 2006 ແລະ 2014) ຢູ່ຫວຽດນາມ, ແຕ່ລະເທື່ອຄືແນວນັ້ນ ສະຫາຍ ມີໂອກາດເວົ້າພາສາຫວຽດ. ສະຫາຍ ທອງສະໄໝ ສຸກປະເສີດ ໃຫ້ຮູ້ວ່າ ຂ້າພະເຈົ້າ ມີຄວາມໝັ້ນໃຈໃນການເວົ້າພາສາຫວຽດ ເມື່ອທັກທາຍ, ໂອ້ລົມສົນທະນາເປັນພາສາຫວຽດ ກັບໝູ່ເພື່ອນຫວຽດນາມ, ມີແຕ່ຄໍາສັບດ້ານວິຊາການ ແມ່ນຍາກໜ້ອຍໜຶ່ງ.

ຢູ່ນອກ AARM-30 ຢູ່ ຫວຽດນາມ: ເວົ້າພາສາຫວຽດ ເກັ່ງຄືຄະນະນັກຍິງປືນລາວ
ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໂອ້ລົມກັບສະຫາຍພັນເອກ ທອງສະໄໝ ສຸກປະເສີດ ຢູ່ AARM-30. ພາບ: ກວິ່ງຍື.

ຫຼືຄືກັນກັບ ສະຫາຍພັນໂທ ລັດສະໝີ ແສງດາວັນ ຮອງຫົວໜ້າຄະນະນັກຍິງປືນ ລາວ ກໍເຄີຍຮຽນຢູ່ໂຮງຮຽນນາຍທະຫານບົກ ເລກ 1 ຂອງຫວຽດນາມ ເປັນເວລາ 5 ປີ. ເມື່ອຮຽນຈົບ, ສະຫາຍ ໄດ້ກັບຄືນໄປເຮັດວຽກຢູ່ ລາວ, ບາງເທື່ອ ສະຫາຍ ກໍມີໂອກາດໄປເຂົ້າຮ່ວມຊຸດຝຶກອົບຮົມຢູ່ ຫວຽດນາມ ສະນັ້ນ ຄວາມສາມາດໃນການຟັງ ແລະເວົ້າພາສາຫວຽດ ກໍເຮັດໃຫ້ຫຼາຍຄົນຕົກຕະລຶງ.

ເມື່ອຄິດຄືນ, ຜ່ານຫຼາຍເຫດການ ໂດຍກອງທັບປະຊາຊົນຫວຽດນາມ ເປັນເຈົ້າພາບຈັດຕັ້ງ, ເກືອບວ່າເທື່ອໃດ ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ກໍພົບແຕ່ພວກສະຫາຍ ລາວ ທີ່ເວົ້າພາສາຫວຽດ ໄດ້ດີ, ຍ້ອນເຫດນັ້ນ ເມື່ອຢາກສໍາພາດ ຫຼື ຢ້ຽມຢາມຖາມຂ່າວ ກໍງ່າຍກວ່າ, ໂດຍບໍ່ຕ້ອງໄດ້ລົບກວນນາຍແປພາສາ.

ສ່ວນຢູ່ AARM ຄັ້ງນີ້, ຕ້ອງຍອມຮັບວ່າ ຄະນະນັກຍິງປືນ ລາວ ສາມາດເວົ້າພາສາຫວຽດ ໄດ້ເກັ່ງຫຼາຍ.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.