ຫວຽດ​ນາມ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນໃນ​ໂລກ ຫຼັງ​ໂຄວິດ - 19.

12:06 | 03/12/2021

ຍ​ສໝ - ວັນ​ທີ 30 ພະ​ຈິກ ຢູ່ Brussels (ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ) ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ “ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ແລະ ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈ​ີ​ຕອນໃນ​ໂລກ ​ຫຼັງ​ໂຄວິດ - 19”. ເຫດ​ການ​ໂດຍ​ອົງ​ການ​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ນຳ​ໃຊ້​ພາ​ສາ ຝ​ລັ່ງ (OIF) ຄວບ ສະ​ຫະ​ພາບ ເອີ​ລົບ (EU) ຈັ​ດ​ຕັ້ງ ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນ​ດາ​ລັດ​ຖະ​ກອນ ແລະ ນັກ​ການ​ທູດ ຂຶ້ນ​ກັບ 88 ປະ​ເທດ ແລະ ລັດ​ຖະ​ບານ​ສະ​ມາ​ຊິກ OIF. ທ່ານ ເລ​ວິງ​ແທັງ - ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ​ແບນ​ຊິນ ເຂົ້າ​ຮ່ວມກອງ​ປະ​ຊຸມ.

ທ່ານ​ເລ​ຂາ​ທິ​ການ ​ສະ​ມາ​ຄົມ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ທ່ານ​ເລ​ຂາ​ທິ​ການ ​ສະ​ມາ​ຄົມ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ທ່ານ Macron ຢັ້ງ​ຢືນ​ທີ່​ຕັ້ງ​ພິ​ເສດ​ຂອງ ຫວຽດ​ນາມ ໃນ​ນະ​ໂຍ​ບາຍ​ຝ​ລັ່ງ ທ່ານ Macron ຢັ້ງ​ຢືນ​ທີ່​ຕັ້ງ​ພິ​ເສດ​ຂອງ ຫວຽດ​ນາມ ໃນ​ນະ​ໂຍ​ບາຍ​ຝ​ລັ່ງ
ຫວຽດ​ນາມ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນໃນ​ໂລກ ຫຼັງ​ໂຄວິດ - 19.
ກອງ​ປະ​ຊຸມ​ສຳ​ມະ​ນາ “ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ແລະ ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈ​ີ​ຕອນໃນ​ໂລກ ​ຫຼັງ​ໂຄວິດ - 19” (ພາບ: TTXVN)

ບັນ​ດາ​ຜູ້​ແທນ​ໄດ້​ປຶ​ກ​ສາ​ຫາ​ລື ກ່ຽວ​ກັບ​ຄວາມ​ສຳ​ຄັນຂອງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ TIC ເພື່ອ​ອະ​ນຸ​ຍາດ​ໃຫ້​ແກ່​ທຸກ​ຄົນ​ໄດ້ສຳ​ຜັດ​ກັບ​ເນື້ອ​ໃນ​​ດີ​ຈີ​ຕອນ, ບັນ​ດາ​ມາດ​ຖານ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ເປີດ ແລະ ເປັນ​ກາງ, ຊຸກ​ຍູ້​ຄວາມ​ສາ​ມາດ​ໃນ​ກ​ານ​ຄົ້ນ​ຫາ, ພິ​ເສດ​ແມ່ນ​ຢູ່​ບັນ​ດາ​ປະ​ເທດ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ໃນ​ທຸກ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ວັດ​ທະ​ນະ​ທຳ… ກໍ່​ຄື​ຢູ່​ບັນ​ດາ​ປະ​ເທດ​ຢູ່​ທາງ​ທິດ​ເໜືອ, ເອີ​ລົບ ແລະ ບັນ​ດາ​ປະ​ເທດ​ຢູ່​ທາງ​ທິດ​ໃຕ້ ແລະ ອາ​ຟ​ຼິ​ກາ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ David Bongard ​ຮັກ​ສາ​ການ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ຂອງ OIF ຄວບ EU ຖື​ວ່າ ການ​ເພີ່ມ​ຄວາມ​ໄວ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ ອາດ​ຈະ​ເຮັດ​ໃຫ້​ສ່ວນ​ບຸກ​ຄົນ, ວິ​ສາ​ຫະ​ກິດ ແລະ ລັດ ຖືກ​ຜົນ​ສະ​ທ້ອນ. ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ພັດ​ທະ​ນາ, ພິ​ເສດ​ແມ່ນ​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ, ມີ​ຄວາມ​ສ່ຽງ​​ການ​ຂາດ​ຄວາມ​ສະ​ເໝີ​ພາບເພີ່ມ​ຂຶ້ນ. ດັ່ງ​ນັ້ນ, ບຸ​ລິ​ມະ​ສິດ​ຂອງ ປະ​ຊາ​ຄົມນຳ​ໃຊ້​ພາ​ສາ​ຝ​ລັ່ງ ແມ່ນ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສວຍ​ໃຊ້​ໄດ້ບັນ​ດາ​ຜົນ​ປະ​ໂຫຍດຂອງ​ດີ​ຈີ​ຕອນ.

