ຍສໝ - ຫວ່າງແລ້ວນີ້, ໜັງສືພິມເອກະລາດ ຂອງ ລັດເຊຍ ໄດ້ລົງບົດຂຽນຂອງ ທ່ານ ປ.ອ Alexander Korolev ນັກຊ່ຽວຊານສັງກັດສູນຄົ້ນຄ້ວາເອີລົບ ແລະ ສາກົນ (HSE) ດ້ວຍຫົວຂໍ້ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຊຸກຍູ້ຮ່າໂນ້ຍ ແລະ ມົດສະກູ ຫຍັບໃກ້ກັນກ່ວາອີກ”... ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍ.
ຍສໝ - ຕາມຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ບາວີ (ຮ່າໂນ້ຍ) ແລ້ວ, ແຕ່ຕົ້ນລະດູດອກຕາເວັນປ່າມາຮອດປະຈຸບັນ (ຕົ້ນເດືອນພະຈິກ), ປ່າສະຫງວນແຫ່ງຊາດ ບາວີ ໄດ້ຕ້ອນຮັບແຂກທ່ອງທ່ຽວ 20.000 ກວ່າຄົນມາຢ້ຽມຢາມ ແລະ ລົງພຶດຕິກຳຕົວຈິງ.
ຄາດວ່າ ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະພົບປະກັບຜູ້ອຳນວຍການໃຫຍ່ຫ້ອງການ ສປຊ ປະຈຳ ເຊີແນວ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO), ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO).
ເນື່ອງໃນໂອກາດຢ້ຽມຢາມສະຫະພັນ ສະວິດ ຢ່າງເປັນທາງການ, ຕອນບ່າຍວັນທີ 27 ພະຈິກ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ Bern, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບຜູ້ຕາງໜ້າຄະນະ, ສະມາຄົມ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລັດຕ່າງໆຂອງສະວິດ.
ຍສໝ - ຕອນເຊົ້າວັນທີ 26 ພະຈິກ (ຕາມເວລາ ສະວິດ), ທ່ານປະທານາທິບໍດີ ສະຫະພັນ ສະວິດ Guy Parmelin ໄດ້ໂອ້ລົມສົນທະນາກັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປຶກສາຫາລືກ່ຽວກັບວິທີການແກ້ໄຂລະອຽດ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສະວິດ ພັດທະນາໃຫ້ສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງສອງປະເທດ.
ຫວຽດນາມ ຍາມໃດກໍຖືການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ສະວິດ ເປັນສຳຄັນ; ສະເໜີສະພາແຫ່ງຊາດ ສະວິດ ສະໜັບສະໜູນສອງຝ່າຍເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນທຸກຂົງເຂດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີໃຫ້ສະພາແຫ່ງຊາດ ສະວິດ ສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ.
ສະວິດ ມີຄວາມປາດຖະໜາຢາກລົງນາມໃນສັນຍາການຄ້າເລ FTA ທີ່ຄ້າຍຄືກັນສັນຍາ ລະຫວ່າງ ຫວຽດນາມ ກັບ ສະຫະພາບເອີຣົບ, ຜ່ານນັ້ນ ຈະລົບລ້າງທຸກສິ່ງກີດຂວາງໃນການຈໍລະຈອນສິນຄ້າລະຫວ່າງສອງປະເທດ. ມີຂໍ້ບຸລິມະສິດອີກອັນໜຶ່ງແມ່ນສ້າງກອບນິຕິກຳ ທີ່ອຳນວຍຄວາມສະດວກ, ປະຕິບັດສິດຊັບສິນທາງປັນຍາໃຫ້ມີປະສິດທິຜົນ.
ຍສໝ - ຜູ້ຕາງໜ້າກົມທ່ອງທ່ຽວໄຕ້ຫວັນ (ຈີນ) ປະຈຳ ນະຄອນໂຮ່ຈີມິນ ສົມທົບກັບ ສູນ California Fitness & Yoga ຈັດຕັ້ງລາຍການ “360 VR Experience Taiwan in One Day”- ລົງຕົວຈິງການທ່ອງທ່ຽວຂຽວ ຖີບລົດອ້ອມໄຕ້ຫວັນ ຜ່ານແວ່ນຕາ VR ແລະ ວີດີໂອຄຼິບ 360 ອົງສາ.
ຍສໝ - ຫວ່າງແລ້ວນີ້, ກອງປະຊຸມນັດສາມັນ ຂອງສະພາຜູ້ວ່າການອົງການພະລັງງານປະລະມານູ ຈາກສາກົນ (BoG IAEA) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Vienna ຂອງ ໂອຕາລິດ.
ຍສໝ - ຫວຽດນາມ ຍາມໃດກໍ່ຖືບົດບາດຂອງ ວັດທະນະທຳເປັນສຳຄັນ ແລະ ມີຄວາມເອົາໃຈໃສ່ເປັນພິເສດເຖິງການສ້າງວັດທະນະທຳໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍ ແລະ ສ້າງສາປະເທດຊາດ.
