ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ

12:02 | 10/12/2021

ຍ​ສໝ - ເມື່ອບໍ່ດົນມານີ້, ​ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ອົງ​ການ​ພັດ​ທະ​ນາ​ແມ່​ຍິງ​ ສ​ປ​ຊ (UNWOMEN) ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ກ່ຽວ​ກັບ​ຫົວ​ຂໍ້ “ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ: ບົດ​ບາດ​ຂອງ​ໂຄງ​ການ​ກະ​ທຳ​ແຫ່ງ​ຊາດ” ຕາມ​ຮູບ​ແບບ​ທາງ​ໄກ​ສົມ​ທົບ​ກັບ​ໂດ​ຍ​ກົງ.

ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ
ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດຍ​ັງ​ບໍ່​ທັນ​ແຕກ ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດຍ​ັງ​ບໍ່​ທັນ​ແຕກ
ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ
ທ່ານ ໂດ​ຮຸ່ງວຽດ ຫົວ​ໜ້າ​ກົມ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: qdnd.vn)

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ ໂດ​ຮຸ່ງວຽດ ຫົວ​ໜ້າ​ກົມ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຜູ້​ຊ່ວຍວຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ ລະ​ຫວ່າງ ຍິງ​ຊາຍ ແລະ ຄວາມ​ກ້າວ​ໜ້າ​ຂອງ ແມ່​ຍິງ ໃນ​ທຸກ​ດ້ານ​ຂອງ​ການ​ດຳ​ລົງ​ຊີ​ວິດ​ສັງ​ຄົມ. ຫວຽດ​ນາມ ມີ​ຄວາມສະຕິ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຂອງ​ແມ່​ຍິງ​ໃນ​ທຸກ​ໄລ​ຍະ​ທາງ​ຂອງ​ວິ​ວັດ​ການ​ສ້າງ​ສາ ແລະ ປັບ​ປຸງ​ສັນ​ຕິ​ພາບ.

ຕາມ​ທ່ານ ໂດ​ຮຸ່ງວຽດ ​ແລ້ວ, ແມ່​ຍິງ ຫວຽດ​ນາມ ໄດ້​ມີ​ໜ້າ​ໃນ​ສະ​ໜາມ​ຮົບ​ຈົນ​ຮອດ​ໂຕະ​ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ, ນັບ​ແຕ່​ກຳ​ລັງ​ກວດ​ທຳ​ລາຍ​ລູກ​ລະ​ເບີດ, ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສົງ​ຄາມ, ການ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສັງ​ຄົມ ແລະ ໃນ​ການ​ອອກ​ແຮງ​ງານ, ທຳການຜະ​ລິດ​ເພື່ອ​ແນ​ໃສ່​ສ້າງຄືນ ແລະ ​ສ້າງສາ​ປະ​ເທດ​ຊາດ.

ແມ່​ຍິງ ຫວຽດ​ນາມ ກ​ໍ່​ໄດ້​ນຳ​ທຸງ​ຊາດ ຫວຽດ​ນາມ ມາ​ຍັງ​ບັນ​ດາ​ເຂດ​ດິນ​ແດນ​ທີ່​ຫ່າງ​ໄກ ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ຢູ່​ສ​າ​ທາ​ລະ​ນະ​ລັດ ອາ​ຟ​ຼິ​ກາ​ກາງ ແລະ ຊຸ​ດັງ​ໃຕ້.

ຫວຽດ​ນາມ ຍາມ​ໃດ​ກໍ່​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້​ບັນ​ຫາ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ. ໃນ​ອາ​ຍຸ​ການ​ເປັນກຳ​ມະ​ການ​ບໍ່​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ( ປີ 2008 - 2009), ຫວຽດ​ນາມ ໄດ້​ສະ​ເໜີ ແລະ​ ຊຸກ​ຍູ້​ການຮັບ​ຮອງ​ເອົາ​ມະ​ຕິ​ເລກ​ທີ 1889 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ແມ່​ຍິງ​ໃນ​ໄລ​ຍະ ຫຼັງ​ການ​ປະ​ທະ​ກັນ. ໃນ​ຂອບ​ເຂດ​ອາ​ຊຽນ, ຫວຽດ​ນາມ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ສ້າງ​ຂອບ​ເຂດ​ນະ​ໂຍ​ບາຍ​ຂອງ​ພາກ​ພື້ນ ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ແລະ ການ​ເຂົ້າ​ຮ່ວມ​ກຸ່ມ​ແມ່​ຍິງ​ອາ​ຊຽນ ກ່ຽວ​ກັບ​ການ​ໄກ​ເກ່ຍ.

ທ່ານ​ ໂດ​ຮຸງວຽດ ​ເຊື່ອ​ໝັ້ນ​ວ່າບັນ​ດາ​ການ​ແບ່ງ​ປັນ​ຢູ່ກອ​ງະ​ຊຸມ​ສຳ​ມະ​ນາ​ຈະ​ຊ່ວຍ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ບັນ​ດາ​ອົງ​ການ​ຈັ​ດ​ຕັ້ງ​ສັງ​ຄົມຂອງ ຫວຽດ​ນາມ ມີ​ຮູບ​ພາບ​ສັງ​ລວມ ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ, ໃນ​ນັ້ນ​ມີ​ບັນ​ດາ​ໂຄງ​ການ​ກະ​ທຳ​ແຫ່ງ​ຊາດ, ເພື່ອ​ຈາກ​ນັ້ນ​ ມີການແລກ​ປ່ຽນ, ເປັນ​ເສ​ນາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ທີ່​ເໝາະ​ສົມ​ທີ່​ສຸດກັບ​ຫວຽດ​ນາມ.

ທ່ານ​ນາງ Rana Flowers ຖື​ວ່າ ແມ່​ຍິງ ຫວຽດ​ນາມ ນັບ​ມື້​ນັບ​ມີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ຫຼາຍ​ກ່​ວາອ​ີກ. ຫວຽດ​ນາມ ມີ​ຜູ້​ແທນ 75 ຄົນ​ໃນ​ນັ້ນ​ມີ​ແມ່​ຍິງ​ເຂົ້າ​ຮ່ວມ​ພາ​ລະ​ກິດ​ແຫ່ງ​ການ​ຮັກ​ສາ​ສັນ​ຕິ​ພາບ​ຢູ່ຫຼາຍ​ສະ​ຖານ​ທີ່​ໃນ​ໂລກ, ໃນ​ນັ້ນ​ມີ​ໂຮງ​ໝໍກາງ​ສະ​ໜາມ 11 ແຫ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.