ງານພົບປະແລກປ່ຽນນາຍທະຫານໜຸ່ມ ຫວຽດນາມ-ລາວ

17:08 | 23/11/2022

ຫວ່າງແລ້ວນີ້, ງານພົບປະແລກປ່ຽນນາຍທະຫານໜຸ່ມ ຫວຽດນາມ-ລາວ ໄດ້ຈັດຂຶ້ນຢູ່ແຂວງຫຼວງພະບາງ. ເຂົ້າຮ່ວມງານພົບປະມີ ສະຫາຍ ພົນເອກ ເລືອງເກື່ອງ ກຳມະການກົມການເມືອງ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ; ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ.

ຊາວຫວຽດນາມ 1 ຄົນ ໄດ້ຮັບການເຊີດຊູກ່ຽວກັບວຽກງານການສຸກົນ ຈາກນະຄອນ ເຊອູນ (ສ.ເກົາຫຼີ) ຊາວຫວຽດນາມ 1 ຄົນ ໄດ້ຮັບການເຊີດຊູກ່ຽວກັບວຽກງານການສຸກົນ ຈາກນະຄອນ ເຊອູນ (ສ.ເກົາຫຼີ)
ທ່ານ​ປະທານາທິບໍດີ Benin ຊົມ​ເຊີຍ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ທ່ານ​ປະທານາທິບໍດີ Benin ຊົມ​ເຊີຍ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ

ງານພົບປະແລກປ່ຽນນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ດ້ວຍຫົວຂໍ້ “ຮ່ວມສາຍພູຫຼວງ - ເຕັມໄປດ້ວຍນໍ້າໃຈມິດຕະພາບ”. ນີ້ແມ່ນການເຄື່ອນໄຫວ ໂດຍກະຊວງປ້ອງກັນປະເທດ ລາວ ແລະຫວຽດນາມ ສົມທົບກັນຈັດຕັ້ງ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ນາຍທະຫານໜຸ່ມກອງທັບສອງປະເທດ ມີໂອກາດພົບປະແລກປ່ຽນ, ຫວນຄືນປະຫວັດສາດທີ່ສະຫງ່າລາສີຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດ.

ພົນເອກ ເລືອງເກື່ອງ ກຳມະການກົມການເມືອງ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ງານພົບປະແລກປ່ຽນ. ພາບ: qdnd.vn

ກ່າວຄໍາເຫັນສະແດງຄວາມຍິນດີຕ້ອນຮັບ, ສະຫາຍ ພົນໂທ ທອງລອຍ ສີລິວົງ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນທີ່ສຸດໃນສາຍພົວພັນແບບພິເສດລະຫວ່າງສອງປະເທດ, ສອງກອງທັບ. ນາຍທະຫານໜຸ່ມລາວ ແລະຫວຽດນາມ, ລຸ້ນສືບທອດພາລະກິດການປະຕິວັດຂອງກອງທັບສອງປະເທດ ສວມບົດບາດສໍາຄັນຍິ່ງໃນການຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນແບບພິເສດນີ້.

ພົນເອກ ເລືອງເກື່ອງ ມອບຂອງຂວັນທີ່ລະນຶກໃຫ້ຜູ້ຕາງໜ້າຊາວໜຸ່ມກອງທັບປະຊາຊົນ ລາວ. ພາບ: qdnd.vn

ກ່າວຄໍາເຫັນທີ່ງານພົບປະແລກປ່ຽນ, ສະຫາຍ ພົນເອກ ເລືອງເກື່ອງ ຢັ້ງຢືນວ່າ ໃນແຕ່ລະໄຊຊະນະ, ແຕ່ລະຂີດໝາຍບົນເສັ້ນທາງແຫ່ງການປະຕິວັດອັນສະຫງ່າລາສີຂອງສອງປະເທດ ຫວຽດນາມ ແລະລາວ ລ້ວນແຕ່ສ້າງຂີດໝາຍເຕັມໄປດ້ວຍການອຸທິດຕົນທີ່ສໍາຄັນຂອງຊາວໜຸ່ມລຸ້ນຕ່າງໆສອງປະເທດເວົ້າລວມ ແລະເວົ້າສະເພາະ ໄວໜຸ່ມກອງທັບສອງປະເທດ. ນໍ້າໃຈສາມັກຄີຕໍ່ສູ້ຂອງຊາວໜຸ່ມກອງທັບສອງປະເທດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນຢູ່ແຕ່ລະປະເທດ, ແມ່ນໜຶ່ງໃນບັນດາການສະແດງອອກທີ່ມີຊີວິດຊີວາທີ່ສຸດກ່ຽວກັບສາຍພົວພັນອັນຍິ່ງໃຫຍ່ຂອງສອງປະເທດ.