ກອງ​ປະ​ຊຸມ​ກໍ່​ເຕ​ື້ອງ​ເຖິງ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ທາ​ງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ແລະ ແກ້​ໄຂ​ການ​ລົບ​ລ້າງ​ຂໍ້​ມູນ​ສ່ວນ​ຕົວ, ຊຸກ​ຍູ້​ການ​ປະ​ຕິ​ຮັບ​ການ​ປົກ​ປ້ອງ​ຂໍ້​ມູນ ແລະ ສິດ​ສ່ວນ​ຕົວ ໃຫ້​ແກ່​ບັນ​ດາ​ສ່ວນ​ບຸກ​ຄົນ ກໍ່​ຄື​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ລັດ ໃນ​ສະ​ພາບ​ການ TIC ທີ່​ກ້າວ​ໜ້າ, ພູມ​ປັນ​ຍາ​ທ​ຽມ (AI) ແລະ ເພີ່ມ​ທະ​ເວີ​ການ​ຫັນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ທາງ​ເອ​ເລັກ​ໂຕ​ນິກເປັນ​ດີ​ຈີ​ຕອນ.

ບັນ​ດາ​ຜູ້​ແທນ​ກໍ່​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຂໍ້​ກຳ​ນົດ​ຂອງ​​ຕະຫຼາດ​ການ​ບໍ​ລິ​ການ​​ດີ​ຈີ​ຕອນ ດ້ວຍ​ເປົ້າ​ໝາຍ​ສະ​ກັດ​ກັ້ນ​ການ​ຄົງ​ຕົວ​ຂອງ​ການ​ສວຍ​ໃຊ້​ທີ່​ຕັ້ງ​ນຳ​ໜ້າ​ການ​ຕະຫຼາດ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ແກ້ງ​ແຍ້ງ​ຢ່າງ​ສະ​ເໝີ​ພາບ ຊຸກ​ຍູ້​ການ​ປ່ຽນ​ແປງ​ໃໝ່, ການ​ເຕີບ​ໂຕ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ແກ້​ງ​ແຍ້ງ.

ການ​ປະ​ກົດ​ຂຶ້ນ​ຂອງ ເຊື້ອ​ໄວ​ຣັດ SARS-CoV-2 ໃນ​ທົ່ວ​ໂລກ ໄດ້​ຊ່ວຍ​ໃຫ້​ມວນ​ມະ​ນຸດ​ຕີ​ລາ​ຄາ​​ຄວາມ​ສຳ​ຄັນ​ຂອງ TIC ສຳ​ລັບ​ສັງ​ຄົມ​ຍຸກ​ປັດ​ຈຸ​ບັນສູງ​ກ່​ວາອີກ. ໃນ​ຕົວ​ຈິງ​ແລ້ວ, ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບ​ທາງ​ລົບ​ຂອ​ງ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ສຳ​ລັບ​ປະ​ຊາ​ຊົນ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ການ​ແຜ່​ລະ​ບາດ​ຂອງ ໂລກ​ລະ​ບາດ, ບັນ​ດາ​ປະ​ເທດ​ໃນ​ໂລກ ເຫັນ​ໄດ້​ວ່າ ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແມ່ນ​ໄມ້​ງັດ​ທີ່​ຈຳ​ເປັນ ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນ​ະ​ຕໍ່​ເນື່ອງ​ຂອງ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ. ດັ່ງ​ນັ້ນ, ບັນ​ດາ​ການ​ປ່ຽນ​ແປງ​ໃໝ່​ຄື​ການ​ເຮັດ​ວຽກ​ຈາກ​ທາງ​ໄກ, ການຈັດ​ກອງ​ປະ​ຊຸມ​ທາງ​ໄກ ແລະ ບັນ​ດ​າ​ພື້ນ​ຖານ​ເຮັດ​ວຽກ​ຕ່າງໆ ໄດ້​ຊ່ວຍ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຟື້ນ​ຟູ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ເມື່ອ​ປະ​ເຊີນ​ໜ້າ​ກັບ​ໂລກ​ລະ​ບາດ​ໂຄວິດ - 19.

ທ່ານ ເລ​ວິງ​ທັ໊ງ, ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ແບນ​ຊິກ ຖື​ວ່າ ບັນ​ດາ​ຂໍ້​ມູນ​ເຊິ່ງ​ບັນ​ດາ​ຜູ້​ແທນ​ແບ່ງ​ປັນ​ຢູ່ກອງ​ປະ​ຊຸມ ແມ່ນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ ຊ່ວຍ​ໃຫ້ ຫວຽດ​ນາມ ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ແຫ່ງ​ຊາດ ເພື່ອ​ມີ​ການ​ກະ​ທຳ ແລະ ດັດ​ປັບ​ສະ​ພາບ​ແວດ​ລ້ອມ​ດີ​ຈີ​ຕອນຂອງ​ຕົນ ໃນ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 ເພື່​ອ​ເປົ້າ​ໝາຍ​ຊຸກ​ຍູ້​ຄວາມ​ເປັນຫຼາຍ​ຮູບ​ແບບດ້ານ​ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ​, ວິ​ທະ​ຍາ​ສາດ, ການສຶກສາ… ຜ​່ານ​ການ​ບຳ​ລຸງ​ສ້າງ​ໂດຍ​ອີງ​ໃສ່​ຄວາມ​ຕ້ອງ​ການ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.