ຍົກ​ສູງ​ກຳລັງຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຄ້​ວາ, ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ແຮງ​ລົ​ມ

11:59 | 03/12/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 01 ທັນ​ວາ, ກ​ະ​ຊວງ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ​ສົມ​ທົບ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ຄະ​ນະ​ກຳ​ມະ​ການ​ພະ​ລັງ​ງານ​ແຮ​ງ​ລົມ​ທົ່ວ​ໂລກ (GWEC) ແລະ ບໍ​ລິ​ສັດ Informa Markets ຈັດ​ຕັ້ງ​ກອງ​ປະ​ຊຸມ​ພະ​ລັງ​ງານ​ແຮງ​ລົມ ຫວຽດ​ນາມ 2021 ຕາມ​ຮູບ​ແບບ​ທາງ​ໄກ ແລະ ໂດຍ​ກົງ.

ຫວຽດ​ນາມ - IAEA ຮ່ວມ​ມື​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ ຫວຽດ​ນາມ - IAEA ຮ່ວມ​ມື​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ
ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ
ຍົກ​ສູງ​ກຳລັງຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຄ້​ວາ, ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ແຮງ​ລົ​ມ

ທ່ານ Ben Backwell ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ຄະ​ນະ​ກຳ​ມະ​ການ​ພະ​ລັງ​ງານ​ແຮງ​ລົມ​ທົ່ວ​ໂລກ .(ພາບ: hanoimoi.com.vn)

ກອງ​ປະ​ຊຸມ​ມີ​ການ​ໜູນ​ຊ່ວຍ​ຂອງ​ໂຄງ​ການ​ໜູນ​ຊ່ວຍ​ພະ​ລັງ​ງານ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (GIZ) ເຢຍ​ລະ​ມັນ, ສະ​ຖານ​ທູດ ເດນ​ມາກ, ສະ​ຖານ​ທູດລາ​ຊະ​ອາ​ນາ​ຈັກ​ອັງ​ກິດ, ສະ​ຖານ​ທູດ ນອກ​ແວ, ອົງ​ການ​ສົ່ງ​ເສີມ​ການ​ຄ້າ - ການ​ລົງ​ທຶນນອກ​ແວ (Innovation Norway).

ປັດ​ຈຸ​ບັນ, ອຸດ​ສາ​ຫະ​ກຳ ພະ​ລັງ​ງານ​ໄຟ​ຟ້າ​ແຮງ​ລົມ​ພວມ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເຕີບ​ໂຕ​ຢ່​າງ​ແຮງ ຢູ່ ຫວຽດ​ນາມ. ລັດ​ຖະ​ບານ ຫວຽດ​ນາມ ພວມ​ຊຸກ​ຍູ້​ບັນ​ດາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ແບບ​ຍືນ​ຍົງ ແລະ ຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ, ພິ​ເສດ​ແມ່ນ​ພາຍຫຼັງ​ຫວຽດ​ນາມ ລົງ​ນາມ “ຖະ​ແຫຼງ​ການ​ທົ່ວ​ໂລກ ກ່ຽວ​ກັບ​ການ​ຫັນ​ປ່ຽນ​ຈາກ​ການ​ນຳ​ໃຊ້​ຖ່ານ​ຫີນ​ໄປ​ຍັງ​ການ​ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດ” ຢູ່ກອງ​ປ​ະ​ຊຸມ ​ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP26) ຢູ່ Glasgow.

ຕາມ​ທ່ານ​ນາງ ເຈິ່​ນ​ທິ​ຮົ່ງ​ລ​ວານ, ຮອງ​ຫົວ​ໜ້າ​ກົມ​ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ (ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ) ແລ້ວ, ການກຳ​ນົດ​ທິດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ພະ​ລັງ​ງານ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ຈົດ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045 ໄດ້ຊີ້​ແຈ້ງ​ຄວາມ​ສຳ​ຄັນ​ຂອງ​ການ​ຫັນ​ແຫຼ່ງ​ພະ​ລັງ​ງານ​ເປັນຫຼາຍ​ຮູບ​ແບບ, ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດດ​ແຫຼ່ງ​ພະ​ລັງ​ງານ​ສະ​ອ​າດ,ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ດ້ວຍ​ເປົ້າ​ໝາຍ​ຍົກ​ສູງ​ອັດ​ຕາ​ຖ່ວງ​ໃນ​ຍອດ​ການ​ສະ​ໜອງ​ພະ​ລັງ​ງານ​ເບື້ອງ​ຕົ້​ນ ​ບັນ​ລຸ​ໄດ້​ຢ່າງ​ໜ້ອຍ​ສຸດ 20% ໃນ​ປີ 2030 ແລະ 30% ໃນປີ 2045. ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ໄດ້​ມອບ​ໝາຍ​ເປັນ​ປະທານກວດ​ກາ​ກົນ​ໄກ, ນະ​ໂຍ​ບາຍ, ແນວ​ທາງ​ນິ​ຕິ​ກຳ ເພື່ອ​ແນ​ໃສ່​ສົ່ງ​ເສີມ, ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ, ຖ່າຍ​ທອດ, ໝູນ​ໃຊ້​ຄວາມ​ກ້າ​ວ​ໜ້າ​ຂອງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຢີ, ອຸ​ປະ​ກອນ​ໃນ​ຂະ​ແໜງ​ພະ​ລັງ​ງານ ແລະ ບັນ​ດາ​ຂະ​ແໜງ​ທີ່​ນຳ​ໃຊ້​ພະ​ລັງ​ງານຫຼາຍ ເປັນເທື່ອ​ລະ​ກ້າວ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ ກ​ໍ່​ຄື​ບັນ​ດາ​ໜ້າ​ທີ່​ຕ່າງໆ ເພື່ອ​ຫັນ​ຂະ​ແໜງ​ພະ​ລັງ​ງານ​ພາຍ​ໃນ​ປະ​ເທດ​ເປັນ​ທັນ​ສະ​ໄໝ.

ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ບັນ​ດາ​ລັດ​ຖະ​ບານ​ນອກ​ແວ, ອັງ​ກິດ, ເດນ​ມາກ… ບັນ​ດາ​ນັກ​ຊ່ຽວ​ຊານ​ທັງ​ຢູ່​ພາຍ​ໃນ ປະ​ເທດ ແລະ​ສາ​ກົນ, ບັນ​ດາ​ຫົວ​ໜ່ວຍ​ກຳ​ມະ​ສິດ​ເຕັກ​ໂນ​ໂລ​ຢີ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ໄດ້​ສະ​ໜອງ​ບັນ​ດາ​ຂໍ້​ມູນຫຼ້າ​ສຸດ ກ່ຽວ​ກັບ​ຮູບພາບ​ພະ​ລັງ​ງານ​ທົ່ວ​ໂລກ, ຄວາມ​ສຳ​ຄັນ​ຂອງ​ການ​ຫັນ​ເປັນ​ໂຄງ​ປະ​ກອບ​ແຫຼ່ງ​ພະ​ລັງ​ງານ, ກໍ່​ຄື​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ ແລະ ທ່າ​ອ່ຽງ​ພັດ​ທະ​ນາຂອງ​ຂ​ະ​ແໜງ​ພະ​ລັງ​ງານ​ໄຟ​ຟ້າ​ແຮງ​ລົມ​ຢູ່ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃນ​ວິ​ວັດ​ການ​ຫັນ​ປ່ຽນ​ພະ​ລັງ​ງານ​ຈາກ ​ຟອກ​ຊິວ ກາຍ​ເປັນ​ພະ​ລັງ​ງາ​ນ​ຜະ​ລິດ​ຄືນ​ໃໝ່ - ພະ​ລັງ​ງານ​ສະ​ອາດ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພະ​ລັງ​ງານ​ແຮງ​ລົມ​ຢູ່ ຫວຽດ​ນາມ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ພະ​ລັງ​ງານ​ຂຽວ, ພະ​ລັງ​ງານ​ສະ​ອ​າດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຂອງ​ຫວຽດ​ນາມ

ກອ​ງ​ປະ​ຊຸມ​ຈະ​ດຳ​ເນີນ​ຈົນ​ໝົດ​ວັນ​ທີ 2 ທັນ​ວາ. ຕາມ​ທ່ານ​ນາງ ເຈິ່ນ​ທິ​ຮົ່ງ​ລ​ວານ​ ແລ້ວ, ໝາກ​ຜົນ​ຂອງກອງ​ປະ​ຊຸມ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ກະ​ຊວງວິ​ທະ​ຍາ​ສາດ ແລ​ະ ເຕັກ​ໂນ​ໂລ​ຢີ​ຈັດ​ຕັ້ງ​ການ​ຄົ້ນ​ຄ້​ວາ, ເປັນ​ເສ​ນາ​ທິ​ການ​ດ້ານ​ຍຸດ​ທະ​ສາດ​ກັບ ພັກ, ລັດ ໃນ​ການ​ສ້າງ​ນະ​ໂຍ​ບາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຄ້​ວາ, ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ, ສົ່ງ​ເສີມຊຸກ​ຍູ້​ກາ​ນ​ຫັນ​ເປັນ​ເຕັກ​ໂນ​ໂລ​ຢີ​ພະ​ລັງ​ງານ​ໃໝ່ ຈາກ​ບັນ​ດາ​ອົງ​ການ​ທັງ​ຢູ່ ພາຍ​ໃນ ແລະ ຕ່າງ​ປະ​ເທດ ໄດ້ເປັນ​ເຈົ້າ​ຂອງເຕັກ​ໂນ​ໂລ​ຢີ, ຮັດ​ແຄບ​ໄລ​ຍະ​ຫ່າງ​ກ່ຽວ​ກັບ​ລະ​ດັບ​ຄວາມ​ຮູ້​ເຕັກ​ໂນ​ໂລ​ຢີ​ກັບ​ບັນ​ດາ​ປະ​ເທດ​ກ້າວ​ໜ້າ ມຸ່ງ​ໄປ​ເຖິງ​ເຕັກ​ໂນ​ໂລ​ຢີ​ຂຽວ, ພະ​ລັງ​ງານ​ສະ​ອາດ​ຕາມ​ມະ​ຕິ​ເລກ​ທີ 140/NQ-CP ປະ​ກາດ​ໃຊ້​ໂຄງ​ການ​ກະ​ທຳຂອງລັດ​ຖະ​ບານ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 55-NQ/TW ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ພະ​ລັງ​ງານ​ແຫ່ງ​ຊາດຂອງ ຫວຽດ​ນາມ ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.