ໃນຈົດໝາຍໄດ້ເນັ້ນໜັກວ່າ, ພາຍຫຼັງເກີດໂລກລະບາດໂຄວິດ - 19 ມາໄດ້ 2 ປີ, ຜູ້ມີຍົດຖາບັນດາສັກ, ນັກບວດ, ພໍ່ແມ່ປະຊາຊົນຜູ້ທີ່ຖືສາສະໜາຕ່າງໆ ໂດຍບໍ່ຫົວຊາຕໍ່ອັນຕະລາຍ, ໄດ້ພ້ອມກັບພະນັກງານ, ນັກຮົບເຂົ້າຮ່ວມແນວໜ້າປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຕອນເຊົ້າວັນທີ 3 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດການປະຊຸມ ຄັ້ງທີ 15 ຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ (EWG PKO) ຮອບວຽນທີ 4 (2021-2023) ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ເປີດກວ້າງ (ADMM+) ແບບທາງໄກ. ພາຍໃຕ້ການເປັນປະທານຂອງ ຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ວັນທີ 30 ພະຈິກ ຢູ່ Brussels (ລາຊະອານາຈັກ ແບນຊິກ) ໄດ້ດຳເນີນກອງປະຊຸມສຳມະນາ “ປະຊາຄົມນຳໃຊ້ພາສາຝລັ່ງ ແລະ ບັນດາບັນຫາກ່ຽວກັບການບໍລິຫານດີຈີຕອນໃນໂລກ ຫຼັງໂຄວິດ - 19”. ເຫດການໂດຍອົງການຕາງໜ້າອົງການຈັດຕັ້ງສາກົນ ນຳໃຊ້ພາສາ ຝລັ່ງ (OIF) ຄວບ ສະຫະພາບ ເອີລົບ (EU) ຈັດຕັ້ງ ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງບັນດາລັດຖະກອນ ແລະ ນັກການທູດ ຂຶ້ນກັບ 88 ປະເທດ ແລະ ລັດຖະບານສະມາຊິກ OIF. ທ່ານ ເລວິງແທັງ - ອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກແບນຊິນ ເຂົ້າຮ່ວມກອງປະຊຸມ.
ຍສໝ - ຕອນເຊົ້າວັນທີ 01 ທັນວາ ຢູ່ນະຄອນໂຮ່ຈີມິນ, ອຳນາດການປົກຄອງລັດ Victoria (ອົດສະຕາລີ) ໄດ້ນຳສູນການສຶກສາ Study Melbourne Hub ແຫ່ງທຳອິດຢູ່ ຫວຽດນາມ, ໂດຍແມ່ນສູນທີ 4 ໃນທົ່ວໂລກ ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ.
ຍສໝ - ຕອນເຊົ້າວັນທີ 01 ທັນວາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ, ຄະນະກຳມະການພະລັງງານແຮງລົມທົ່ວໂລກ (GWEC) ແລະ ບໍລິສັດ Informa Markets ຈັດຕັ້ງກອງປະຊຸມພະລັງງານແຮງລົມ ຫວຽດນາມ 2021 ຕາມຮູບແບບທາງໄກ ແລະ ໂດຍກົງ.
ຍສໝ - ແຂວງກວາງບິ່ງ ແລະ ແຂວງຄໍາມ່ວນ (ລາວ) ມີສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ສະໜິດແໜ້ນ. ໃນໄລຍະທີ່ຜ່ານມາ, ສອງແຂວງໄດ້ມານະພະຍາຍາມຢ່າງຕັ້ງໜ້າເພື່ອພ້ອມກັນຕ້ານພະຍາດໂຄວິດ-19 ແລະ ພັດທະນາເສດຖະກິດ.
ຍສໝ - ວັນທີ 29 ພະຈິກ, ຖ້ຽວບິນໝາຍເລກ VN98 ຂອງ ບໍລິສັດການບິນ Vietnam Airlines ໄດ້ລົງຈອດຢູ່ສະໜາມບິນ San Francisco, ກາຍເປັນຖ້ຽວບິນປະຫວັດສາດ ສ້າງຂີດໝາຍເປີດຖ້ຽວບິນການຄ້າໂດຍກົງແບບປົກກະຕິ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ຢ່າງເປັນທາງການ
ຍສໝ - ຕອນບ່າຍວັນທີ 28 ພະຈິກ (ຕາມເວລາ ສະວິດ), ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສໍານັກງານໃຫຍ່ຂອງອົງການອະນາໄມໂລກ (WHO) ຢູ່ນະຄອນ ເຊີແນວ ແລະ ໄດ້ມີການພົບປະກັບທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus.
ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ ບັນດາ ດັດຊະນີ ກ່ຽວກັບການຮ່ຳຮຽນຂອງ ຫວຽດນາມ ລ້ວນແຕ່ຢູ່ອັນດັບສູງກ່ວາ ເມື່ອທຽບໃສ່ກັບຫຼາຍປະເທດທີ່ມີລະດັບການພັດທະນາເສດຖະກິດເທົ່າທ່ຽມກັນ.
ຍສໝ - “ຮ້ານວາງຂາຍສິນຄ້າແຫ່ງຊາດ ຫວຽດນາມ” ແມ່ນສະຖານທີ່ເຕົ້າໂຮມບັນດາເຄື່ອງໝາຍການຄ້າ ຫວຽດນາມ ທີ່ມີອິດທິພົນຊື່ສຽງ, ມີຄຸນນະພາບດີເພື່ອແນະນຳໄປຍັງລູກຄ້າ, ວິສາຫະກິດ ຈີນ...
