ຫວຽດນາມ ນອນ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ມີ​ດັດ​ຊະ​ນີ​ເຊື່ອມ​ຕໍ່​ການ​ຄ້າທີ່ໜ້າປະ​ທັບ​ໃຈ

07:07 | 11/12/2021

ຍ​ສ​ໝ - ບົດລາຍງານກໍຊີ້ໃຫ້ເຫັນ 5 ຂົງເຂດຕົ້ນຕໍທີ່ຊ່ວຍປັບປຸງດັດຊະນີການເຊື່ອມຕໍ່ແຫ່ງຊາດ ລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ,ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດູດດື່ມຢູ່ພາຍໃນປະເທດ, ການເປີດປະຕູໃຫ້ກະແສລົງທຶນສາກົນ, ເຊື່ອມໂຍງໃນພາກພື້ນ ແລະ ໜູນຊ່ວຍສັງຄົມ.

ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ
ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ ຍາມ​ໃດ​ກໍຖືບັນ​ດາ​ປະ​ເທດ​ອາ​ຊຽນ​ເປັນ​ສຳ​ຄັນ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ ຍາມ​ໃດ​ກໍຖືບັນ​ດາ​ປະ​ເທດ​ອາ​ຊຽນ​ເປັນ​ສຳ​ຄັນ
ຫວຽດນາມ ນອນ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ມີ​ດັດ​ຊະ​ນີ​ເຊື່ອມ​ຕໍ່​ການ​ຄ້າທີ່ໜ້າປະ​ທັບ​ໃຈ
ພາບ​ປະ​ກອບ: tuoitre.vn

ບົດລາຍງານດັດຊະນີການເຊື່ອມຕໍ່ທົ່ວໂລກ ປີ 2021 ໂດຍ DHL ແລະ ໂຮງຮຽນທຸລະກິດ ສະເຕີນ ທີ່ຂື້ນກັບ ມະຫາວິທະຍາໄລ ນິວຢອກ ປະກາດໄດ້ປະກາດໃຫ້ເຫັນວ່າ ຫວຽດນາມ ນອນຢູ່ໃນກຸ່ມ 5 ປະເທດທີ່ມີຜົນງານເປັນໜ້າປະທັບໃຈກ່ຽວກັບຄວາມສາມາດປັບປຸງ ແລະ ເຊື່ອມຕໍ່ຢ່າງເຂັ້ມແຂງໃນ 2 ທົດສະວັດທີ່ຜ່ານມາ. ຕາມບົດລາຍງານແລ້ວ, ເຖິງວ່າໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ຫວຽດນາມ ກຳລັງມີສັນຍານຟື້ນຟູທ່າເຕີບໂຕເສດຖະກິດ ແລະ ການຜະລິດ. ເສດຖະກິດ ຫວຽດນາມ ໄດ້ເຕີບໂຕ 2,91 % ໃນປີ 2020 ແລະ ມູນຄ່າສົ່ງອອກເພີ່ມຂື້ນ 28,4 % ໃນໄລຍະ 6 ເດືອນຕົ້ນປິ 2021 ເມື່ອທຽບກັບປີ 2020. ສິ່ງນີ້ ກໍ່​ເຮັດ​ໃຫ້​ຫວຽດ​ນາມ ກາຍ​ເປັນ​ເລື່ອງ​ລາວ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ​ທີ່​ຫາ​ຍາກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ແມ່ນ​ຈຸດ​ພົ້ນ​ເດັ່ນ​ທີ່​ພວມ​ເພີ່ມ​ຂຶ້ນ​ໃນ​ຂົງ​ເຂດ​ຜະ​ລິດ​ທົ່ວ​ໂລກ.

ບົດລາຍງານກໍຊີ້ໃຫ້ເຫັນ 5 ຂົງເຂດຕົ້ນຕໍທີ່ຊ່ວຍປັບປຸງດັດຊະນີການເຊື່ອມຕໍ່ແຫ່ງຊາດ ລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ,ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດູດດື່ມຢູ່ພາຍໃນປະເທດ, ການເປີດປະຕູໃຫ້ກະແສລົງທຶນສາກົນ, ເຊື່ອມໂຍງໃນພາກພື້ນ ແລະ ໜູນຊ່ວຍສັງຄົມ. ສິ່ງທີ່ເປັນໜ້າສົນໃຈແມ່ນສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດູດດື່ມຢູ່ພາຍໃນປະເທດມີຄວາມສາມາດຊຸກຍູ້ດັດຊະນີເຊື່ອມຕໍ່ທົ່ວໂລກໄດ້ດີກວ່ານັບທັງບັນດານະໂຍບາຍສະໜັບສະໜູນການຫັນເປັນໂລກາພິວັດທີ່ມາແຕ່ດົນນານ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.