ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ

09:18 | 26/11/2022

ຍສໝ - ໃນວັນ​ທີ 22 ພະຈິກ​ນີ້, ຢູ່​ແຂວງ​ສະຫວັນ​ນະ​ເຂດ, ສປປ.ລາວ, ຄະນະ​ກຳມະການ​ສູນ​ກາງ​ແນວໂຮມປະເທດຊາດຫວຽດນາມ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ ກ່ຽວກັບວຽກງານ​ສ້າງ​ເສັ້ນ​ຊາຍ​ແດນ​ລາວ-ຫວຽດນາມ ​ແຫ່ງ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື​ພ້ອມກັນ​ພັດທະນາ​ ​ປີ 2022. ສອງຝ່າຍໄດ້ແລກປ່ຽນ, ປຶກສາຫາລື ແລະ ເຫັນດີເອກະສັນກັນ ຕໍ່ທິດທາງ ແລະ ແຜນການສ້າງເສັ້ນຊາຍແດນມິດຕະພາບ ລາວ-ຫວຽດນາມ ໃນໄລຍະຈະມາເຖິງ. ໜັງ​ສື​ພິມ ມະຫາສາມັກຄີ ​ໄດ້​ລົງ​ພິມ​​ຖະ​ແຫຼງ​ການ​ຮ່ວມ​ຂອງ​ກອງ​ປະ​ຊຸມ.

ໝາກຜົນຫຼາຍຢ່າງທີ່ແທດຈິງໃນການຮ່ວມມືຊາຍແດນຫວຽດນາມ - ລາວ ໝາກຜົນຫຼາຍຢ່າງທີ່ແທດຈິງໃນການຮ່ວມມືຊາຍແດນຫວຽດນາມ - ລາວ
ປ້ອງກັນ ແລະ ຕ້ານການລະບາດພະຍາດ Covid 19 ຢູ່ຊາຍແດນຫວຽດນາມ - ລາວ: ສະກັດກັ້ນການເຂົ້າ - ອອກ ເມືອງ​ ທີ່ຜິດກົດໝາຍ ປ້ອງກັນ ແລະ ຕ້ານການລະບາດພະຍາດ Covid 19 ຢູ່ຊາຍແດນຫວຽດນາມ - ລາວ: ສະກັດກັ້ນການເຂົ້າ - ອອກ ເມືອງ​ ທີ່ຜິດກົດໝາຍ

ຄະນະກຳມະການສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ລ້ວນ​ແຕ່ມີຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ເອກອ້າງທະນົງໃຈກ່ຽວກັບມູນເຊື້ອຂອງ​ແນວ​ໂຮມ ສອງ​ປະ​ເທດ, ສຳຫຼັບຄວາມ​ສາມັກຄີ, ມິດຕະພາບ​​ແບບ​ພິ​ເສດ, ຄວາມຈົງຮັກພັກດີ, ໃສແຈ້ງ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ທີ່ໄດ້ສ້າງ ​ແລະ ອອກເຫື່ອເທແຮງເພີ່ມພູນຄູນງ​ສ້າງ​ໂດຍ​ປະທານ ​ໂຮ່ຈີ​ມິນ, ປະທານ ​ໄກສອນ ພົມວິຫານ ​ແລະ ບັນດາ​ຜູ້ນຳ​ລຸ້ນຕ່າງໆຂອງ​ສອງ​ປະ​ເທດ. ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມຂອງ​ສອງ​ປະ​ເທດ ​ໃນບັນດາ​ໄລຍະ​ປະຫວັດສາດ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ສາມັກຄີ, ມິດຕະພາບ​​ແບບ​ພິ​ເສດ, ຈົງຮັກພັກດີ, ໃສແຈ້ງຂອງ​ປະຊາຊົນ​ສອງ​ປະ​ເທດ. ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ, ບັນດາ​ໂຄງການ​ສົມທົບ​ກັນ​ລະຫວ່າງແນວໂຮມ 2 ປະເທດ​ນັບ​ມື້​ນັບທີ່ມີຄວາມປະສິດທິຜົນທີ່ແທດ​ຈິງ.