ຍສໝ - ຕອນເຊົ້າວັນທີ 26 ພະຈິກ (ຕາມເວລາ ສະວິດ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ເຊີແນວ, ນະຄອນ ເຊີແນວ ແລະ ເລີ່ມດຳເນີນລາຍການຢ້ຽມຢາມ ສະຫະພັນ ສະວິດ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສະວິດ Guy Parmelin ຢ່າງເປັນທາງການ.
ຍສໝ - ເມື່ອບໍ່ດົນມານີ້, ພະແນກພົວພັນຕ່າງປະເທດ ແຂວງ ຮ່າຢ່າງ ໄດ້ມີການເຈລະຈາແບບທາງໄກ ກັບຫ້ອງການພົວພັນຕ່າງປະເທດ ນະຄອນ Baise, ເຂດປົກຄອງຕົນເອງ ຊົນເຜົ່າຈວາງ ກວາງຊີ, ປະເທດຈີນ.
ຍສໝ - ຫວ່າງແລ້ວນີ້, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ຫວຽດນາມ ໄດ້ຈັດຕັ້ງການຖະແຫຼງຂ່າວກ່ຽວກັບການເສັງ “ປະຈັນບານປ້ອງກັນ, ຕ້ານໄພທຳມະຊາດ ປີ 2021”. ຜ່ານການສົມທົບກັບບັນດາຄວາມຮູ້, ທັກສະ ພາຍໃຕ້ຮູບແບບ Gameshow ທີ່ໃໝ່ອ່ຽມ, ດຶງດູດໃຈ, ການເສັງ “ປະຈັນບານປ້ອງກັນ, ຕ້ານໄພທຳມະຊາດ” ມຸ່ງໄປເຖິງເປົ້າໝາຍການຍົກສູງຄວາມຮັບຮູ້ປະຊາຄົມກ່ຽວກັບປ້ອງກັນ, ຕ້ານໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຍສໝ - ໃນການຮ່ວມມືດ້ານເສດຖະກິດ, ຍອດວົງເງິນສົ່ງອອກນຳເຂົ້າລະຫວ່າງ ຫວຽດນາມ ແລະ ສະວິດ ໃນປີ 2020 ແລະ ຊຸມປີ 2016 – 2018 ຮັກສາຢູ່ລະດັບຕ່ຳກ່ວາ 1 ຕື້ USD.
ຍສໝ - ຕອນເຊົ້າວັນທີ 25 ພະຈິກ, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກຄັ້ງທີ IV ປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເສີມຂະຫຍາຍປັນຍາຊົນໜຸ່ມ ຫວຽດນາມ ໃນວິກິດການຫັນເປັນດີຈີຕອນແຫ່ງຊາດ”.
ຍສໝ - ງານວາງສະແດງ “ເຂດມໍລະດົກທາງວັດທະນາທຳຫວຽດນາມ” ດຳເນີນຂຶ້ນນັບແຕ່ວັນທີ 22-27 ພະຈິກ ທີ່ສູນວາງສະແດງສິນລະປະວັດທະນະທຳຫວຽດນາມ (ຮ່າໂນ້ຍ), ເປັນກິດຈະກຳເພື່ອຂ່ຳນັບຮັບຕ້ອນວັນມໍລະດົກວັດທະນະທຳຫວຽດນາມ 23 ພະຈິກ.
ຍສໝ - ເວັບໄຊສະເພາະກິດກ່ຽວກັບ ຫຼັບຊັບ Borse-online.de ຂອງເຢຍລະມັນ ໃນວັນທີ 22 ພະຈິກ ໄດ້ມີບົດຂຽນຕີລາຄາສູງກາລະໂອກາດປະສົບຜົນສຳເລັດຂອງຕະຫຼາດຫຼັບຊັບ ແລະ ພື້ນຖານເສດຖະກິດ ຫວຽດນາມ, ຄາດວ່າ ອັດຕາການເຕີບໂຕດ້ານເສດຖະກິດຫວຽດນາມ ຈະບັນລຸໄດ້ 8% ໃນປີຈະມາເຖິງ…
ຍສໝ - ຫວ່າງແລ້ວນີ້, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບມິດຕະພາບລະຫ່ວາງບັນດາຊາດ” ໃຫ້ແກ່ທ່ານນາງ Sara Valdes Bolano ເອກອັກຄະລັດຖະທູດ ເມັກຊີໂກ ປະຈຳ ຫວຽດນາມ ເນື່ອງໃນໂອກາດທ່ານນາງສິ້ນສຸດອາຍຸການປະຕິບັດວຽກງານທາງການທູດຢູ່ ຫວຽດນາມ.
ຍສໝ - ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຮ່ວມມືທ້ອງຖິ່ນ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຢູ່ແຂວງ Tochigi.
ຍສໝ - ສີສັນວັດທະນະທຳແມ່ນປັດໄຈຫຼັກແຫຼ່ງສ້າງເປັນວັດທະນະທຳຊາດ, ມັນປຽບເໝືອນ ຊຸດແຢນ ດ້ວຍບັນດາຄຸນຄ່ານາມມະທຳທີ່ເປັນເອກະລັກສະເພາະ ແລະ ມີລັກສະນະແບບຍືນຍົງທີ່ສຸດ ເພື່ອກຳນົດ ຫຼື ຈຳແນກປະເທດ ແລະ ຊົນຊາດ.