ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ

12:44 | 07/12/2021

ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຈາກ ທ່ານກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ມາຢ້ຽມຢາມສັດຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ 2021.

ສະພາ​ແຫ່ງ​ຊາດ ຫວຽດນາມ - ລາວ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກຖາມ ສະພາ​ແຫ່ງ​ຊາດ ຫວຽດນາມ - ລາວ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກຖາມ
ຫວຽດ​ນາມ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນໃນ​ໂລກ ຫຼັງ​ໂຄວິດ - 19. ຫວຽດ​ນາມ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນໃນ​ໂລກ ຫຼັງ​ໂຄວິດ - 19.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄຊ​ສົມ​ພອນ ພົມວິຫານ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ​ອຸ​ປະ​ກອນ​ການ​ແພດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເພື່ອ​ໜູນ​ຊ່ວຍ​ສະ​ພາ​ແຫ່ງ​ຊາດ​ລາວ ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໂລກ​ລະ​ບາດ Covid – 19 ລວມມີມຸນຄ່າ 1,1 ລ້ານ ໂດລາສະຫະລັດ. ພາບ: danviet.vn

ຕອນເຊົ້າວັນທີ 6 ທັນວາ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ມີການພົບປະເຈລະຈາກັບ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ພາຍຫຼັງພິທີຕ້ອນຮັບປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ໄດ້ດໍາເນີນການພົບປະເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຂອງສອງປະເທດ.

ທີ່​ການ​ໂອ້​ລົມ​ເຈລະຈາ, ​ໃນ​ບັນຍາກາດ​ທີ່​ສະໜິດສະໜົມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ຕີ​ລາຄາ​ສູງ ​ສະຫາຍ ​ໄຊ​ສົມ​ພອນ ພົມວິຫານ ທີ່​ໄດ້​ເລືອກ​ເອົາ ຫວຽດນາມ ​ເປັນ​ປະ​ເທດ​ທຳ​ອິດ​ມາ​ຢ້ຽມຢາມ ​ໃນຖະນະເປັນປະທານ​ສະພາ​ແຫ່ງ​ຊາດ ລາວ, ພ້ອມກັນນັ້ນ ກໍ່ແມ່ນຄະນະ​ຜູ້​ແທນ​ສາກົນ​​ທຳ​ອິດ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ນັບ​ແຕ່​ຕົ້ນອາຍຸການຊຸດທີ XV​ ພາຍຫຼັງໄລຍະຍາວ ​ຍ້ອນ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢຶນວ່າ ການຢ້ຽມຢາມຄັ້ງນີ້ແມ່ນຂີດໝາຍສຳຄັນ, ສືບຕໍ່ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ເວົ້າລວມ; ລະຫວ່າງສະພາແຫ່ງຊາດ 2 ປະເທດເວົ້າສະເພາະ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ພ້ອມ​ກັນ​ນັ້ນ ກໍ່ໄດ້ຍົກອອກຢ່າງຈະແຈ້ງ​ກ່ຽວກັບນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີປາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ສູງ​ສຸດ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍການ​ພົວພັນ​ອັນສະໜິດສະໜົມ, ພິ​ເສດ, ມີໜຶ່ງບໍ່ມີສອງ ​ລະຫວ່າງ ຫວຽດນາມ - ລາວ. ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ຢ່າງ​​ແຮງ ​ແລະ ຮອບດ້ານ​ໃນ​ການ​ປ່ຽນແປງໃໝ່, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ລາວ.

ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ, ເຄົາລົບ, ສະ​ໜິດ​ສະ​ໜົມ, ເຕັມໄປດ້ວຍນໍ້າໃຈມິດສະ​ຫາຍ ແລະ ອ້າຍ​ນ້ອງ​ຂອງ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ແລະ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພອນ ພົມວິຫານ ​ໄດ້ສະແດງຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ຮອບດ້ານ​ທີ່​ປະຊາຊົນ​ຫວຽດນາມອ້າຍນ້ອງ ບັນລຸ​ໄດ້​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງສັບສົນ; ຕີລາຄາສູງຜົນສຳເລັດຂອງກອງປະຊຸມ ສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພອນ ພົມວິຫານ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ມູນ​ເຊື້ອ​ອັນ​ພິລະອາດຫານ, ດຸໝັ່ນ ​ແລະ ການ​ນຳພາ​ອັນ​ຖືກຕ້ອງ, ສະຫຼາດສ່ອງໃສຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ນຳ​ໜ້າ, ປະຊາຊົນ ຫວຽດນາມ ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່ ​ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄຊ​ສົມ​ພອນ ພົມວິຫານ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ​ອຸ​ປະ​ກອນ​ການ​ແພດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເພື່ອ​ໜູນ​ຊ່ວຍ​ສະ​ພາ​ແຫ່ງ​ຊາດ​ລາວ ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໂລກ​ລະ​ບາດ Covid – 19 ລວມມີມຸນຄ່າ 1,1 ລ້ານ ໂດລາສະຫະລັດ.

ໄຊພອນ

ເຫດການ
302 Found

Found

The document has moved here.