ພາຍຫຼັງ 5 ປີ​ມາ​ນີ້, ຍ້ອນຜົນກະທົບ​ຂອງ​ໂລກ​ລະບາດ​ໂຄ​ວິດ-19 ​ແລະ ສາເຫດພາວະວິໄສ​ຫຼາຍ​ຢ່າງ ໄດ້ເຮັດໃຫ້ການ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ຍັງມີບັນດາບັນຫາທີ່ຍັງຄົງຄ້າງ ​ແລະ ຂໍ້​ຈຳກັດ​ທີ່​ຈຳ​ເປັນ​ຕ້ອງ​ແກ້​ໄຂ, ​ເຊິ່ງ​ໄດ້ຮັບການ​ວິ​ເຄາະ ​ແລະ ຕີ​ລາຄາໃນກອງປະຊຸມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ເນື້ອ​ໃນ​ທີ່​ໄດ້​ກ່າວ​ໃນ​ຖະ​ແຫຼ​ງການ​ຮ່ວມ​ທີ່​ກອງ​ປະຊຸມກ່ຽວກັບວຽກງານ​ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດນາມ - ລາວແຫ່ງ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມືພ້ອມກັນ​ພັດທະນາ ໃນ​ປີ 2017 ຢູ່​ແຂວງກວາງ​ບິ່ງ, ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ບັນລຸ​ໄດ້​ໝາກຜົນທີ່ແທດ​ຈິງ​ຫຼາຍ​ຢ່າງ; ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ເວົ້າ​ລວມ, ຂອງ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນຮ່ວມ ​ລະຫວ່າງ 2 ປະ​ເທດ​ເວົ້າ​ສະ​ເພາະ.

ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ
​ທ່ານ ​ເລ​ຕຽນ​ເຈົາ, ກຳມະການ​ສູນ​ກາງ​ພັກກອມມູນິດຫວຽດນາມ, ຮອງ​ປະທານ-​ເລຂາທິການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ແນວໂຮມປະເທດຊາດຫວຽດນາມ ​ແລະ ທ່ານ ຄຳເຜີຍ ບຸດດາວຽງ, ກໍາມະການສູນກາງພັກປະຊາຊົນ ປະຕິວັດລາວ​, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ

ດ້ວຍ​ຈິດ​ໃຈ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ; ຕອບສະໜອງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ປີ 2022 ເຊັ່ນ: ຄົບຮອບ 60 ປີ ວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການ​ຮ່ວມ​ມືຫວຽດນາມ-ລາວ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ທິດ​ທາງ ​ແລະ ວຽກ​ງານ​ສົມທົບ​ກັນ ໃນການ​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ພັດທະນາ ລາວ-ຫວຽດນາມ ​ໄລຍະ 2022-2025 ດ້ວຍ​ບັນດາ​ເນື້ອ​ໃນຈຸດສຸມ ​ຄື:

