ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ

07:19 | 02/12/2021

ຍ​ສ​ໝ - ວັນ​ທີ 29 ພະ​ຈິກ, ຖ້ຽວ​ບິນໝາຍເລກ VN98 ຂອງ ບໍ​ລິ​ສັດ​ການ​ບິນ Vietnam Airlines ໄດ້​ລົງ​ຈອດຢູ່​ສະ​ໜາມ​ບິນ San Francisco, ກາຍ​ເປັນ​ຖ້​ຽວ​ບິນ​ປະ​ຫວັດ​ສາດ ສ້າງ​ຂີດ​ໝາຍເປີດ​​ຖ້ຽວ​ບິນ​ການ​ຄ້າໂດຍ​ກົງແບບປົກ​ກະ​ຕິ ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ

ຫວຽດນາມ ຮັບວັກຊິນ Pfizer 2,6 ລ້ານໂດສ ໂດຍ ອາເມລິກາ ມອບໃຫ້ ຫວຽດນາມ ຮັບວັກຊິນ Pfizer 2,6 ລ້ານໂດສ ໂດຍ ອາເມລິກາ ມອບໃຫ້
ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ
ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ
ເຮືອ​ບິນ​ຂອງ Vietnam Airlines (ພາບ: VNA)

ຕາມ​ທ່ານ ເລ​ຮົ່ງ​ຮ່າ​, ຜູ້​ອຳ​ນວຍ​ການ Vietnam Airlines ແລ້ວ, ກ່ອນນີ້ 1 ປີ, ບໍ​ລິ​ສັດ​ໄດ້​ກາຍ​ເປັນ​ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ ທຳ​ອິດ​ມີຖ້ຽວ​ບິນ​ໄປ​ຍັງ ອາ​ເມ​ລິ​ກາ ໂດຍ​ກົງ, ລະ​ອຽດ​ແມ່ນ​ສະ​ໜາມ​ບິນ San Francisco, ເພື່ອ​ໂດຍ​ສານ​ພົນ​ລະ​ເມືອງກັບຄືນ​​ເມືອ​ປະ​ເທດ.

“ຖ້ຽວ​ບິນ​ໃນ​ມື້ນີ້ ແມ່ນ​ການ​ເດີນ​ທາງ​ບິນໄປ​ໂດຍ​ກົງ ແລະ ລົງ​ຈອດ​ຢູ່​ສະ​ໜາມ​ບິນ San Francisco ແຕ່​ມີ​ຄວາມ​ໝາຍ​ໃໝ່, ສ້າງ​ຂີດໝາຍບາດ​ກ້າວໃຫຍ່ຂອງ Vietnam Airlines ແລະ ຫຼັກ​ໝາຍ​ປະ​ຫວັດ​ສາດຂອງ ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ ດ້ວຍ​ເສັ້ນ​ທາງ​ປົກ​ກະ​ຕິ ຫວຽດ​ນາມ - ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ໄດ້​ຮັບ​ການ​ສ້າງ​ຕັ້ງ” ທ່ານ​ ຮ່າ​ ໃຫ້​ຮູ້.

ຖ້ຽວ​ບິນ VN98 ໄດ້​ເລີ່ມອອກເດີນທາງແຕ່​ສະ​ໜາມ​ບິນ ເຕີນ​ເຊີນ​ເຍິດ ​ໃນ​​ເວ​ລາ 20 ໂມງ 57 ນາ​ທີ ວັນ​ທີ 28 ພະ​ຈິກ ແລະ ລົງ​ຈອດ​ຢູ່​ສະ​ໜາມ​ບິນ San Francisco ໃນ​ຕອນ​ເວ​ລາ 19 ໂມ​ງ 42 ນາ​ທີ​ ໃນ​ວັນ​ທີ 28 ພະ​ຈິກ (ຕາມ​ເວ​ລາ​ທ້ອງ​ຖິ່ນ, ກົງ​ກັບ​ເວ​ລາ 10 ໂມງ 42 ນາ​ທີ​ຂອງ ວັນ​ທີ 29 ພະ​ຈິກ ຕາມ​ເວ​ລາ ຫວຽດ​ນາມ). ລວມເວ​ລາ​ບິນ ໄປໂດຍກົງແບບບໍ່​ແວ່​ຈອດ ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ຫາ San Francisco ແມ່ນ 13 ຊົ່ວ​ໂມງ 45 ນາ​ທີ.

