ເປັນ​ຄັ້ງ​ທຳອິ​ດຫວຽດນາມ ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ປະທານ​ຮ່ວມ​ OECD ຂອງ SEARP

06:21 | 14/12/2021

ຍ​ສໝ - ເປັນ​ຄັ້ງ​ທຳ​ອິດ​ຫວຽດນາມ ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ປະທານ​ຮ່ວມ​ໃນໂຄງການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SEARP) ຂອງ​ອົງການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ (OECD) ​ໄລຍະ 2022-2025.

ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ
ຟື້ນ​ຟູ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ​ຂົນ​ສົ່ງ​ຜູ້​ໂດຍ​ສານສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມ​ປອດ​ໄພ​ຕໍ່​ໂລກ​ລະ​ບາດ ຟື້ນ​ຟູ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ​ຂົນ​ສົ່ງ​ຜູ້​ໂດຍ​ສານສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມ​ປອດ​ໄພ​ຕໍ່​ໂລກ​ລະ​ບາດ
ເປັນ​ຄັ້ງ​ທຳອິ​ດຫວຽດນາມ ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ປະທານ​ຮ່ວມ​ OECD ຂອງ SEARP
ກອງ​ປະ​ຊຸມ​ຄັ້ງ​ທີ 8 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ SEARP ຂອງ OECD (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)

ທີ່​ກອງ​ປະຊຸມ​ຄັ້ງ​ທີ 8 ຂອງ​ຄະນະ​ກຳມະການ​ປະສານ​ງານ SEARP ຂອງ OECD ​ໃນ​ຕອນ​ບ່າຍ​ວັນ​ທີ 9 ທັນວາ, ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະທານ​ຮ່ວມ​ຂອງ​ໂຄງການ SEARP ​ໄລຍະ 2022-2025 ​ແທນ ​ໄທ ​ແລະ ສ.​ເກົາຫຼີ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານນາງ​ຮອງ​ລັດຖະມົນຕີ, ຫົວໜ້າ​ກົມ​ເສດຖະກິດສັງລວມ, ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​ມິງ​ຮັ່ງ ຮັບ​ຮູ້​ວ່າ: ​ໂຄງການ​ໄດ້​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ໃນ​ວິວັດ​ການ​ຟື້ນ​ຟູ​ເສດຖະກິດ ​ແລະ ສັງຄົມ, ​ເຮັດ​ໃຫ້​ພາກ​ພື້ນ​ຫຍັບໃກ້ເຂົ້າ​ກັບ​ມາດ​ຖານ ແລະ ພຶດ​ຕິ​ກຳ​ທີ່​ດີ​ກ່​ວາ​ຂອງ OECD.

ທ່ານ​ນາງ ຫງວຽນມິງ​ຮັ່ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຮັບ​ຮູ້​ຂອງ OECD ​ແລະ ​ໂຄງການ SEARP ​ໃນ​ບັນດາ​ການ​ປະກອບສ່ວນ ​ແລະ ຄວາມ​ຮັບຜິດຊອບ​​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ຢືນຢັນ​ຈະ​ມານະ​ພະຍາຍາມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ອົດ​ສະ​ຕາ​ລີ ​ໃນ​ໄລຍະ​ຈະ​ມາ​ເຖິງເພື່ອ​ແນ​ໃສ່​ເສີມ​ຂະ​ຫ​ຍາຍບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ໃນ​ໄລຍະ​​ຜ່ານ​ມາ ​ແລະ ຕິດ​ພັນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າຂອງOECD ​ເວົ້າ​ລວມ ​ແລະ ​ໂຄງການ SEARP ເວົ້າ​ສະ​ເພາະ​ກັບ​ພາກ​ພື້ນ.

ຫວຽດນາມ ​ແມ່ນ​ປະ​ເທດ​ທີ 3 ຢູ່​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ທີ່ຮັບດຳ​ລົງ​ຕຳ​ແໜ່ງ​ເປັນປະ​ທານ​ຮ່ວມ​ໂຄງການ SEARP, ຖັດຈາກ ອິນ​ໂດ​ເນ​ເຊຍ ​ແລະ ​ໄທ. ການ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ປະຕິບັດ​ຄຳ​ສັ່ງເລກ​ທີ 25 ກ່ຽວ​ກັບ​ການ​ຍົກ​ລະດັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້ ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ຄວາມ​ສົນ​ໃຈ​ລວມ ກໍ່​ຄື​ສົມ​ທົບບັນດາ​ບຸລິມະສິດ​ພັດທະນາ​ໃນ​ພາກ​ພື້ນ​ຂອງ OECD ​ແລະ SEARP. ຄຽງ​ຂ້າງ​ນັ້ນ, ​ແມ່ນ​ສ​ະ​ແດງ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ສາກົນ, ດ້ານ​ອື່ນ, ຊ່ວຍ​ໃຫ້ ຫວຽດນາມ ຍາດ​ແຍ່ງ​ເອົາ​ບັນດາ​ຄຳ​ປຶກສາ ​ແລະ ​ການໜູນ​ຊ່ວຍ OECD ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ພັດທະນາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.