ເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ອິນໂດເນເຊຍ

10:16 | 11/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທີ່​ສຳນັກງານ​ສະຖານ​ກົງສຸນ​ໃຫຍ່ ​ແລະ ບັນດາ​​ສະ​ມາ​ຊິກຄະນະ​ຜູ້​ແທນ​ສະຖານກົງສຸນ​ໃຫຍ່ ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ໄດ້​ມາຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງນາຍ.

AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ
ຫວຽດນາມ ຊະນະ ອິນໂດເນເຊຍ 4-0 ປະຕູ ຢູ່ຮອບຄັດເລືອກ World Cup 2022 ຫວຽດນາມ ຊະນະ ອິນໂດເນເຊຍ 4-0 ປະຕູ ຢູ່ຮອບຄັດເລືອກ World Cup 2022
ເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ອິນໂດເນເຊຍ
ທ່ານ Agustaviano Sofjan - ຫົວ​ໜ້າສະຖານ​ກົງສຸນ​ໃຫຍ່ ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ແລະ ທ່ານຫງວຽນ​ແທ່ງ​​ຈີ ປະ​ທານ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງນາຍ (ພາບ: baodongnai)

ທີ່​ການເຮັດ​ວຽກ, ທ່ານ Agustaviano Sofjan - ຫົວ​ໜ້າສະຖານ​ກົງສຸນ​ໃຫຍ່ ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ປາດ​ຖະໜາ​ຢາກ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ໂດ​ເນ​ເຊຍ ຢູ່​ແຂວງ ດົ່ງ​ນາຍ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ສົ່ງເສີມ​ການ​ລົງທຶນ​. ໃນ​ຖາ​ນະ​ເປັນ​ຫົວ​ໜ້າ​ສະ​ຖານກົງ​ສຸນ​ໃຫຍ່​ ປະ​ຈຳນະ​ຄອນ​ໂຮ່​ຈິ​ມິນ, ທ່ານຈະ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງສະ​ຖ​ານ​ກົງ​ສຸນ​ໃຫຍ່ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ຢ່າງ​ເລິກ​ເຊິ່ງ​ກ່​ວາ​ອີກ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ແທ່ງ​​ຈີ ປະ​ທານ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງນາຍ ຖື​ວ່າ: ນີ້​ແມ່ນ​ການ​ພົບ​ປະ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ພິ​ເສດ​ແມ່ນ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 66 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​ໂດ​ເນ​ເຊຍ (30 ທັນວາ 1955 – 30 ທັນວາ 2021). . ທ່ານ ຈີ ໄດ້ສະ​ແດງ​ຊົມ​ເຊີຍ​ຂໍ້​ສະ​ເໜີ​ຂອງ ທ່ານ​ຫົວ​ໜ້າສະ​ຖານ​ກົງ​ສຸນ​ໃຫຍ່ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ຢູ່​ແຂວງ ດົ່ງ​ນາຍ.

ຕາມ​ທ່ານຈີແລ້ວ, ​ເພື່ອ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຕ້ອງ​ມີ​ການ​ກະກຽມ, ພິ​ເສດ​ແມ່ນ​ຮັບປະກັນ​ຈຳນວນ​ສະມາຊິກ. ສະ​ນັ້ນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ຊຽນ ຈະ​ເຊື່ອມ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວພົ​ວ​ພັນ​ແລກປ່ຽນ​ລະຫວ່າງ 2 ຝ່າຍ. ຄຽງ​ຂ້າງ​ບັນດາ​ເຫດການ​ຫຼາຍ​ຝ່າຍ​ແລ້ວ, ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ຊຽນ ​ກໍໄດ້​ມີ​ແຜນການ​ເພື່ອ​ຈັດ​ຕັ້ງ​ບັນດາ​ເຫດການ​ແລກປ່ຽນ​ວັດທະນະທຳ ​ແລະ ຊຸກຍູ້​ການ​ສົ່ງ​ເສີມ​ການ​ລົງທຶນ​ສະ​ເພາະ​ໃຫ້​ແກ່ ອິນ​ໂດ​ເນ​ເຊຍ ​ໃນ​ປີໜ້າ. ຫວັງ​ວ່າ​ສະຖານ​ກົງສຸນ​ໃຫຍ່ ອິນ​ໂດ​ເນ​ເຊຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຈັດ​ຕັ້ງ​ບັນດາ​ເຫດການ​ດັ່ງກ່າວ​ໃຫ້​ສຳ​ເລັດ​ຜົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.