ເປີດຊຸດຝຶກອົບຮົມ 02 ຫຼັກສູດໃຫ້ແກ່ພະນັກງານການນໍາ, ຄຸ້ມຄອງຂອງລາວ

06:33 | 10/11/2022

ວັນ​ທີ 9 ພະຈິກ​, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ພິທີ​ເປີດ​ຊຸດ​ອົບຮົມ​ວຽກງານການຈັດ​ຕັ້ງ ​ແລະ ​ໂຄສະນາ​ອົບຮົມສໍາລັບ​ພະນັກງານ​​ພັກ​ປະຊາຊົນ​ປະຕິວັດ​ລາວ ປີ 2022 ​ເຊິ່ງໄດ້​ໄຂ​ຂຶ້ນ​ຢູ່​ສະຖາບັນການເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ. ພິທີ​ເປີດ​ຄັ້ງ​ນີ້​ມີ​ການເຂົ້າຮ່ວມຂອງສຳມະນາກອນ, ຜູ້​ແທນ ​ແລະ ບັນດາຄູ​ອາຈານ 30 ທ່ານ.

ຫັນປ່ຽນພະລັງງານແມ່ນປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ຫລຸດຜ່ອນ ອາຍພິດລົງເປັນ 0 ໃນປີ 2050 ຫັນປ່ຽນພະລັງງານແມ່ນປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ຫລຸດຜ່ອນ ອາຍພິດລົງເປັນ 0 ໃນປີ 2050
ຫວຽດນາມ - ຟີລິບປີນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຟີລິບປີນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ພິທີ​ເປີດ​ຊຸດຝຶກ​ອົບຮົມ​ວຽກງານການຈັດ​ຕັ້ງ ​ແລະ ​ຊຸດຝຶກ​ອົບຮົມວຽກງານໂຄສະນາ​ສຶກສາ​ໃຫ້ແກ່ພະນັກງານ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ປີ 2022 ​ໄດ້​ດຳ​ເນີນ​​ໃນ​ວັນ​ທີ 9 ພະຈິກ 2022 ຢູ່​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ. (ພາບ: ທູຮ່າ)
ພິທີ​ເປີດ​ຊຸດຝຶກ​ອົບຮົມ​ວຽກງານການຈັດ​ຕັ້ງ ​ແລະ ​ຊຸດຝຶກ​ອົບຮົມວຽກງານໂຄສະນາ​ສຶກສາ​ໃຫ້ແກ່ພະນັກງານ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ປີ 2022 ​ໄດ້​ດຳ​ເນີນ​​ໃນ​ວັນ​ທີ 9 ພະຈິກ 2022 ຢູ່​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ. (ພາບ: ທູຮ່າ)

ຜູ້ຕາງໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແບ່ງປັນວ່າ: ຫຼັກສູດການສຶກສາ ແລະ ຄົ້ນຄວ້າຂອງ 2 ຊຸດຝຶກອົບຮົມໄດ້ດຳເນີນໃນໄລຍະ 2 ເດືອນຢູ່ ຫວຽດນາມ. ​ບັນດາເນື້ອ​ໃນ​ການ​ຮຽນ​ຂອງ 2 ຫຼັກສູດ​ນີ້​ແມ່ນ​ໄດ້​ຮຽບຮຽງ​ຢ່າງ​ລະອຽດ, ປະສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບບັນດາ​ເນື້ອ​ໃນກ່ຽວກັບ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ, ກ່ຽວກັບບົດຮຽນ​ປະສົບ​ການ ​ແລະ ທັກສະວິຊາ​ການ​ຈຳນວນ​ໜຶ່ງ; ອັບເດດບັນດາບັນຫາໂລກ; 35 ປີແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ; ບົດຮຽນປະສົບການ ແລະ ທັກສະໃນການແກ້ໄຂບັນຫາທີ່ເກີດຂຶ້ນໃນຕົວຈິງຢູ່ໃນຫຼາຍຂົງເຂດສະເພາະ.

