ຮັບປະກັນຄວາມໝັ້ນຄົງດ້ານມະນຸດສະທຳຢູ່ຫວຽດນາມ

06:30 | 05/12/2021

ຍ​ສ​ໝ - ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຖື​ປັດ​ໄຈ​ມະນຸດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ມະນຸດ​ເປັນ​ໃຈກາງ​ຂອງ​ທຸກ​ການ​ເຄື່ອນ​ໄຫວ.

ຜູ້ອອກແຮງງານຈະໄດ້ພັກ 3 ວັນ ໃນຊ່ວງປີໃໝ່ສາກົນ 2022 ຜູ້ອອກແຮງງານຈະໄດ້ພັກ 3 ວັນ ໃນຊ່ວງປີໃໝ່ສາກົນ 2022
ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ວິດ ຕີ​ລາ​ຄາ​ສູງການ​ຊຸກ​ຍູ້ ການ​ປ່ຽນ​ແປ​ງ​ໃໝ ​ປະ​ດິດ​ສ້າງ​ຂອງ ພັກ, ລັດ ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ ຢູ່ ສະ​ວິດ ຕີ​ລາ​ຄາ​ສູງການ​ຊຸກ​ຍູ້ ການ​ປ່ຽນ​ແປ​ງ​ໃໝ ​ປະ​ດິດ​ສ້າງ​ຂອງ ພັກ, ລັດ
ຮັບປະກັນຄວາມໝັ້ນຄົງດ້ານມະນຸດສະທຳຢູ່ຫວຽດນາມ
ພາບ​ປະ​ກອບ: tuyengiao.vn

ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​​ຖື​ປັດ​ໄຈ​ມະນຸດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ມະນຸດ​ເປັນ​ໃຈກາງ​ຂອງ​ທຸກ​ການ​ເຄື່ອນ​ໄຫວ. ມະຕິ​ຂອງ​ພັກ​ຍັງ​ຢືນຢັນ​ວ່າ: ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ມະນຸດ​​ ທັງແມ່ນເປົ້າໝາຍ​ສູ້​ຊົນ ​ແລະ ​ທັງ​ແມ່ນ​ກຳລັງໜູນໃຫ້​ແກ່​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ - ສັງຄົມ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ ​ແລະ ມີ​ຄວາມ​ຜາ​ສຸກ; ປະ​ເທດ​ຊາດ ​ຈະ​ເລີນ​ຮຸ່ງ​ເຮືອງ ​ແລະ​ໝັ້ນ​ແກ່ນ​.

ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽ​ນ​ແປງ​ໃໝ່, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​, ​ມີ​ຄວາມ​ໝາຍ​ປະຫວັດສາດ, ເສດ​ຖະ​ກິດມີການ​ເຕີບ​ໂຕ​​ດີ​ພໍ​ສົມຄວນ, ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເທື່ອ​ລະ​ກ້າວ; ສະພາບ​ການ​ເມືອງ​ມີ​ຄວາມ​ໝັ້ນຄົງ, ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ... ບັນດາ​ໝາກຜົນ​ດັ່ງກ່າວ​ປະກອບສ່ວນ​ສ້າງ​ພື້ນຖານຮັບ​ປະ​ກັບ​​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ມະນຸດ​ຢູ່ ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ສະພາບ​ການ​ໃໝ່​ຂອງ​ສາກົນ ​ແລະ ພາກ​ພື້ນ, ຫວຽດນາມ ພວມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃໝ່​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ຂົງ​ເຂດ​ປະກັນ​ສັງຄົມ ​ແລະ ຄວາມ​ໝັ້ນຄົງ​ຂອງ​ມະນຸດ.

