ທ່ານ​ໝໍ​ທະ​ຫານນັບ​ຮ້ອຍ​ຄົນ​ໄປ​ໜູນ​ຊວ່ຍ​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

08:15 | 08/12/2021

ຍ​ສໝ - ວິ​ທະ​ຍາ​ຄານ​ເສ​ນາ​ຮັກ ແລະ 3 ວິ​ທະ​ຍາ​ຄານ, ໂຮງ​ໝ​ໍ​ກອງ​ທັບ ໄດ້​ຈັດ​ຕັ້ງ​ພິ​ທີ​ອອກ​ເຄື່ອນ​ທັບ, ລະ​ດົມ​ພະ​ນັກ​ງານ, ແພດ​ໝໍ, ນັກ​ສຳ​ມະ​ນາ​ກອນ, ພະ​ນັກ​ງ​ງານ​ເສ​ນາ​ຮັກ 410 ຄົນ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ບໍ​ລິ​ເວນ ທະຫານ​ເຂດ 7, ທະຫານ​ເຂດ 9 ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 5,1 ລ້ານ​ຄົນ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19 ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 5,1 ລ້ານ​ຄົນ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສືບ​ຕໍ່​ເພີ​່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສືບ​ຕໍ່​ເພີ​່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ​ໝໍ​ທະ​ຫານນັບ​ຮ້ອຍ​ຄົນ​ໄປ​ໜູນ​ຊວ່ຍ​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.
ພິ​ທີ​ອອກ​ເຄື່ອນ​ທັບ (ພາບ: baochinhphu.vn)

ວັນ​ທີ 4 ທັນ​ວາ, ຢູ່​ສະ​ໜາມ​ບິນ​ສາ​ກົນ ເກິ່ນ​ເທີ, ກອງ​ບັນ​ຊາ​ການທະຫານ​ເຂດ 9 ໄດ້​ຈັດ​ຕັ້ງ​ການ​ຮັບ​ພະ​ນັກ​ງ​ງານ, ນັກ​ສຳ​ມະ​ນາ​ກອນ 209 ຄົນ​ສັງກັດ​ໂຮງ​ໝໍ​ເສ​ນາ​ຮັກ 354, ວິ​ທະ​ຍາ​ຄານ​ເສ​ນາ​ຮັກ, ໂຮງ​ໝໍ​ແພດພື້ນ​ຖານກອງ​ທັບ, ໂຮງ​ໝໍ​ເສ​ນາ​ຮັກ 105. ການ​ເພີ່ມ​ທະ​ວີນີ້ ໂດຍປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ເສ​ນາ​ຮັກ ໃນ​ການ​ໜູນ​ຊ່ວຍ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນທະຫານ​ເຂດ 9.

ໃນ​ຈຳ​ນວນ ພະ​ນັກ​ງານ, ນັກ​ສຳ​ມະ​ນາ​ກອນ 209 ຄົນ ມີ​ເພດ​ຍິງ 19 ຄົນ. ຖັນ​ແຖວ​ແພດ​ໝໍ​ເສ​ນາ​ຮັກ ຈະ​ໄດ້​ເພີ່ມ​ກຳ​ລັງ​ໃຫ້​ແກ່​ກົມ​ພະ​ລາ​ທິ​ການທະຫານ​ເຂດ 9 (53 ສະ​ຫາຍ), ນະ​ຄອນ​ເກິນ​ເທີ (39 ສະ​ຫາຍ), ແຂວງ​ຊອກ​ຈັງ (39 ສະ​ຫານ), ແຂວງ​ຈ່າ​ວິງ (39 ສະ​ຫາຍ) ແລະ ​ກຽນ​ຢາງ (39 ສະ​ຫາຍ). ກຳ​ລັງ​ນີ້​ຈະ​ເຂົ້າ​ຮ່ວມ​ການ​ສົມ​ທົບ​ກັບ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸ​ກ​ທ້ອງ​ຖິ່ນ​ເພື່ອ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ ກໍ່​ຄື​ກຽມ​ພ້ອມ​ປະ​ຕິ​ບັດ​ໜ້າ​ທີ່​ຕາມທີ່​ໄດ້​ມອບ​ໃຫ້.

ວັນ​ທີ 5 ທັນ​ວາ, ກຳ​ລັງ​ເສ​ນາ​ຮັກ​ທີ່ໄດ້​ເພີ່ມ​ທະ​ວີ​ຈະ​ເລີ່ມ​ເຂົ້າ​ຮ່ວມ​ສົມ​ທົບ​ກັບ​ກຳ​ລັງ​ການ​ແພດ​ແຂວງ, ນະ​ຄອນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ພ້ອມ​ທັງ​ ກຽມ​ພ້ອມ​ປະ​ຕິ​ບັດ​ໜ້າ​ທີ່​ຕາມ​ທີ່​ໄດ້​ມອບ​ໃຫ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.