ສອງຝ່າຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ໂຄສະນາເຜີຍແຜ່, ​ການ​ສຶກສາ​ຢ່າງເລິກເຊິ່ງກວ້າງຂວາງໃຫ້​ມີ​ປະສິດທິ​ຜົນ ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ, ນັກຮຽນ ​ແລະ ນັກ​ສຶກສາ​ຂອງ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ, ມີຄວາມເອກອ້າງທະນົງໃຈຕໍ່ປະຫວັດສາດການພົວພັນຳອັນດີງາມ, ໃສແຈ້ງ, ເປັນແບບຢ່າງ, ຈົງຮັກພັກດີ, ມີຄວາມສາມັກຄີແບບພິເສດ ລະຫວ່າງສອງຊາດຫວຽດນາມ-ລາວ. ຜ່ານ​ນັ້ນ​ກໍມີ​ຄວາມ​ຮັບຜິດຊອບໃນການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນອັນ​ລ້ຳ​ຄ່າ​ນີ້ ​ໃຫ້ຫຼາຍກວ່າອີກ; ​ໂຄສະນາ​ເຜີຍ​ແຜ່​ຢ່າງ​ເລິກເຊິ່ງກວ້າງຂວາງ ​ແລະ ​ຍົກສູງສະຕິ​ຄວາມ​ຮັບ​ຮູ້​ໃຫ້​ປະຊາຊົນທຸກຊັ້ນວັນນະ​ຢູ່​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ແນວ​ທາງ, ແຜນນະໂຍບາຍ, ນະ​ໂຍບາຍ, ກົດໝາຍ​ຂອງ​ສອງ​ພັກ ​ແລະ ສອງ​ລັດ; ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຢ່າງ​ກວ້າງຂວາງ ​ກ່ຽວ​ກັບ​ບັນດາ​ໂຄງການ ​ແລະ ລາຍການ​ເຄື່ອນ​ໄຫວ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ເວົ້າລວມ, ກ່ຽວ​ກັບ​ການ​ສ້າງ​ຊາຍ​ແດນ​ແຫ່ງສັນຕິພາບ, ມິດຕະພາບ ເວົ້າສະເພາະ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ. ​ເພີ່ມ​ທະວີ​ການ​ໂຄສະນາເຜີຍ​ແຜ່, ສຶກສາ​ເພື່ອ​ໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ ​ມີຄວາມ​ສະຕິ​ລະວັງ​ຕົວ, ຄົ້ົ້ນພົບ, ສະກັດ​ກັ້ນ​ບັນດາ​ການ​ກະທຳ​ກໍ່​ການ​ຮ້າຍ ​ແລະ ​ບໍ່​ມີ ສະຖຽນ​ລະ​ພາບຂອງພວກກຸ່ມຄົນບໍ່ດີ, ປະກອບສ່ວນ​ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຮັດ​ແໜ້ນ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ

ແນວໂຮມຂອງ 10 ​ແຂວງ​ທີ່​ມີ​ຊາຍ​ແດນຮ່ວມ ​ລະຫວ່າງ 2 ປະ​ເທດ​ ຕ້ອງຊຸກຍູ້​ການ​ເຄື່ອນ​ໄຫວຂົນຂວາຍ​, ຂະບວນການແຂ່ງຂັນຮັກ​ຊາດ, ຂົນຂວາຍ​ປະຊາຊົນ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ​ຂອງ​ປະ​ເທດ​ຊາດ ​ແລະ ​ບ້ານ​ເກີດ​ເມືອງ​ນອນ, ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ, ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ເຮັດໃຫ້​ຊີວິດໝັ້ນຄົງ, ຫຼຸດຜ່ອນ​ອັດຕາ​ສ່ວນຂອງຄອບຄົວທຸກຍາກ; ເບິ່ງແຍງການຮ່ຳຮຽນຂອງເດັກນ້ອຍໃນໄວຮຽນ ແລະ ບໍ່ປະໃຫ້ເຂົາເຈົ້າຂາດການຮ່ຳຮຽນ; ແກ້ໄຂສະພາບການເຊື່ອຖືງົມງວາຍ​, ບູຊາເສັ່ນໄຫວ້​ໃນ​ເມື່ອ​ທີ່​ເຈັບ​ປ່ວຍ​, ບໍ່ປະ​ໃຫ້​ຄົນ​ເຈັບບໍ່ໄດ້​ໄປຮາກຖານສາທາລະນະສຸກ​ເພື່ອ​ກວດ​ ​ແລະ​ ປິ່ນ​ປົວ​; ເພີ່ມທະວີການພົບປະແລກປ່ຽນປະຊາຊົນຢູ່ເຂດຊາຍແດນ, ສະເໜີແນະການປະຕິບັດໂຄງການແຮກສ່ຽວລະຫວ່າງ ປ້ອມຊາຍແດນ, ລະຫວ່າງບັນດາບ້ານ, ຕາແສງ ແລະ ເມືອງສອງຟາກຊາຍແດນ ທີ່ໄດ້ຮັບການອະນຸມັດຈາກອຳນາດການປົກຄອງທ້ອງຖິ່ນ ຢ່າງມີປະສິດທິຜົນ.