ສະຫຼັບລະຫວ່າງບັນດາຊຸດຮຽນ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈະຈັດໃຫ້ສຳມະນາກອນໄປລົງຄົ້ນຄ້ວາຕົວຈິງຢູ່ບາງທ້ອງຖິ່ນຂອງຫວຽດນາມ ເພື່ອຊ່ວຍໃຫ້ບັນດາສຳມະນາກອນສະສົມຄວາມຮູ້ໃນພາກປະຕິບັດຕົວຈິງ, ມີການລົງພຶດຕິກຳຕົວຈິງທີ່ອຸດົມສົມບູນ ແລະ ແທດຈິງໃນບັນດາຂົງເຂດ.

ໃນ​ດ້ານ​ຮູບ​ແບບ​ການ​ຮຽນ, ຊຸດຮຽນແມ່ນ​ຈະຜັນຂະຫຍາຍ​ວິ​ທີ​ການ​ປະ​ສົມ​ຫຼາຍວິທີ​ການເຊັ່ນ​: ການ​ສອນ​ໃນ​ຫ້ອງ​, ການ​ສົນ​ທະ​ນາ​, ການ​ແລກ​ປ່ຽນ​ປະ​ສົບ​ການ​, ການ​ຢ້ຽມ​ຢາມ​ທັດສະນະຕົວຈິງ...

ທ່ານ​ ຮສ.ປອ. ຮ່ວາງ​ຟຸກ​ເລີມ, ຮອງ​ເລຂາ​ຄະນະ​ພັກ, ຮອງ​ອໍານວຍກການສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ. (ພາບ: ທູຮ່າ)
ທ່ານ​ ຮສ.ປອ. ຮ່ວາງ​ຟຸກ​ເລີມ, ຮອງ​ເລຂາ​ຄະນະ​ພັກ, ຮອງ​ອໍານວຍກການສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ. (ພາບ: ທູຮ່າ)

ທ່ານ​ ຮສ.ປອ. ຮ່ວາງ​ຟຸກ​ເລີມ, ຮອງ​ເລຂາ​ຄະນະ​ພັກ, ຮອງ​ອໍານວຍການສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: “ວຽກງານການ​ກໍ່ສ້າງ ​ແລະ ບຳລຸງ​ສ້າງ​ພະນັກງານການ​ນໍາ ​ແລະ ຄຸ້ມ​ຄອງ​ ໃຫ້ແກ່​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແມ່ນ​ວຽກ​ງານ​ທີ່​​ສຳຄັນ​ທີ່​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນກາງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ມອບ​ໝາຍ​ໃຫ້​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ. ​ໃນ​ຊຸມ​ປີ​ຜ່ານມາ​ນີ້, ພັກ ​ແລະ ລັດ​ລາວ ຍາມໃດກໍ່​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ຖັນແຖວພະນັກງານການນຳ, ຜູ້​ຄຸ້ມຄອງຫຼັກແຫຼ່ງ​ໃນ​ທຸກ​ຂັ້ນ​ຂອງ​ລະບົບ​ການ​ເມືອງ​ຢູ່​ລາວ. ແຕ່ລະປີ, ພັກ ແລະ ລັດລາວ ໄດ້ສົ່ງພະນັກງານການນຳ, ຜູ້​ຄຸ້ມຄອງຂັ້ນກາງ, ຂັ້ນສູງຫຼາຍຮ້ອຍຄົນ ມາຮ່ຳຮຽນ, ຍົກສູງຄວາມຮູ້ຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ. ພວກຂ້າພະເຈົ້າຖື​ນັ້ນແມ່ນຄວາມເປັນ​ກຽດ​ທີ່​ໄດ້ມີການ​ປະກອບສ່ວນ​​ເຂົ້າ​ໃນ​ການກໍ່ສ້າງ ​ແລະ ບຳລຸງ​ສ້າງຖັນແຖວພະນັກງານການນຳ, ຜູ້​ຄຸ້ມຄອງຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຜ່ານນັ້ນ ກໍປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ, ພັດທະນາ, ​ຍົກລະດັບ​ນໍ້າໃຈຄວາມ​ສາມັກຄີມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ.