ຍສໝ - ທ່ານ ນາງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຣູມານີ ປະຈຳ ຫວຽດນາມ Cristina Romila ໄດ້ມີບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 103 ປີແຫ່ງວັນຊາດ ຣູມານີ (1/12/1918 – 1/12/2021) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ປີ 1991-2021).
ຍສໝ - ປີ 2021, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ ຫວຽດນາມ ແລະ ກຳປູເຈຍ ຍັງມານະພະຍາຍາມຮັກສາການພົວພັນ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນດ້ວຍຫຼາຍຮູບແບບ, ເສີມຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ໃນນັ້ນມີ: ຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ…
ຍສໝ - ບົດຂຽນຂອງຜູ້ຂຽນ Grigory Trofimchuk ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງສະຫະພັນລັດເຊຍ ບໍ່ພຽງແຕ່ໃນຍຸກສະໄໝສະຫະພາບ ໂຊວຽດ ເທົ່ານັ້ນ ຫາກຍັງໃນປະຈຸບັນນີ້ອີກດ້ວຍ.
ຍສໝ - ໃນຂອບເຂດການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການຂອງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ມີການເຮັດວຽກນຳທ່ານ V.Kalganov, ຮອງປະທານຄະນະກຳມະການພົວພັນຕ່າງປະເທດຂອງນະຄອນ St.Petersburg ເພື່ອແນໃສ່ເພີ່ມທະວີການພົວພັນປະຊາຊົນ ຫວຽດນາມ - ລັດເຊຍເວົ້າລວມ ແລະ ກັບນະຄອນ St.Petersburg ເວົ້າສະເພາະ.
ວັນທີ 29 ພະຈິກ, ຢູ່ນະຄອນ Adelaide, ເມືອງເອກລັດ ອົດສະຕາລີໃຕ້, ໄດ້ດຳເນີນເວທີປາໄສການດຳເນີນທຸລະກິດ ຫວຽດນາມ ໂດຍ ສະພາທຸລະກິດ ອົດສະຕາລີ - ຫວຽດນາມ ຈັດຂື້ນ.
ຄວາມສາມັກຄີ, ການຮ່ວມມື, ຮ່ວມແຮງຮ່ວມໃຈ ແລະ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດແມ່ນເງື່ອນໄຂຈຳເປັນເພື່ອຮັບປະກັນການເຕີບໂຕແບບກວມລວມ ແລະ ພັດທະນາແບບຍືນຍົງ.
ທີ່ພິທີມອບລາງວັນຄັ້ງນີ້, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ 102 ຜົນງານ, ຜະລິດຕະພັນທີ່ດີເດັ່ນ, ລວມມີ ລາງວັນພິເສດ 1 ລາງວັນ, ລາງວັນທີ 2 19 ລາງວັນ, ລາງວັນທີ 3 29 ລາງວັນ ແລະ ລາງວັນຊົມເຊີຍ 43 ລາງວັນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ພະນັກງານທຸກຄົນເຝີກຝົນວິຊາສະເພາະ ແລະ ທັກສະຢ່າງເປັນປະຈຳ, ແບ່ງປັນບົດຮຽນເພື່ອເພີ່ມທະວີຈຳນວນນັກຊ່ຽວຊານເຮັດວຽກຢູ່ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນເຂົ້າໃນການເຮັດວຽກຂອງບັນດາອົງການຈັດຕັ້ງ ແລະ ສະແດງບົດບາດ.
ຍສໝ - ສັບປະດາອອກແບບ ຫວຽດນາມ 2021 ດ້ວຍຫົວຂໍ້ວ່າ “ປຸກລຸກມູນເຊື້ອ” ລວມມີບັນດາການເຄື່ອນໄຫວຄື: ງານປະກວດ “ອອກແບບໂດຍ ຫວຽດນາມ”, ງານວາງສະແດງ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາ... ເພື່ອແນໃສ່ຊຸກຍູ້ການພັດທະນາອຸດສາຫະກຳອອກແບບເວົ້າສະເພາະ, ຂະແໜງອຸດສາຫະກຳ, ວັດທະນະທຳ ແລະ ປະດິດຄິດສ້າງ ເວົ້າລວມ ແລະ ເພີ່ມມູນຄ່າບັນດາຜະລິດຕະພັນປະດິດຄິດສ້າຂອງ ຫວຽດນາມ ຢູ່ຕະຫຼາດສາກົນ.
ຍສໝ - ບົດລາຍງານຄົ້ນຄວ້າປະຈຳປີ SYNC ອາຊີຕາເວັນອອກສຽງໃຕ້ຂອງ Facebook ແລະ Bain & Company ໄດ້ປະກາດໃນວັນທີ 25 ພະຈິກນີ້ວ່າ, ຫວຽດນາມຈະເປັນຕະຫຼາດການຄ້າເອເລັກໂຕນິກທີ່ເຕີບໂຕໄວທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ໃນປີ 2026, ດ້ວຍມູນຄ່າສິນຄ້າເອເລັກໂຕນິກຈະບັນລຸ 56 ຕື້ ໂດລາສະຫະລັດ, ທົບ 4,5 ເທື່ອມູນຄ່າຄາດຄະເນໃນປີ 2021.