​ເພື່ອແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດັ່ງກ່າວ, ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຖື​ປັດ​ໄຈ​ມະນຸດ ​ແລະ ຄວາມ​ໝັ້ນຄົງ​ມະນຸດ​ເປັນ​ໃຈກາງ​ຂອງ​ທຸກໆ​ການ​ເຄື່ອນ​ໄຫວ, ກຳນົດ​ການ​ປ້ອງ​ກັນ​ຄວາມປອ​ດ​ໄພຂອງ​ມະນຸດ​ ​ທັງ​ເປັນເປົ້າໝາຍ​ຕໍ່ສູ້, ​ທັງ​ເປັນ​ກຳ​ລັງ​ໜູນຂອງ​ພາ​ລະ​ກິດປະ​ຕິ​ວັດ​ຫວຽດ​ນາມ. ມະຕິ​ກໍ່​ຢືນຢັນ​ວ່າ ການ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອດ​ໄພ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ນຳ​ໜ້າ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສະ​ນັ້ນ ການ​ປົກປ້ອງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ກໍ່​ຄື​ການ​ປົກ​ປ້ອງ​ຊີວິດກ​ານ​ເປັນ​ຢູ່​ຂອງ​ປະຊາຊົນ. ພິ​ເສດ, ມະຕິ​ໄດ້​ຍົກອອກ​ຄວາມ​ຮັບ​ຮູ້ ​ແລະ ຈິນຕະ​ນາ​ການ​ໃໝ່​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຄື “ຄວາມ​ໝັ້ນຄົງ​ທົ່ວ​ໂລກ” ​ແລະ “ຄວາມ​ໝັ້ນຄົງ​ຂອງ​ມະນຸດ”. ຕາມ​ນັ້ນ​ແລ້ວ, ບັນດາ​ບັນຫາ​ທົ່ວ​ໂລກ​ຄື: ການ​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ຂອງ​ມະນຸດ, ​ໄພ​ທຳ​ມະ​ຊາດ, ພະຍາດ​ລະບາດ, ຄວາມ​ໝັ້ນ​ຄົງ​ດ້ານ​ສັງຄົມ ​ແລະ ຄວາມ​ປອດ​ໄພ​ແບບໃໝ່; ພິ​ເສດ​ແມ່ນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ລະດັບ​ນ້ຳ​ທະ​ເລຍື່ງ​ຂຶ້ນ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ... ສືບ​ຕໍ່​ມີ​ຜົນ​ສະທ້ອນ​ຫຼາຍ​ດ້ານ​ເຖິງ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ມະນຸດ, ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ພັດທະນາ​ຂອງ​ຫວຽດນາມ. ສະນັ້ນ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ໄດ້ກຳນົດວິໄສທັດພັດທະນາປະເທດຊາດຮອດປີ 2030, ໃນນັ້ນພັກ ຢັ້ງຢືນວ່າ: ຖ​ືປັດໄຈມະນຸດ, ຄວາມປອດ​ໄພຂອງມະນຸດແມ່ນໃຈກາງຂອງທຸກການເຄື່ອນໄຫວ. ການ​ປົກ​ປັກ​ຮັກ​ສາ​ຄວາມປອດ​ໄພ​ຂອງ​ມະ​ນຸດ​ແມ່ນ​ທັງ​ເປົ້າ​ໝາຍ​ທີ່​ຕ້ອງ​ພະ​ຍາ​ຍາມ ແລະ ເປັນ​ກຳ​ລັງໜູນເພື່ອ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ-ສັງ​ຄົມ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດຊາດໃຫ້​ຮັ່ງ​ມີ​, ຈະ​ເລີນ​ຮຸ່ງ​ເຮືອງ ແລະ ມີ​ຄວາມ​ຜາ​ສຸກ.