ທ່ານ ວັນນະໄຊ ເທບທິລາດ, ​ເລ​ຂາ​ເອກ​ສະ​ຖານ​ທູດ​ລາວ ປະ​ຈຳ ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ: “ໂດຍຕາງໜ້າໃຫ້ສະ​ຖານ​ທູດ​ລາວ ປະ​ຈຳ ​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ຕໍ່​ບັນ​ດາໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ແລະ ຄະນະໂຄສະນາອົບຮົມສູນກາງ; ຄະນະຈັດຕັ້ງສູນກາງພັກປະຊາຊົນ ປະຕິວັດລາວ ໃນໄລຍະຜ່ານມາ. ຕາງໜ້າ​ສະຖານທູດ​ລາວ ປະຈຳ ຫວຽດນາມ, ຂໍ​ສະແດງຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ບັນດາ​ການ​ນຳ​ຂອງ​ພັກ, ລັດ ຫວຽດນາມ ທີ່ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຊ່ວຍ​ເຫຼືອ​ໃນ​ການ​ກໍ່ສ້າງ, ບຳລຸງ​ສ້າງ​ພະນັກງານ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ສາທາລະນະ​ລັດ ປະຊາທິປະ​ໄຕ ​ປະຊາຊົນ ​ລາວ”.

ທ່ານ​ ວັນນະໄຊ ເທບທິລາດ, ເລ​ຂາເອກ ​ສະ​ຖານ​ທູດ​ລາວ ປະ​ຈຳ ​ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ. (ພາບ: ທູຮ່າ)
ທ່ານ​ ວັນນະໄຊ ເທບທິລາດ, ເລ​ຂາເອກ ​ສະ​ຖານ​ທູດ​ລາວ ປະ​ຈຳ ​ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ. (ພາບ: ທູຮ່າ)

“ສອງ​ຂົງ​ເຂດ​ວຽກ​ງານການຈັດຕັ້ງ​ ​ແລະ ​ໂຄສະນາ​ສຶກສາ ​ແມ່ນ​ສອງ​ຂົງ​ເຂດ​ສຳຄັນທີ່ສຸດ ໂດຍ​ພັກ ​ແລະ ລັດລາວ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຖື​ເປັນ​ບຸລິມະສິດ. ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ໄດ້​ຊ່ວຍ​ເຫຼືອ ​ແລະ ໜູນ​ຊ່ວຍ​ລາວ​ໃນ​ການ​ກໍ່ສ້າງ ແລະ ບຳລຸງ​ສ້າງ​ພະນັກງານ ກໍ່ຄືໃນວຽກ​ງານບຳລຸງ​ສ້າງການ​ເມືອງແນວຄິດ ໃຫ້​ແກ່​ຖັນແຖວພະນັກງານການ​ນຳ​, ​ຜູ້​ຄຸ້ມ​ຄອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ນີ້​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນຄວາມມີຊີວິດຊີວາໃຫ້ແກ່​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ​ແມ່ນ​ສາຍ​ພົວ​ພັນ​ອັນ​ໂປ່ງໃສ, ຊື່ສັດບໍລິສຸດ, ສາຍ​ພົວ​ພັນມີໜຶ່ງບໍ່ມີສອງໃນ​ໂລກ. ປິ 2022 ກໍ່ແມ່ນປິທີ່ສອງພັກ, ສອງລັດ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງສອງເຫດການ​ຂອງ​​ສອງ​ຊາດ​ຄື: ຄົບຮອບ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ທີ່​ສຸດວ່າ ພວກເຮົາຈະ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ ​ແລະ ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ສະຫາຍ​ໃນ​ໄລຍະ​ຈະ​ມາ​ເຖິງ", ທ່ານ ວັນນະໄຊ ເທບທິລາດ ແບ່ງປັນ.

ໄຊພອນ

ເຫດການ
302 Found

Found

The document has moved here.