ເປັນ​ຄັ້ງ​ທຳ​ອິດ ສະ​ມາ​ຊິກ​ກ່ຳ​ປັ່ນ ຫວຽດ​ນາມ ມີ​ຄວາມ​ເປັນ​ກຽດ​ຮັບ​ລາງວັນ​ການ​ເດີນ​ເຮືອ​ສາ​ກົນ

16:30 | 10/12/2021

ຍ​ສ​ໝ - ອົງ​ການ​ຈັດ​ຕັ້ງ​ການ​ເດີນ​​ທະ​ເລ​ສາ​ກົນ (IMO) ຫາ​ກໍ່​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ​ການ​ເດີນ​​ທະ​ເລປະ​ຈຳ​ປີ ຢູ່​ລອນດອນ ປະ​ເທດ ອັງ​ກິດ, ນີ້ສະ​ມາ​ຊິກ​ກ່​ຳ​ປັ່ນ ຫວຽດ​ນາມ ​ຄົນ​ທຳ​ອິດທີ່ເປັນ​ກຽດໄດ້​ຮັບ​ລາງວັນ​ນີ້.

ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ ຫວຽດ​ນາມ ຄັ້ງ​ທີ VI ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ ຫວຽດ​ນາມ ຄັ້ງ​ທີ VI
ເປັນ​ຄັ້ງ​ທຳ​ອິດ ສະ​ມາ​ຊິກ​ກ່ຳ​ປັ່ນ ຫວຽດ​ນາມ ມີ​ຄວາມ​ເປັນ​ກຽດ​ຮັບ​ລາງວັນ​ການ​ເດີນ​ເຮືອ​ສາ​ກົນ
ທ່ານ​ນາງ ໂຕ​ມິງ​ທູ, ອຸ​ປະ​ທູດ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ລອນດອນ ຕາງ​ໜ້າ​ຮັບ​ລາງວັນ​ອັນ​ສູງ​ສົ່ງ​ຂອງ IMO (ພາບ: .vinamarine.gov.vn)

ໂດຍ​ຜ່ານ​ຜູ້​ສະ​ໝັກ 37 ຄົນ ໂດຍ 23 ປະ​ເທດສະ​ມາ​ຊິກ IMO ແລະ 4 ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັ​ດ​ຖະ​ບານ ສະ​ເໜີຂຶ້ນ, ທ່ານ ເຈິ່ນ​ວັນ​ເຄີຍ (ສະ​ມາ​ຊິກ​ສູນ​ຄົ້ນຫາກູ້​ໄພ​ກູ້​ຊີບ​ໃນ​ກາ​ນ​ເດີນ​ທະ​ເລ ເຂດ2 - ດ່າ​ນັ້ງ, ກົມ​ການ​ເດີນ​ທະ​ເລ ຫວຽດ​ນາມ) ໄດ້ເປັນກຽດຮັບ​​ລາງວັນ​ການ​ທະ​ທຳ​ທີ່​ອົງ​ອາດ​ກ້າ​ຫານ​ພິ​ເສດ​ໃນ​ທະ​ເລ (IMO Award for Exceptional Bravery at Sea) ປີ 2021, ກາຍ​ເປັນ​ສະ​ມາ​ຊິກ​ກ່ຳ​ປັ່ນ ຫວຽດ​ນາມ ຄົນ​ທຳ​ອິດທີ່​ໄດ້​ຮັບ​ລາງວັນ​ຂອງ IMO.

ໂດຍ​ແມ່ນ​ໜຶ່ງ​ໃນ​ສອງ​ລາງວັນ​ປະ​ຈຳ​ປີ​ໃຫຍ່​ທີ່​ສຸດ​ຂອງ IMO, ລາງວັນ​ການ​ກະ​ທຳ​ທີ່​ອົງ​ອາດ​ກ້ານ​ຫານພິ​ເສດໃນ​ທະ​ເລ ເພື່ອ​ແນ​ໃສ່​ຍ້ອງ​ຍໍ​ຊົມ​ເຊີຍ​ສ່ວນ​ບຸກ​ຄົນ​ທີ່​ບໍ່ຫວັ່ນກົວ​ຕໍ່​ຄວາມ​ອັນ​ຕະ​ລາຍ ແລະ ຊີ​ວິດ​ອິນ​ຊີ​ຂອງ​ຕົນ​ເອງ ເພື່ອ​ກູ້​ຊີບເອົາ​ຜູ້​ປະ​ສົບ​ອຸ​ບັດ​ຕິ​ເຫດ​ໃນ​ທະ​ເລ, ຫຼື ​ສະ​ກັດ​ກັ້ນ, ຫຼຸດ​ຜ່ອນ​ຜົນ​ເສຍ​ຫາຍ​ຕໍ່​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ.

