ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 130 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ຮ່າ​ຢາງ

18:07 | 11/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 130 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ຮ່າ​ຢາງ, 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ​ຄືນ​ໃໝ່ ​ແລະ 60 ປີ​ແຫ່ງ​ການ​ຢ້ຽມຢາມ ຮ່າ​ຢາງ ຂອງ​ລຸງ​ໂຮ່.

ທ່ານ​ປະ​ທາ​ນ​ປະ​ເທດ​ເປັນ​ປະ​ທານວາລະກອງປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ​ອາ​ຍຸ​ການ 2021 – 2026. ທ່ານ​ປະ​ທາ​ນ​ປະ​ເທດ​ເປັນ​ປະ​ທານວາລະກອງປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ​ອາ​ຍຸ​ການ 2021 – 2026.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ກາ​ນ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ກາ​ນ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 130 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ຮ່າ​ຢາງ
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: TTXVN )

ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ໄດ້​ສະ​ແດງ​ຄວາມຍິນ​ດີ​ເມື່ອເຫັນ​ປະ​ຈັກ​ຕາ​ການ​ພັດທະນາ ​ແລະ ການ​ປ່ຽນ​ແປງ​ຂອງ​ແຂວງ ຮ່າ​ຢາງ. ປະຫວັດສາດ 130 ປີ ຂອງ​ແຂວງຮ່າ​ຢາງ ໄດ້​ເສີມ​ຂະຫຍາຍ​ນ້ຳໃຈ​ຮັກ​ຊາດ, ນ້ຳ​ໃຈ​ສາມັກຄີແບບ​ສະ​ໜິດ​ແໜ​້ນ, ອົງ​ອາດ​ກ້າ​ຫານ, ​ແລະ ມີ​ຫົວຄິດ​ປະດິດ​ສ້າງ, ​ເປັນ​ພະຍານ​ຫຼັກ​ຖານ​ໃຫ້​ແກ່​ເຈດ​ຈຳນົງ​ອັນ​ໝັ້ນ​ແກ່ນ​ຂອງ​ປະຊາຊົນ​ ທີ່ໄດ້​ດຳ​ລົງ​ຊີວິດ​ຢູ່​ພູພຽງ​ຫີນ ຮ່າ​ຢາງ ​ແລະ ດົ່ງ​ວັນ ມາ​ເປັນ​ເວ​ລາຫຼາຍເຊັ່ນຄົນ, ສ້າງເປັນ​ເຂດທໍລະນີສາດທີ່ຍອດຢ້ຽມຂອງໜ່ວຍໂລກ.

ຄະນະ​ພັກ, ລັດຖະບານ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ ຮ່າ​ຢາງ ​ໄດ້​ເສີມ​ຂະ​ຫຍາຍຮີດຄອງ​ປະ​ເພນີ​ຄວາມ​ສາມັກຄີ, ຂໍ້​ລິ​ເລີ່​ມ, ມີ​ຫົວຄິດ​ປະດິດ​ສ້າງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ການປ້ອງ​ກັນ​ຊາດ, ປ້ອງ​ກັນຄວາມສະຫງົບ, ການ​ຕ່າງປະ​ເທດ...

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ແລກປ່ຽນ, ກຳ​ນົດ​ທິດ​ບາງ​ຈຸດໝາຍ ​ແລະ ວິທີ​ແກ້​ໄຂ ​ເພື່ອ​ແນ​ໃສ່ສືບ​ຕໍ່​ພັດທະນາ​ເສດຖະກິດ - ສັງຄົມ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ​ແຂວງ​, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແຂວງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ຜູ້​ແທນໄດ້​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ວິລະ​ຊົນ ​ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ ວິຊວຽນ; ວາງ​ພວງມາລາ​ທີ່​ອະນຸສາວະລີ​ລຸງ​ໂຮ່ ໃນບໍລິເວນຄະ​ນະ​ພັກແຂວງ ຮ່າ​ຢາງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.