ທ່ານ​ປະ​ທາ​ນ​ປະ​ເທດ​ເປັນ​ປະ​ທານວາລະກອງປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ​ອາ​ຍຸ​ການ 2021 – 2026.

10:29 | 10/12/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ, ປະ​ທານ​ສະ​ພາ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ເປັນ​ປະ​ທານ​ວາ​ລະ​ກອງ​ປະ​ຊຸມ​ຄັ້ງ​ທີ 1 ສະ​ພາການ​ປ້ອງ​ກັນ​ຊາດ ແລະ ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອາ​ຍຸ​ການ 2021 – 2026.

ກອງ​ປະ​ຊຸມ​ອອນ​ລາຍ ຄັ້ງ​ທີ 17 ຂອງບັນດາ​ການນໍາຕໍາຫຼວດ​ທະ​ເລບັນດາ​ປະ​ເທດ​ອາ​ຊີ​ ກອງ​ປະ​ຊຸມ​ອອນ​ລາຍ ຄັ້ງ​ທີ 17 ຂອງບັນດາ​ການນໍາຕໍາຫຼວດ​ທະ​ເລບັນດາ​ປະ​ເທດ​ອາ​ຊີ​
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ
ທ່ານ​ປະ​ທາ​ນ​ປະ​ເທດ​ເປັນ​ປະ​ທານວາລະກອງປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ​ອາ​ຍຸ​ການ 2021 – 2026.
ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ທີ່​ວາ​ລະ​ກອງ​ປະ​ຊຸມ, ສະ​ພາ​ໄດ້​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ກອ​ງ​ທັບ, ຕຳຫຼວດ ແລະ ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ເຂົ້​າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ, ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ແລະ ການ​ສູ້​ຮົບ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ.

ໂດຍ​ຕາງ​ໜ້າ​ສະ​ພາ, ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ປະ​ທານ​ສະ​ພາ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ກຳ​ລັງ​ກອງ​ທັບ, ຕຳຫຼວດ, ການ​ທູດ ທີ່​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໄລ​ຍະ​ຜ່ານ​ມາ. ບັນ​ດາ​ກຳ​ລັງ​ກອງ​ທັບ, ຕຳຫຼວດ​ໄດ້​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ພ້ອມ​ກັບ​ກຳ​ລັງ​ທີ່​ກ່ຽວ​ຂ້ອງ​ເຊື່ອມ​ຊືມ, ຜັນ​ຂະ​ຫຍາຍການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ການ​ຊີ້​ນຳ​ຂອງ​ພັກ, ລັດ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃຫ້​ດີ​ທີ່​ສຸດ, ທັງ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ຂຽວ​ຂາດ, ທັງ​ຮັບ​ປະ​ກັນ​ໜ້າ​ທີ່​ການ​ທະ​ຫານ, ປ້ອງ​ກັນ​ຊາດ, ຮັກ​ສາ​ຄວາມ​​ໝັ້ນ​ຄົງແຫ່ງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ​ຄວາມປອດ​ໄພ​ທົ່ວ​ສັງ​ຄົມ.

ວຽກ​ງານ​ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ ດ້ວຍ​ການ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ກຳ​ລັງ​ກອງ​ທັບ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ​ສ​ປ​ຊ, ໄດ້ ແລະ ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ດີ​ງາມ, ເຊິ່ງ ສ​ປ​ຊ ແລະ ເພື່ອນ​ມິດ​ສາ​ກົນ​ໄດ້ຕີ​ລາ​ຄາ​ສູງ, ປະ​ກອບ​ສ່ວນ​ຢັ້ງ​ຢືນ​ຄວາມ​ຮັບ​ຜິດ​ຊອບ ແລະ ຍົກ​ສູງ​ທີ່​ຕັ້ງ, ອິດ​ທິ​ພົນ​ຂອງ ຫວຽດ​ນາມ ບົ​ນ​ເວ​ລາ​ສາ​ກົນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ກຳ​ລັງ​ກອງ​ທັບ, ຕຳຫຼວດ​ໄດ້​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ໜ້າ​ທີ່​ສູ້​ຮົບ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ, ສູ້​ຮົບ​ດ້ານ​ຂ​ໍ້​ມູນ, ຮັ​ບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປ້ອງ​ກັນ, ກວດ​ພົບ, ແກ້​ໄຂ​ບັນ​ດາ​ການ​ເຄື່ອນ​ໄຫວ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ລະ​ບົບ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວ​ສານແຫ່ງ​ຊາດ, ຕໍ່​ສູ້​ສະ​ກັດ​ກັ້ນ, ປະ​ຕິ​ເສດ​ບັນ​ດາ​ເນື້ອ​ໃນທີ່​ບໍ່​ດີ, ລະ​ເມີດ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ.

ທ່ານປະ​ທານ​ປະ​ເທດ​ສະ​ເໜີ​ກຳ​ລັງ​ກອງ​ທັບ, ຕຳຫຼວດ ແລະ ກຳ​ລັງ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ສືບ​ຕໍ່​ສົມ​ທົບກັນຢ່າງ​ແໜ້ນ​ແຟ້ນ ເພື່ອ​ຜັນ​ຂະ​ຫຍາຍການ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ທີ່​ໄດ້​ຮັບການມອບ​ໝາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ກຳລັງກອງທັບຕ້ອງສືບຕໍ່ຄົ້ນຄວ້າເປິດກວ້າງກຳລັງ ແລະ ບໍລິເວນທີ່ເຂົ້າຮ່ວມ. ໂດຍສະເພາະກຳລັງຕຳຫຼວດ ຕ້ອງສຸມໃສ່ຍູ້ແຮງວຽກງານບຳລຸງສ້າງ, ຝືກອົບຮົມເພື່ອກະກຽມສົ່ງພະນັກງານ, ນາຍທະຫານເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບແຫ່ງ ສປຊ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.