ສອງຝ່າຍ​ສືບ​ຕໍ່​ສ້າງ​ບັນດາ​ອົງການແນວໂຮມ ​ແລະ ໝູ່ຄະນະ​ປະຊາຊົນ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ, ປະກອບສ່ວນ​ເພີ່ມ​ທະວີ​ລະບົບ​ການ​ເມືອງຮາກຖານ​ຢູ່​ເຂດ​ຊາຍ​ແດນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງເຂດພົນລະເມືອງ, ບ້ານ ​ແລະ ໝູ່​ບ້ານທີ່ມີຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ, ຮັບປະກັນ​ຄວາມ​ເປັນລະບຽບຮຽບຮ້ອຍ​ປອດ​ໄພ; ເສີມ​ຂະຫຍາຍ ​ແລະ ຮັກສາສີສັນ​​ແຫ່ງ​ຊາດ.

ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ

ສອງຝ່າຍ​​ສືບ​ຕໍ່​ຂົນຂວາຍ, ສົ່ງເສີມ ​ແລະ ​ເປັນ​ຂົວ​ຕໍ່​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກທຸລະກິດ​ຂອງ​ສອງ​ປະ​ເທດ​ລົງທຶນ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເຂດ​ເສດຖະກິດ, ສູນ​ການ​ຄ້າ​ຢູ່​ບັນດາ​ດ່ານ​ຊາຍ​ແດນ, ​ທາງ​ເປີດ, ບັນດາໂຄງການ​ພັດທະນາ​ເສດຖະກິດ-ສັງຄົມ, ພັດທະນາ ​ແລະ ໂຄສະນາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ ເພື່ອຂຸດ​ຄົ້ນ​ເສັ້ນທາງ​ທ່ອງ​ທ່ຽວ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ການ​ພັດທະນາ​ການທ່ອງທ່ຽວ​ຢູ່​ບັນດາ​ແຂວງ​ຊາຍ​ແດນ, ປະກອບສ່ວນ​ພັດທະນາ​ເສດຖະກິດ-ສັງຄົມ​ຢູ່​ເຂດ​ຊາຍ​ແດນ, ສ້າງ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ ​ແລະ ທີ່​ພັກ​ທີ່​ໝັ້ນຄົງໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນຂອງສອງ​ປະ​ເທດ. ຍູ້​ແຮງການ​ສົ່ງ​ອອກ​ຜະລິດ​ຕະພັນ​ຫວຽດນາມ - ລາວ ​ທີ່​ມີ​ຄຸນ​ນະພາ​ບສູງ​ຢູ່​ເຂດ​ຊາຍ​ແດນ​ເພື່ອສະໜອງໃຫ້​ປະຊາຊົນ​ບັນດາ​ໝູ່​ບ້ານ, ຕາ​ແສງ, ​ເມືອງຂອງບັນດາ​ແຂວງ​ຕິດກັບຊາຍ​ແດນ ​ເພື່ອແນໃສ່​ຮັບປະກັນ​ສຸຂະພາບ ແລະ ​ຜົນປະໂຫຍດດ້ານເສດຖະກິດ​ໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ; ​ ​ຈັດ​ງານຕະຫຼາດນັດ​ສິນຄ້າ ​ແລະ ງານ​ວາງສະ​ແດງ​ສິນຄ້າ​ຄຸນ​ນະພາ​ບສູງ​ຂອງ​ສອງ​ປະ​ເທດເປັນ​ປະຈຳ​ປີ​ ຢູ່​ເຂດ​ຊາຍ​ແດນ​ທີ່​ມີ​ພົນລະເມືອງດຳລົງຊີວິດຢູ່​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ສອງຝ່າຍ​ສືບ​ຕໍ່​ແນະນຳ​ແນວ​ໂຮມ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຮ່ວມ​ ເລືອກ​ເອົາບັນດາ​ເນື້ອ​ໃນ​ທີ່ແທດ​ຈິງ ​ແລະ ເໝາະສົມກັບທ້ອງ​ຖິ່ນ ເພື່ອ​ແນວ​ໂຮມ​ບັນດາເມືອງ, ຕາ​ແສງ ​ແລະ ບ້ານທີ່ຕິດກັບ​ຊາຍ​ແດນ ລົງນາມຄຳໝັ້ນສັນຍາໃນການແຂ່ງຂັນ, ປະກອບສ່ວນ​ສ້າງ​ເຂດທີ່ຢູ່ອາໄສ, ຕາ​ແສງ, ບ້ານ ​ແລະ ​ເມືອງເຂດຊາຍແດນ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພສຸຂະ​ອະນາ​ໄມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ເສດຖະກິດ; ສົ່ງເສີມ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ບັນດາ​ແຂວງ​​ມີ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດທີ່ສະດວກ, ພິ​ເສດ​ແມ່ນ 5 ນະຄອນ​ຂຶ້ນກັບສູນ​ກາງ: ຮ່າ​ໂນ້ຍ, ​ໂຮ່ຈີ​ມິນ, ​ແຄ໋ງຮ່ວາ, ດ່າໜັງ ​ແລະ ຫາຍ​ຟ່ອງ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ແນວ​ລາວ​ສ້າງ​ຊາດຂອງ 10 ​ແຂວງ​ຂອງລາວທີ່ຕິດກັບຊາຍ​ແດນ​ ​ເພື່ອ​ແບ່ງປັນ​ປະສົບ​ການ​ໃນ​ວຽກ​ງານ​ຂອງ​ແນວ​ໂຮມ ​ກໍຄືຄົ້ນຄວ້າ, ​ສະ​ເໜີ​ແນະໃຫ້​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ຂອງ​ແຕ່ລະ​ຝ່າຍ ​ເອົາ​ໃຈ​ໃສ່, ໜູນຊ່ວຍ ​ແລະ ຍູ້​ແຮງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ທີ່​ແຕ່ລະ​ຝ່າຍ​ມີ​ທ່າແຮງ.