ພ້ອມດຽວກັນນັ້ນ, ສະຫາຍພົນເອກ ເລືອງເກື່ອງ ກໍ່ເນັ້ນໜັກວ່າ ການພົວພັນດ້ານປ້ອງກັນຊາດ ຕ້ອງສືບຕໍ່ແມ່ນຈຸດພົ້ນເດັ່ນ, ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນທີ່ສຸດໃນການພົວພັນຫວຽດນາມ-ລາວ, ລາວ-ຫວຽດນາມ. ນີ້ແມ່ນພາລະກຳ ແລະແມ່ນຄວາມຮັບຜິດຊອບອັນສູງສົ່ງຂອງຊາວໜຸ່ມກອງທັບສອງປະເທດ.

ບັນດາຜູ້ແທນເຂົ້າຮ່ວມງານພົບປະແລກປ່ຽນນາຍທະຫານໜຸ່ມຫວຽດນາມ-ລາວ. ພາບ: qdnd.vn

ເພື່ອເຮັດໃຫ້ໄດ້ສິ່ງດັ່ງກ່າວນີ້, ສະຫາຍ ພົນເອກ ເລືອງເກື່ອງ ສະເໜີໃຫ້ຊາວໜຸ່ມກອງທັບສອງປະເທດ ຕ້ອງສືບຕໍ່ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສໍາຄັນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ. ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການໃນການປະຕິບັດວຽກງານຊາວໜຸ່ມ, ໂດຍສະເພາະແມ່ນການເຕົ້າໂຮມ, ສາມັກຄີ, ສຶກສາອົບຮົມ, ກໍ່ສ້າງຊາວໜຸ່ມ, ສ້າງລຸ້ນຊາວໜຸ່ມໃຫ້ມີຄຸນທາດການເມືອງໝັ້ນຄົງ, ມີລະດັບຄວາມຮູ້ດ້ານວິຊາສະເພາະ ແລະສຸຂະພາບແຂງແຮງເພື່ອສືບຕໍ່ພາລະກິດປະຕິວັດທີ່ສະຫງ່າລາສີຢູ່ແຕ່ລະປະເທດຢ່າງດີເລີດ.

ໃນຂອບເຂດງານພົບປະແລກປ່ຽນ, ນາຍທະຫານໜຸ່ມຂອງສອງປະເທດໄດ້ສະຫຼະເວລາສ່ວນຫຼາຍເພື່ອແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາຂົງເຂດວິຊາສະເພາະໃນຖານະຕຳແໜ່ງຮັບຜິດຊອບ, ໜ້າທີ່ທີ່ໄດ້ຮັບມອບໝາຍ; ພ້ອມທັງເຈາະຈີ້ມຫຼາຍເນື້ອໃນຕ້ອງເພີ່ມທະວີສົມທົບກັນໃນຖັນແຖວນາຍທະຫານໜຸ່ມຂອງສອງປະເທດ ໃນໄລຍະຈະມາເຖິງ. ບັນດາການປະກອບຄຳເຫັນກໍ່ຢັ້ງຢືນຢ່າງເລິກເຊິ່ງຕໍ່ສາຍພົວພັນແບບພິເສດຫວຽດນາມ-ລາວ ວ່າແມ່ນແບບຢ່າງທີ່ພົ້ນເດັ່ນກ່ຽວກັບຄວາມສັດຊື່ບໍລິສຸດຜຸດຜ່ອງ, ຍືນຍົງ.

​ກອງ​ທັບ​

ເຫດການ
302 Found

Found

The document has moved here.