ຖ້ຽວ​ບິນ ໄດ້​ປະ​ຕິ​ບັດ​ໂດຍ​ເຮືອ​ບິນ Boeing 787-9 Dreamliner, ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຮືອ​ບິນ​ທີ່ກ້​ວາງ​, ທັນ​ສະ​ໄໝ​ທີ່​ສຸດ​ໃນ​ໂລກ ຂອງ​ບໍ​ລິ​ສັດ​ຜະ​ລິດ​ເຮືອ​ບິນ Boeing ( ອາ​ເມ​ລິ​ກາ).

ຖ້ຽວ​ບິນ VN98 ໄດ້​ເປີດ​ໄລ​ຍະ​ຂຸດ​ຄົ້ນ​ໃໝ່​ຂ​ອງ Vietnam Airlines ໃນ​ເສັ້ນ​ທາງ​ບິນໄປ​ຍັງ ອາ​ເມ​ລິ​ກາ, ລະ​ອຽດ​ແມ່ ນັບ​ແຕ່​ວັນ​ທີ 28 ພະ​ຈິກ, Vietnam Airlines ໄດ້​ຂຸດ​ຄົ້ນ​ຖ້ຽວ​ບິນ ປົກ​ກະ​ຕິ 2 ຖ້ຽວ/ອາ​ທິດ ​ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ແລະ San Francisco. ທາງ​ບໍ​ລິ​ສັດ​ໄດ້​ຄາດ​ວ່າ ຈ​ະ​ເພີ່ມ​ຂຶ້ນ 7 ຖ້ຽວ/ອາ​ທິດ​ ພາຍ​ຫຼັງ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້ ແລະ ລັດ​ຖະ​ບານ ຫວຽດ​ນາມ ອະ​ນຸ​ຍາດ​ເປີດ​ຄືນ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ ແບບປົກ​ກະ​ຕິ.

Vietnam Airlines ພວມ​ສືບ​ຕໍ່​ຄົ້ນ​ຄ້​ວາ ເປີດ​ຕື່ມ​ບັນ​ດາ​ຖ້ຽວ​ບິນໄປ​ຍັງ ອາ​ເມ​ລິ​ກາ ຄື Los Angeles ແລະ ຮ່າ​ໂນ້ຍ ຫຼື ນະ​ຄອນ​ໂຮ່​ຈີ​ມິນ. ບັນ​ດາ​ຖ້ຽວ​ບິນ ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໂດຍ​ເຮືອ​ບິນ Boeing 787 ແລະ ເຮືອ​ບິນ Airbus A350.

ອາ​ເມ​ລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່ມີ​ຈຳ​ນວນ​ຊາວ​ຫວຽດ​ນາມ ແລະ ນັກ​ຮຽນ ຫວຽດ​ນາມ ຫຼາຍ​ທີ່​ສຸດ​ໃນ​ໂລກ. ຕະຫຼາດ​ການ​ບິນ ຫວຽດ​ນາມ - ອາ​ເມ​ລິ​ກາ ຄາດ​ວ່າ ​ບັນ​ລຸ​ໄດ້ 1,4 ລ້ານ​ເທື່ອ​ຄົນ ໃນ​ປີ 2019, ເພີ່ມ​ຂຶ້ນ​ສະ​ເລ່ຍ 8%/ປີ ໄລ​ຍະແຕ່ 2017 – 2019. ນີ້​ແມ່ນ​ຕະຫຼາດ​ທີ່​ມີ​ຈຳນວນແຂກ​ມາ​ຫວຽດ​ນາມ ໃຫຍ່​ອັນ​ດັບ​ທີ 10 ແລະ ເປັນຕະຫຼາດ​ໃຫຍ່​ທີ່​ສຸດ ທີ່​ບໍ່​ມີ​ຖ້ຽວ​ບິນ​ໂດ​ຍ​ກົງ​ໄປ​ຍັງ​ຫວຽດ​ນາມ ໃນ​ເມື່ອ​ກ່ອນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.