ກະ​ກຽມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊ​າດ “ຮັບປະກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”.

08:12 | 08/12/2021

ຍ​ສໝ - ​ວັນ​ທີ 6 ທັນ​ວາ, ກະ​ຊວງ​ຕຳຫຼວດ​ໄດ້​ສົມ​ທົບ​ກັບ​ສຳ​ນັກ​ພິມການ​ເມືອງແຫ່ງ​ຊາດ ຊື້ເທີດ ຈັດການຖະແຫຼງຂ່າວເພື່ອແຈ້ງຂໍ້ມູນກ່ຽວກັບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ຮັບປະກັນອະທິປະໄຕແຫ່ງຊາດທາງເຄືອຂ່າຍອີນເຕີເນັດ” ເຊິ່ງຈະຈັດຂຶ້ນໃນວັນທີ 08 ທັນວາ, ຢູ່ ຮ່າໂນ້ຍ.

ພື້ນ​ຖານ​ເສດ​ຖະ​ກິດ ອິນ​ເຕີ​ເນັດ ຫວຽດ​ນາມ ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 220 ລ້ານ USD ໃນ​ປີ 2030 ພື້ນ​ຖານ​ເສດ​ຖະ​ກິດ ອິນ​ເຕີ​ເນັດ ຫວຽດ​ນາມ ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 220 ລ້ານ USD ໃນ​ປີ 2030
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ
ກະ​ກຽມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊ​າດ “ຮັບປະກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”.
ການຖະແຫຼງຂ່າວເພື່ອແຈ້ງຂໍ້ມູນກ່ຽວກັບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ຮັບປະກັນອະທິປະໄຕແຫ່ງຊາດທາງເຄືອຂ່າຍອີນເຕີເນັດ” (ພາບ: qdnd.vn)

ກອງປະຊຸມສຳມະນາມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 100 ທ່ານ​ຢູ່​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ​ຮ່າ​ໂນ້ຍ ແລະ ຜູ້​ແທນ ກ່​ວາ 2000 ທ່ານ ເຂົ້າ​ຮ່ວມ​ແບບ​ທາງ​ໄກໂດຍ​ແມ່ນ​ຜູ້​ຕາງ​ໜ້າ​ບັນ​ດາ​ແຂວງ, ຄະ​ນະ​ພັກ​ນະ​ຄອນ​ຂຶ້ນ​ກັບສູນ​ກາງ, ຄະ​ນະ​ອຳ​ນວຍ​ການ, ການ​ນຳຫຼັກ​ແຫຼ່ງກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ​ໃນ​ທົ່ວ​ປະ​ເທດ.

ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ຈະ​ສຸມ​ໃສ່​ເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​ລວມ​ກ່ຽວ​ກັບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ແລະ ຮັບປະກັນ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ຄື: ນິ​ຍາມ, ລັກ​ສະ​ນະ, ເປົ້າ​ໝາຍ, ຂອບ​ຂະ​ໜາດ​ການ​ຄົ້ນ​ຄ້​ວາ, ການ​ຊອກ​ຮູ້… ໄຈ້​ແຍກ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ໜ້າ​ທີ່​ໃໝ່​ທີ່​ວາງ​ອອກ​ສຳ​ລັບ​ວຽກ​ງານຮັບປະກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທີ່​ໄດ້​ເນັ້ນ​ໜັກ​ໃນ​ເອ​ກະ​ສາ​ນກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ ໃນ​ຊຸມ​ອາ​ຍຸ​ການ​ມໍ່ໆ​ມານີ້, ພິ​ເສດ​ແມ່ນ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ​ພັກ. ພ້ອມ​ທັງ​ໄຈ້​ແຍກ​ບັນ​ດາກ​າ​ລະ​ໂອ​ກາດ, ຄວາມສະ​ດວກ ກ​ໍ່​ຄື​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ສຳ​ລັບ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ໃນ​ສະ​ພາບ​ການ​ຫັນເປັນໂລ​ກາ​ພິ​ວັດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ກະ​ທົບ​ຢ່າງ​ເລິກ​ເຊິ່ງ​ຕໍ່​ທຸກ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ທູດ…ຂອ​ງ​ປະ​ເທດ​ຊາດ.

ຕາມ​ທ່ານ​ພົນ​ຕີ ໂດ​ເລ​ຈີ​ ແລ້ວ, ການ​ຮັບ​ປະກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ ແລະ ເປັນປະ​ຈຳ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ທົ່ວ​ລະ​ບົບ​ການ​ເມືອງ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.