ຍສໝ - ນັ້ນແມ່ນການຕີລາຄາໄທີ່ສຳຄັນຂອງທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໃນການຕອບສໍາພາດນັກຂ່າວຂອງວາລະສານ ຍຸກສະໄໝ ກ່ຽວກັບການພົວພັນມິດຕະພາບລະຫວ່າງສອງປະເທດໃນອະນາຄົດ.
ກະຊວງຕຳຫຼວດ ຫວຽດນາມ ກຳນົດວ່າ ໂຄງການດັ່ງກ່າວແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມ, ລະຫວ່າງກຳລັງຕຳຫຼວດ 2 ປະເທດເວົ້າສະເພາະ.
ແຂວງ ຫົວພັນ ຍາມໃດກໍຮ່ວມເດີນທາງພ້ອມກັບແຂວງ ແທັງຮວ໊າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມກັນພັດທະນາເສດຖະກິດ - ສັງຄົມໃຫ້ນັບມື້ນັບຮຸ່ງເຮືອງສີວິໄລ; ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງມີປະສິດທິຜົນ, ທັນການຂອງແຂວງ ແທັງຮວ໊າ ໃນຫຼາຍຂົງເຂດ, ພິເສດແມ່ນ ການໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນບົດຮຽນ, ປະສົບການ, ສ້າງພື້ນຖານໂຄງລ່າງທີ່ຈຳເປັນ.
ຜ່ານງານວາງສະແດງ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນຖັນແຖວພະນັກງງານ, ສະມາຊິກພັກ ແລະ ປະຊາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວິວັດແຫ່ງການກໍ່ສ້າງ ແລະ ພັດທະນາ ການພົວພັນພິເສດ ຫວຽດນາມ - ລາວ, ແທງຮວາ - ຫົວພັນ ໃນຂະບວນການຕໍ່ສູ້ປົດປ່ອຍຊາ.
ການພົວພັນລະຫວ່າງແຂວງ ຈຳປາສັກ ແລະ ນະຄອນ ເກິນເທີ ໃນໄລຍະ 2022 – 2026 ຈະສຸມໃສ່ 3 ເນື້ອໃນຕົ້ນຕໍຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການລົງທຶນພັດທະນາເສດຖະກິດ, ການຮ່ວມມືມິດຕະພາບ ແລະ ການໜູນຊ່ວຍສັງຄົມ.
ກະຊວງຕຳຫຼວດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຮ່ວມມືຮອບດ້ານກັບກະຊວງຕຳຫຼວດລາວ ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃຫມ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
ອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຂອງສອງປະເທດສືບຕໍ່ສົມທົບກັນແກ້ໄຂບັນດາກໍລະນີ ອົບພະຍົບເສລີຂອງຊາວ ຫວຽດນາມ ທີ່ພວມດຳລົງຊີວິດໃນລາວ...
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022), ຫວ່າງແລ້ວນີ້, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ກວາງນາມ ຟານວຽດເກື່ອງ ຕາງໜ້າຄະນະປະຈຳພັກແຂວງ ໄດ້ເປັນປະທານກອງປະຊຸມກັບຄະນະຜູ້ແທນແຂວງ ອັດຕະປື (ລາວ) ນໍາໂດຍ ທ່ານ ເລັດ ໄຊຍະພອນ, ກໍາມະການສູນກາງພັກ, ເລຂາພັກ, ເຈົ້າແຂວງໆອັດຕະປື ເປັນຫົວໜ້າຄະນະ ໄປຢ້ຽມຢາມ ແລະ ເຮັດວຽກ.
ຍສໝ- ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2022) ແລະ ວັນຊາດ (2 ກັນຍາ 1945 – 2 ກັນຍາ 2022), ແຂວງ ລາວກາຍ ໄດ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອສະເຫຼີມສະຫຼອງວັນຊາດທີ່ສຳຄັນ.
ຕອນບ່າຍວັນທີ 23 ສິງຫາ, ທີ່ນະຄອນດ່ານັ້ງ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທິດ ສົມທົບກັບສໍານັກພິມຈໍາໜ່າຍແຫ່ງຊາດລາວ ຈັດຕັ້ງພິທີໄຂງານວາງສະແດງປຶ້ມ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ: ຂີດໝາຍຜ່ານແຕ່ລະໜ້າປຶ້ມ” ແລະການພົບປະເຈລະຈາສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ.
ຍສໝ - ຫວຽດນາມ ພ້ອມແລ້ວທີ່ຈະສົມທົບ ແລະ ແບ່ງປັນຂໍ້ມູນຂ່າວສານຕີລາຄາ ກ່ຽວກັບສະພາບການເສດຖະກິດໂລກ, ປະກອບຄຳເຫັນກ່ຽວກັບບັນດາບັນຫາພົ້ນເດັ່ນ, ກໍ່ຄືປະສົບການໃນການຜັນຂະຫຍາຍການທູດເສດຖະກິດກັບລາວ.
ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ນຳໜ້າຄະນະຜູ້ແທນກະຊວງຍຸຕິທຳ ລາວ ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ປາດຖະໜາວ່າ ບັນດາລຸ້ນໜຸ່ມຂອງນັກການທູດທີ່ມີໜ້າເຂົ້າຮ່ວມງານພົບປະແລກປ່ຽນ ຈະສືບຕໍ່ສືບທອດ ແລະ ເສີມຂະຫຍາຍບັນດາຮີດຄອງປະເພນີອັນດີງາມທີ່ມີຢູ່, ເຮັດໃຫ້ການພົວພັນ ຫວຽດນາມ - ລາວ ນັບມື້ນັບໝັ້ນຄົງເຂັ້ມແຂງ.
ຍສໝ - ຕາມເນື້ອໃນຂອງບົດບັນທຶກຊ່ວຍຈຳ, ສອງແຂວງໄດ້ເຫັນດີເປັນເອກະສັນກັນຜັນຂະຫຍາຍບັນດາວຽກງານຕົ້ນຕໍ ຄື: ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການເພີ່ມທະວີການໂຄສະນາເຜີຍແຜ່ສຶກສາອົບຮົມຖັນແຖວພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ ແລະ ແຂວງຊຽງຂວາງ-ເຊີນລາ...
ບໍ່ພຽງແຕ່ເພີ່ມທະວີການຮ່ວມມືສອງຝ່າຍເທົ່ານັ້ນ, ຫວຽດນາມ ແລະ ລາວ ຍາມໃດກໍຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສຫຼາຍຝ່າຍ. ເພາະວ່າ ການພົວພັນຫຼາຍຝ່າຍ ແມ່ນມີຄວາມສຳຄັນຫຼາຍໃນວຽກງານການຕ່າງປະເທດຂອງທັງສອງປະເທດ. ເພາະສະນັ້ນ, ສອງປະເທດ ຍາມໃດກໍຮຽງບ່າຮຽງໄຫຼ່, ຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍບົນເວທີສາກົນ ແລະ ພາກພື້ນ, ພິເສດແມ່ນ ອາຊຽນ; ຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ຄວາມຮັບຜິດຊອບຂອງຕົນສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ສາກົນ.
ຍສໝ - ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນຢູ່ແຂວງ ດ້ຽນບຽນ ແຕ່ວັນທີ 23 – 25 ກັນຍາ.
ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງກວາງບິ່ງ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະຄະນະເລຂາທິການສະພາແຫ່ງຊາດລາວ ໄດ້ໄຂກອງປະຊຸມສຳມະນາ ແລະ ແລກປ່ຽນວຽກງານຄັ້ງທີ 11 ໂດຍການເຂົ້າຮ່ວມ ຂອງທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເຈີນແທງເມີ້ນ ແລະ ທ່ານນາງເລຂາທິການ ສະພາແຫ່ງຊາດລາວ ປີງຄຳ ລາຊະສິມມາ.
ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນແນວລາວສ້າງຊາດ ແຂວງຈຳປາສັກ ນຳໂດຍ ສະຫາຍ ນາງ ວາດສະໜາ ສີລິມາ ຄະນະປະຈຳພັກແຂວງ, ປະທານຄະນະກຳມະການແນວລາວສ້າງຊາດ ແຂວງ ຈຳປາສັກ ໄດ້ໄປຢ້ຽມຢາມ ແລະ ພົບປະແລກປ່ຽນປະສົບການກ່ຽວກັບວຽກງານແນວໂຮມກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ກວາງຫງາຍ.
ຍສໝ - ຕ້ອນຮັບບຸນປີໃໝ່ຢູ່ຫວຽດນາມ, ນັກສຶກສາລາວ ຍັງໄດ້ຮັບອັ່ງເປົ່າຕາມຮີດຄອງປະເພນີຂອງຊາວຫວຽດນາມ. ຍ້ອນມັກຮີດຄອງປະເພນີນີ້, ຫຼາຍໆຄົນ ກໍ່ຕື່ນເຕັ້ນໃຫ້ໝູ່ເພື່ອນຖ່າຍຮູບກັບອັ່ງເປົ່າຊອງແດງ ແລ້ວແຊລົງເຟສບຸກ ໃຫ້ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຢູ່ບ້ານເກີດເມືອງນອນ...
ຍສໝ - ເກືອບ 20 ປີມານີ້, ຫໍພັກນັກສຶກສາລາວ ຢູ່ນະຄອນ ໂຮ່ຈີມິນ ໄດ້ກາຍເປັນຊາຍຄາລວມຂອງນັກສຶກສາລາວຫຼາຍລຸ້ນຄົນ, ເປັນບ່ອນສະໜິດຕິດພັນປະຊາຄົມນັກສຶກສາ ລາວ ກັບຊາວນະຄອນ, ພິເສດແມ່ນລຸ້ນໜຸ່ມຢູ່ຫວຽດນາມ.