ຄະ​ນະ​ຈັດ​ຕັ້ງ​ໄດ້​ສາຍ​ວີ​ດີ​ໂອ​​ຄຼີບຍ້ອງ​ຍໍ​ຊົມ​ເຊີຍສະ​ມາ​ຊິກ​ກຳ​ປັ່ນ ເຈິ່ນ​ວັນ​ເຄີຍ ແລະ ການ​ກະ​ທຳທີ່​ອົງ​ອາດ​ກ້າ​ຫານ​ຂອງທ່ານ ເມື່ອກູ້​ເອົາ​ຊີ​ວິດ​ຜູ້​ປະ​ສົບ​ເຄ​າ​ະ​ຮ້າຍ 4 ຄົນ​ໃນ​ເຫດ​ກ່ຳ​ປັ່ນ​ຈົມ​ນ້ຳ VIETSHIP 1 (ເດືອ​ນ ຕຸ​ລາ ປີ 2020) ຢູ່​ເຂດ​ທະ​ເລ​ກ໋​ວາງ​ຈິ, ໃນ​ເງື່ອນ​ໄຂ​ທີ່ສະພາບອາກາດ​ມີ​ການ​ປ່ຽນ​ແປງ​ຢ່າງ​ຮ້າຍ​ແຮງ.

ທ່ານ Kitack Lim ເລ​ຂາ​ທິ​ການ​ໃຫຍ່ IMO ໃຫ້​ຮູ້​ວ່າ ນີ້​ແມ່ນ​ປີທີ 11 IMO ໄດ້​ມອບ​ລາງວັນ​ການ​ກະ​ທຳ​ທີ່​ອົງ​ອາດ​ກ້າ​ຫານ​ພິ​ເສດ​ຢູ່​ທະ​ເລ ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ ກ່ຳ​ປັ່ນ ຫຼື ພະ​ນັກ​ງານ​ກູ້​ໄພ​ກູ້​ຊີບ​ມືອາຊີບທີ່ມີ​ຄວາມ​ກ້າ​ຫານ​ໃນ​ການ​ກູ້​ເອົາ​ຊີ​ວິດ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຢູ່​ລະ​ເລ ຫຼື ສະ​ກັດ​ກັ້ນ ຫຼື ຫຼຸດ​ຜ່ອນ​ມົນ​ລະ​ພິດ​ຢູ່​ທະ​ເລ​.

ທ່ານ​ນາງ ໂຕ​ມິງ​ທູ ຢັ້ງ​ຢືນ​ວ່າ ສະ​ຖາ​ນ​ທູດ ຫວຽດ​ນາມ ປະ​ຈຳ ອັງ​ກິດ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອ​ງ​ຕົນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - IMO ກໍ່​ຄື​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ເດີນ​​ທະ​ເລ ຫວຽດ​ນາມ.

ທີ່​ພິທີມອບ​ລາງວັນ, ທ່ານ Kitack Lim ເລ​ຂາ​ທິ​ການ​ໃຫຍ່ IMO ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ ໂຕ​ມິງ​ທູ ອຸ​ປະ​ທູດສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອັງ​ກິດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Lim ຖື​ວ່າ ດ້ວຍຊາຍ​ຝັ່ງ​ທະ​ເລ​ທີ່​ຍາວ​ໄກ, ຫວຽດ​ນາມ ມີ​ຄວາມ​ສາ​ມາ​ບົ່ມ​ຊ້ອ​ນ​ຢ່າງ​ຍິ່ງ​ໃຫຍ່​ໃນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ເດີນ​ທະ​ເລ ແລະ ຢັ້ງ​ຢືນ​ວ່າ IMO ພ​້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື ແລະ ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ການ​ເດີນ​ທະ​ເລ.

ທ່ານ​ນາງ ໂຕ​ມິງ​ທູ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ເວົ້າ​ລວມ ແລະ ການ​ເດີນ​ທະ​ເລ​ເວົ້າ​ສະ​ເພາະ, ພ້ອ​ມ​ທັງ​ຍາມ​ໃດ​ກໍ່​ຕັ້ງ​ໜ້າ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ໃນ​ຂົງ​ເຂດ​ການ​ເດີນ​ເຮືອ, ພິ​ເສດ​ແມ່ນ​ວຽກ​ງານ​ຄົ້ນ​ຫາ​ກູ້​ໄພກູ້​ຊີບ.

ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ວັນ​ທີ 19 ສິງ​ຫາ 2021, ທ່ານ Chistoper Klein ຜູ້​ຕາງ​ໜ້າ​ຄະ​ນະ​ຜູ້​ແທນ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍເຖິງ ​ທ່ານ ຫງວຽ​ນ​ຊວັນ​ຊາງ ຫົວ​ໜ້າ​ກົມ​ການ​ເດີນ​​ທະ​ເລ ຫວຽດ​ນາມ ເພື່ອ​ສະ​ແດງ​ຄວາ​ມ​ຍິນ​ດີ​ນຳ​ກົມ​ການ​ເດີນ​ທະ​ເລ​ຂອງ ຫວຽດ​ນາມ ແລະ ສູນປະສານການ​ກູ້​ໄພ​ກ​ູ​້​ຊີບ​ຢູ່ ຫວຽດ​ນາມ ກ່ຽວ​ກັບ​ເຫດ​ການ ​ທ່ານ ເຈິ່ນ​ວັນ​ເຄີຍ ໄດ້​ເລືອກ​ເອົາ​ເພື່ອ​ຮັບ​ລາງວັນ “ການ​ກະ​ທຳ​ທີ່​ອົງ​ອາດ​ກ້າ​ຫານ​ແບບ​ພິ​ເສດ​ຢູ່​ທະ​ເລ” ປີ 2021 ຂອງ​ອົງ​ການ​ເດີນ​​ທະ​ເລ​ສາ​ກົນ (IMO).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.