​ເພື່ອ​ປະຕິບັດ​ເປົ້າໝາຍ “ຄວາມປອ​ດ​ໄພ​ຂອງ​ມະນຸດ”, ພັກ​ກອມ​ມູນິດ​ຫວຽດນາມ ບໍ່​ພຽງ​ແຕ່​ຢືນຢັນ​ທີ່​ຕັ້ງ “ຄວາມປອດ​ໄພ​ມະນຸດ”​ເປັນ​ໃຈກາງ​ຂອງ​ການ​ພັດທະນາ​ເທົ່າ​ນັ້ນ, ຫາກ​ຍັງ​ຍົກອອກ​ລະບົບ​ບັນດາ​ໜ້າ​ທີ່​, ວິທີການພັດທະນາ​ປະ​ເທດ​ໃນ​ໄລຍະ​ໃໝ່ດ້ວຍ​ຈຸດ​ສຸມທີ່​ຕິດ​ພັນ​ກັບ​ຄວາມ​ປອດ​ໄພ​ຂອງ​ມະ​ນຸດ ຢູ່​ຫວຽດ​ນາມ. ກ່ອນ​ອື່ນ​ໝົດ, ພັກ​ກຳນົດ​ຄວາມປອດ​ໄພ​ຂອງ​ມະນຸດ​ຕິດ​ພັນ​ກັບ​ເອກະລາດ, ອະທິປະ​ໄຕ​ຂອງ​ຊາດ, ລະບອບ​ສັງຄົມ​ນິຍົມ, ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ສັງຄົມ. ທີ​ສອງ, ມະນຸດ​ແມ່ນ​ສູນ​ກາງ ​ແລະ ​ແຫຼ່ງກຳລັງ​ຂອງ​ການ​ພັດທະນາ. ສະນັ້ນ, ພັກ​ເອົາ​ໃຈ​ໃສ່​ ການ​ປຸກລຸກ​ນ້ຳໃຈ​ຮັກ​ຊາດ, ​ຄວາມເອກອ້າງ​ທະ​ນົງ​ໃຈ, ເຈດຈຳນົງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົ​ນ​ເອງ, ເປັນ​ເຈົ້າ​ຕົນ​ເອງ, ຄວາມ​ເມດ​ຕາ​ປາ​ນີ, ​ນ້ຳ​ໃຈ​ສາມັກຄີ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງຄົມ ​ແລະ ຄວາມ​ມຸ່ງ​ມາດ​ປາຖະໜາ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ຂອງ​ທົ່ວ​ປວງ​ຊົນຢ່າງ​ແຮງ. ສ້າງ​ກົນ​ໄກ, ນະ​ໂຍບາຍ​ເພື່ອ​ແນ​ໃສ່ເສີມ​ຂະ​ຫຍາຍ​ຈິດ​ໃຈ​ອຸທິດ​ຕົນ​ໃຫ້​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ. ເສີມ​ຂະ​ຫຍາຍ​ປັດ​ໄຈ​ມະນຸດ, ມະນຸດ​ເປັນ​ຈຸດ​ໃຈກາງ, ແມ່ນ​ກຳ​ລັງຫຼັກ​ແຫຼ່ງ ​ແລະ ​ເປົ້າ​ໝາຍ​ພັດທະນາ​ຢ່າງ​ສຸດ​ຂີດ.

ຈາກ​ນັ້ນ, ການ​ຮັບປະກັນ​ຄວາມປອດ​ໄພ​ຂອງ​ມະນຸດ​ໝາຍຄວາມ​ວ່າ ​ນັບ​ມື້​ນັບສ້າງ​ເງື່ອນ​ໄຂ​ທາງ​ດ້ານ​ວັດຖຸ ​ແລະ ຈິດໃຈ​ຢ່າງຫຼວງຫຼາຍ ເພື່ອໃຫ້​​ປະຊາຊົນ​ມີການ​ດຳ​ລົງ​ຊີ​ວິດ​ຢ່າງ​ສະຫງົບ​ສຸກ ​ແລະ ມີ​ໂອກາດ​ພັດທະນາ. ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ​ໄດ້​ກຳນົດ​ວ່າ “ປະຕິບັດ​ບັນດາ​ນະ​ໂຍບາຍ​ສັງຄົມ​, ຮັບປະກັນ​ຊີວິດ​ສັງຄົມ, ສະຫວັດດີ​ການ​ສັງຄົມ, ຄວາມປອດ​ໄພຂອງ​ມະນຸດໃຫ້ເປັນ​ຢ່າ​ງ​​ດີ, ສ້າງ​ການ​ປ່ຽນ​ແປງ​ຢ່າງ​ແຮງໃນ​ການ​ຄຸ້ມ​ຄອງ​ພັດທະນາ​ສັງຄົມ, ​ໃຫ້​ມີ​ຄວາມ​ກ້າວໜ້າ ​ແລະ ຄວາມຍຸຕິທຳ​ສັງຄົມ; ຍົກສູງຄຸນນະພາບ​ການ​ດຳ​ລົງຊີວິດແລະຄວາມສຸກຂອງປະຊາຊົນ. ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບແບບຫຼາຍສົ້ນ, ກວມລວມ, ຍືນ​ຍົງ. ພັດທະນາລະບົບປະກັນສັງຄົມທີ່ມີໄຫວ​ພິບ, ​ເປັນຫຼາຍ​ຮູບ​ແບບ​, ຫຼາຍລະດັບ ແລະ ທັນສະໄໝ. ຮັບປະກັນ​ການ​ສະໜອງ ​ແລະ ຍົກສູງຄວາມສາມາດໃນ​ການ​ເຂົ້າ​ເຖິງ​ການ​ບໍລິການ​ຂັ້ນ​ພື້ນຖານ​ຂອງ​ສັງຄົມ ​ໂດຍ​ສະ​ເພາະ​ແມ່ນ​ໃຫ້​ຜູ້​ທຸກ​ຍາກ ​ແລະ ຜູ້​ດ້ອຍ​ໂອກາດ​ໃນ​ສັງຄົມ, ເອົາໃຈໃສ່​ເບິ່ງ​ແຍງ ​ແລະ ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ. ຍົກ​ສູງ​ຄຸນ​ນະພາ​ບປະຊາກອນ​ຢ່າງ​ມີ​ປະສິດທິ​ຜົນ, ຍາດ​ແຍ່ງ​ເອົາ​ກາລະ​ໂອກາດ​ທີ່​ສະດວກ​ຈາກ​ໂຄງ​ປະກອບ​ປະຊາກອນ​ຄຳ; ເປັນ​ເຈົ້າ​ການ​ໃນ​ການ​ປັບຕົວເຂົ້າກັບທ່າອ່ຽງຂອງປະຊາກອນຜູ້ສູງອາຍຸເພີ່ມຂຶ້ນ. ສ້າງ​ສະພາບ​ແວດ​ລ້ອມ ​ແລະ ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ຕະຫຼາດ​ແຮງ​ງານ​ທີ່​ຄົບ​ຊຸດ, ທັນ​ສະ​ໄໝ, ມີ​ໄຫວ​ພິບ, ​ເປັນ​ເອກະ​ພາບ, ມີ​ປະສິດທິ​ຜົນ.

