ຫວຽດ​ນາມ ເປັ​ນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸ​ມ​ແບບ​ທາງ​ໄກ​​ຂອງກຸ່ມ​ນັກ​ຊ່ຽວ​ຊານ​ຮັກ​ສາ​ສັ​ນ​ຕິ​ພາບ​ຮອບ​ວຽນທີ 4 (2021-2023)

06:07 | 04/12/2021

ຕອນເຊົ້າວັນທີ 3 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດການປະຊຸມ ຄັ້ງທີ 15 ຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ (EWG PKO) ຮອບວຽນທີ 4 (2021-2023) ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ເປີດກວ້າງ (ADMM+) ແບບທາງໄກ. ພາຍໃຕ້ການເປັນປະທານຂອງ ຫວຽດນາມ ແລະ ຍີ່ປຸ່ນ.

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸ​ກ ພົ​ບ​ປະ​ພະ​ນັກ​ງານຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈ​ຳ ເຊີ​ແນວ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸ​ກ ພົ​ບ​ປະ​ພະ​ນັກ​ງານຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈ​ຳ ເຊີ​ແນວ
ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ຮ່າ​ໂນ້ຍ ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ຮ່າ​ໂນ້ຍ
ການປະຊຸມ  ຄັ້ງທີ 15 ຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ (EWG PKO) (ພາບ: TTXVN)
ການປະຊຸມ ຄັ້ງທີ 15 ຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ (EWG PKO) (ພາບ: TTXVN)

ກ່າວຄຳເຫັນເປີດການປະຊຸມ, ທ່ານຫົວໜ້າກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຍີ່ປຸ່ນ Tomoko Matsuzawa ໃຫ້ຮູ້ວ່າ, ເນື້ອໃນປຶກສາຫາລືຫຼັກແມ່ນວຽກງານການຝຶກແອບ, ຍົກສູງກຳລັງຄວາມສາມາດໃຫ້ກຳລັງຮັກສາສັນຕິພາບ, ຊ່ວຍບັນດາສະມາຊິກເຂົ້າຮ່ວມ ກຳລັງຮັກສາສັນຕິພາບຫຼີກລ້ຽງໄດ້ບັນດາຄວາມສ່ຽງຂົ່ມຂູ່ເຖິງຊິວິດ ເມື່ອປະຕິບັດໜ້າທີ່ຢູ່ພື້ນທີ່ຕົວຈິງ ແລະ ຮັບປະກັນອິດທິພົນຊື່ສຽງຂອງຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ປະເທດປະຈຳຖິ່ນ.

ແບ່ງປັນທັດສະນະກັບທ່ານປະທານຮ່ວມ Matsuzawa, ທ່ານພັນເອກ ມາກດຶກຈ້ອງ, ຫົວໜ້າກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຫວຽດນາມ, ເນັ້ນໜັກວ່າ ວຽກງານຝຶກແອບກ່ອນທີ່ຈະຜັນຂະຫຍາຍ ແລະ ຍົກສູງກຳລັງ ແມ່ນສິ່ງສຳຄັນທີ່ສຸດໃນການກະກຽມໃຫ້ກຳລັງຮັກສາສັນຕິພາບຂອງ ສປຊ ຕອບສະໜອງຕາມຄວາມຮຽຫຮ້ອງຕ້ອງການຂອງໜ້າທີ່ຢູ່ຄະນະປະຕິບັດງານ. ໃນສະພາບການໂລກລະບາດ, ວຽກງານນີ້ຍັງມີຄວາມສຳຄັນ ແລະ ທ້າທານຫວ່າກັບບັນດາປະເທດທີ່ນສົ່ງ ທະຫານໄປສົມທົບໃຫ້ກຳລັງ.

vovworld.vn

ເຫດການ
302 Found

Found

The document has moved here.