ສອງຝ່າຍ​ສືບ​ຕໍ່​ແນະນຳ​ແນວ​ໂຮມ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຮ່ວມ​ ເລືອກ​ເອົາບັນດາ​ເນື້ອ​ໃນ​ທີ່ແທດ​ຈິງ ​ແລະ ເໝາະສົມກັບທ້ອງ​ຖິ່ນ ເພື່ອ​ແນວ​ໂຮມ​ບັນດາເມືອງ, ຕາ​ແສງ ​ແລະ ບ້ານທີ່ຕິດກັບ​ຊາຍ​ແດນ ລົງນາມຄຳໝັ້ນສັນຍາໃນການແຂ່ງຂັນ, ປະກອບສ່ວນ​ສ້າງ​ເຂດທີ່ຢູ່ອາໄສ, ຕາ​ແສງ, ບ້ານ ​ແລະ ​ເມືອງເຂດຊາຍແດນ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພສຸຂະ​ອະນາ​ໄມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ເສດຖະກິດ; ສົ່ງເສີມ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ບັນດາ​ແຂວງ​​ມີ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດທີ່ສະດວກ, ພິ​ເສດ​ແມ່ນ 5 ນະຄອນ​ຂຶ້ນກັບສູນ​ກາງ: ຮ່າ​ໂນ້ຍ, ​ໂຮ່ຈີ​ມິນ, ​ແຄ໋ງຮ່ວາ, ດ່າໜັງ ​ແລະ ຫາຍ​ຟ່ອງ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ແນວ​ລາວ​ສ້າງ​ຊາດຂອງ 10 ​ແຂວງ​ຂອງລາວທີ່ຕິດກັບຊາຍ​ແດນ​ ​ເພື່ອ​ແບ່ງປັນ​ປະສົບ​ການ​ໃນ​ວຽກ​ງານ​ຂອງ​ແນວ​ໂຮມ ​ກໍຄືຄົ້ນຄວ້າ, ​ສະ​ເໜີ​ແນະໃຫ້​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ຂອງ​ແຕ່ລະ​ຝ່າຍ ​ເອົາ​ໃຈ​ໃສ່, ໜູນຊ່ວຍ ​ແລະ ຍູ້​ແຮງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ທີ່​ແຕ່ລະ​ຝ່າຍ​ມີ​ທ່າແຮງ.

ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ

ເປີດກວ້າງ​ບັນດາຮູບ​ແບບ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ​ລະ​ຫວ່າງ​ແນວ​ໂຮມ ແລະ ສະ​ມາ​ຊິກແນວໂຮມ​ຂອງ​ສອງ​ປະ​ເທດ, ລະອຽດ​ແມ່ນ:

- ​ແນວ​ໂຮມ ​ແລະ ບັນດາ​ອົງການ​ສະ​ມາ​ຊິກຂອງ​​ແນວ​ໂຮມ​​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຮ່ວມ ​​ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ກິລາ ​ເນື່ອງ​ໃນ​ໂອກາດ​ວັນ​ຊາດ, ວັນ​ບຸນ​ ​ແລະ ປີ​ໃໝ່​ປະ​ເພນີ​ຂອງ​ແຕ່ລະ​ປະ​ເທດ.

- ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນປະສົບການເຄື່ອນໄຫວແນວໂຮມ ແລະ ອົງການຈັດຕັ້ງ, ປະກອບສ່ວນຍົກສູງຄຸນນະພາບບັນດາການເຄື່ອນໄຫວຂອງແນວໂຮມຢູ່ແຕ່ລະປະເທດ.

- ລະດົມບັນດາແຫຼ່ງການປະກອບສ່ວນ, ໜູນຊ່ວຍ, ຈັດຕັ້ງການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນເພື່ອແບ່ງເບົາຄວາມຫຍຸ້ງຍາກຂອງປະຊາຊົນຢູ່ເຂດຊາຍແດນ, ພິເສດແມ່ນບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ເມື່ອໄດ້ຮັບຜົນກະທົບຈາກໄພທຳມະຊາດ, ພະຍາດລະບາດ ແລະ ປະກົດການຄວາມສ່ຽງອື່ນໆ.

- ແຕ່ລະປີ, ແນວໂຮມຂອງ 2 ປະເທດ ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ, ແລກປ່ຽນປະສົບການ, ແຈ້ງໃຫ້ກັນຊາບກ່ຽວກັບການປະຕິບັດບັນດາເນື້ອໃນຂອງຖະແຫຼງການຮ່ວມ.

ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ວຽກງານສ້າງ​ເສັ້ນ​ຊາຍ​ແດນແຫ່ງ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໄລຍະ 2022 - 2025 ຈະໄດ້ຈັດຕັ້ງ​ທີ່ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ໂດຍ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ຄະນະ​ກຳມະການ​ສູນກາງແນວລາວສ້າງຊາດສົມທົບກັນຈັດຕັ້ງ.

ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ລາຍ​ງານ​ຕໍ່​ການ​ນຳ​ຂອງ​ສອງ​ພັກ ​ແລະ ລັດ ​ເພື່ອ​ຊີ້​ນຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ບັນດາແຂວງທີ່ມີ​ຊາຍ​ແດນຮ່ວມ​ຂອງ​ສອງ​ປະ​ເທດ​ ມີຄວາມຮັບຜິດຊອບເພື່ອຈັດຕັ້ງປະຕິບັດເນື້ອໃນຂ້າງເທິງຢ່າງມີປະສິດທິຜົນ; ແຈ້ງ​ໃຫ້​ລະບົບ​ແນວ​ໂຮມ ​ແລະ ບັນດາ​ອົງການ​ສະມາຊິກ​ຂອງ​ແຕ່ລະ​ປະ​ເທດ​ ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ສອງ​ປະ​ເທດ ​ກ່ຽວ​ກັບ​ການ​ສ້າງ​ຊາຍ​ແດນ​ແຫ່ງສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ 2022 – 2025.

ຖະແຫຼງການຮ່ວມສະບັບນີ້ ໄດ້ເຮັດທີ່ແຂວງສະຫວັນນະເຂດ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 22 ພະຈິກ 2022, ເປັນ 2 ພາສາຫຼັກ ຄື: ລາວ ແລະ ພາສາຫວຽດ, ແຕ່ລະສະບັບມີຄຸນຄ່າຄືກັນ ແລະ ມີຜົນສັກສິດນັບແຕ່ມື້ລົງນາມເປັນຕົ້ນໄປ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.