ມະຕິ​ກອງ​ປະຊຸມ​ຄັ້ງ​ທີ XIII ຍັງ​ໄດ້ເຕື້ອງເຖິງ​ການ​ພັດທະນາ​ຂອງ​ປະ​ເທດ​ຮັ່ງມີ ​ແລະ ​ເຂັ້ມ​ແຂງ​​ດ້ວຍ​ປັດ​ໄຈ​ມະນຸດ​ເປັນ​ໃຈກາງ. ມະຕິຊ​ີ້​ແຈ້ງ​ວ່າ: “ປຸກລຸກຈິດ​ໃຈ ແລະ ເຈດ​ຈຳ​ນົງ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ ​ແລະ ມີ​ຄວາມ​ຜາ​ສຸກ; ປະເທດຊາດຈະເລີນຮຸ່ງເຮືອງ ແລະ ຍືນຍົງ; ຍູ້​ແຮງ​ບັນດາ​ຄຸນຄ່າ​ວັດທະນະທຳ ​ແລະ ກຳລັງ​ມະນຸດ​ຂອງ​ຫວຽດນາມ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮ​ັກ​ສາ​ປະ​ເທດຊາດ”. ຍູ້​ແຮງ​ການ​ທູດ​ເສດຖະກິດ​ເພື່ອ​ພັດທະນາ, ຖື​ປະຊາຊົນ ​ແລະ ນັກ​ທຸລະ​ກິດ​ເປັນ​ໃຈ​ກາງ​ຂອງ​ການຮັບ​ໃຊ້. ມະຕິ​ຢືນຢັນ​ວ່າ ການ​ຄຸ້ມ​ຄອງ​ການ​ພັດທະນາ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເຂັ້ມ​ງວດ ​ແມ່ນ​ຮັບປະກັນ​ຄວາມ​ໝັ້ນ​ຄົງ​ສັງຄົມ ​ແລະ ຄວາມ​ປອດ​ໄພຂອງ​ມະນຸດ. ປະ​ຕິ​ບັດຄວາມກ້າວໜ້າ ແລະ ຍຸຕິທຳທາງສັງຄົມ; ສ້າງ​ສະ​ພາບ​ແວດ​ລ້ອມ​ວັດ​ທະ​ນະ​ທໍາ, ຄຸນສົບ​ບັດ, ​ສັງ​ຄົມປອດ​ໄສ, ສີ​ວິ​ໄລ; ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ດ້ານ​ສາທາລະນະ​ສຸກ, ຄຸນ​ນະພາ​ບຂອງ​ປະຊາກອນ, ຕິດ​ພັນ​ປະຊາກອນ​ກັບ​ການ​ພັດທະນາ; ​ເອົາ​ໃຈ​ໃສ່​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ຮັບປະກັນ​ນະ​ໂຍບາຍ​ແຮງ​ງານ, ​ວຽກ​ເຮັດ​ງານ​ທຳ ​ແລະ ລາຍ​ຮັບ, ປະຕິບັດ​ສະຫວັດດີ​ການ​ສັງຄົມ, ຮັບປະກັນ​ຊີວິດ​ສັງຄົມໃຫ້​ເປັນ​ຢ່າງ​ດີ​, ປັບປຸງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ແມ່ນ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ມະນຸດ​ຢູ່ ຫວຽດນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.