ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ

12:01 | 03/12/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 01 ທັນ​ວາ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ອຳ​ນາດ​ການ​ປົ​ກ​ຄອງ​ລັດ​ Victoria (ອົດສະຕາລີ) ໄດ້​ນຳ​ສູນ​ການ​ສຶກ​ສາ Study Melbourne Hub ແຫ່ງ​ທຳ​ອິດ​ຢູ່ ຫວຽດ​ນາມ, ໂດຍ​ແມ່ນ​ສູນ​ທີ 4 ໃນ​ທົ່ວ​ໂລກ ເຂົ້າສູ່​ການ​ເຄື່ອນ​ໄຫວຢ່າງ​ເປັນ​ທາງ​ການ.

ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ວິດ ຕີ​ລາ​ຄາ​ສູງການ​ຊຸກ​ຍູ້ ການ​ປ່ຽນ​ແປ​ງ​ໃໝ ​ປະ​ດິດ​ສ້າງ​ຂອງ ພັກ, ລັດ ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ວິດ ຕີ​ລາ​ຄາ​ສູງການ​ຊຸກ​ຍູ້ ການ​ປ່ຽນ​ແປ​ງ​ໃໝ ​ປະ​ດິດ​ສ້າງ​ຂອງ ພັກ, ລັດ
ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ
ພາບ​ປະ​ກອບ: nld.com.vn

Study Melbourne Hub ໂດຍລັດ​ຖະ​ບານ​ລັດ Victoria ໄດ້ສ້າງ​ຕັ້ງ​​ຢູ່​ບັນ​ດາ​ຕະຫຼາດ​ການ​ສຶກ​ສາ​ສາ​ກົນ ທີ່​ມີ​ອັດ​ຕາ​ເຕີບ​ໂຕ​ສູງ​ຄື: ຊຽງໄຮ້, Kuala Lumpur ແລະ ອິນ​ເດຍ (ສູນ​ແບບ​ທາງ​ໄກ). ຫວຽດ​ນາມ ປັດ​ຈຸ​ບັນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ບຳ​ລຸງ​ສ້າງ​ສາ​ກົນ ທີ່​ມີ​ອັດ​ຕາ​ການ​ເຕີບ​ໂຕຢູ່​ລະ​ດັບ​ສູງ.

ດັ່ງ​ນັ້ນ, ການ​ສ້າງ​ສູນ​ການ​ສຶກ​ສາ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ຈະ​ປັບ​ປຸງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ນະ​ຄອນ Melbourne ເວົ້າ​ສະ​ເພາະ ແລະ ລັດ Victoria ເວົ້າ​ລວມ​ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢູ່​ຂົງ​ເຂດ​ການ​ສຶກ​ສາ, ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ທີ່​ບັນ​ລຸ​ມາດ​ຕະ​ຖານ​ໂລກ.

ໂດຍ​ຕັ້ງ​ຢູ່​ເມືອງ 3, ສູນ​ການ​ສຶກ​ສານີ້ ມີ​ຄວາມກ້​ວາງ 320 ຕາ​ແມັດ, ສາ​ມາດ​ບັນ​ຈຸ​ຫຼາຍ​ສຸດ 150 ຄົນ, ສູນ​ຈະ​ມີ​ບັນ​ດາ​ເຂດ​ເຮັດ​ວຽກ​ລວມ ແລະ ມູມຮ່ຳ​ຮຽນ​ສະ​ເພາະ, ຫ້ອງ​ປະ​ຊຸມ, ຫ້ອງ​ຈັດ​ຕັ້ງ​ ອາ​ເນກ​ປະ​ສົງ, ຫ້ອງ​ອັດ​ສຽງ ເຊິ່ງ​ໄດ້​ສ້າງ​ຕັ້ງ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການເກືອບ​ທັງ​ໝົດ​ໃນ​ການ​ຮ່ຳ​ຮຽນ ແລະ ຈັດ​ຕັ້ງ​ເຫດ​ການ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ. ນັກ​ສຶກ​ສາ​ຈະ​ໄດ້​ຮັບ​ການ​ນຳ​ໃຊ້​ພື້ນ​ຖານ​ວັດ​ຖຸ ແລະ ເຂົ້າ​ຮ່ວມ​ບັນ​ດາ​ເຫດ​ການໂດຍ​ບໍ່​ເສຍ​ຄ່າ.

ນີ້​ແມ່ນ​ສະ​ຖານ​ທີ່ຮັບໃຊ້ຄົບວົງຈອນໃຫ້​ແກ່​ນັກ​ສຶກ​ສາ​ຫວຽດ​ນາມ ທີ່ພວມ​ຮຽນ​ແບບ​ທາງ​ໄກ​ຢູ່​ບັນ​ດາ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ລັດ Victoria, ບັນ​ດາ​ນັກ​ສຶກ​ສາທີ່ຈະຮ່ຳ​ຮຽນ​ຢູ່ ອົດ​ສະ​ຕາ​ລີ. ນອກ​ຈາກ​ນັ້ນ, ນັກ​ສຶກ​ສາ​ຈະໄດ້​ສຳ​ຜັດ​ກັບ​ບັນ​ດາ​ຂໍ້​ມູນ ກ່ຽວ​ກັບ​ອາ​ຊີບ​ຢູ່ ອົດສະຕາລີ. ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ສູນ​ໄດ້ສະ​ແດງ​ໃຫ​້​ເຫັນ​ບົດ​ບາດ​ສະ​ໜິດ​ຕິດ​ພັນ​ອັນ​ໝັ້ນ​ແກ່ນ​ລະ​ຫວ່າງ​ບັນ​ດາ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ ລັດ Victoria.

ບັນ​ດາ​ນັກ​ລົງ​ທຶນ, ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ ການ​ສຶກ​ສາ, ໂຮງ​ຮຽນ, ຄູ​ສອນ ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາຂອງ ອົດສະຕາລີ ແລະ ຫວຽດ​ນາມ ຈະ​ໄດ້​ຮັບ​ການເຊື່ອມ​ຕໍ່​ຜ່ານ​ສູນນີ້.

ທ່ານ​ນາງ Rebecca Hall ກຳ​ມະ​ການ​ຂັ້ນ​ສູງ​ຂອງ ລັດ​ Victoria ຮັບ​ຜິດ​ຊອບ ອາ​ຊ​ີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ໃຫ້ຮູ້​ວ່າ ດ້ວຍ​ນັກ​ສຶກ​ສາ​ຫວຽດ​ນາມ ປະ​ມານ 6.400 ຄົນ ທີ່​ພວມ​ຮ່ຳ​ຮຽນ​ຢູ່ ບັນ​ດາ​ຮາກ​ຖານ​ການ​ສຶກ​ສາ​ຂອງ​ລັດ, ຫວຽດ​ນາມ ແມ່ນ​ປະ​ເທດ​ທີ່ມີ​ຄວາມ​ສຳ​ຄັນ​ຍິ່ງ ໃນ​ຍຸດ​ທະ​ສາດ​ການ​ສຶກ​ສາ​ຂອງ​ລັດ​ Victoria.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.