ກອງ​ປະ​ຊຸມ​ສຳ​ມະ​ນາ ປະ​ທານ​ໂຮ່​ຈີ​ມິນ ກັບ​ພັກ​ກອມ​ມູ​ນິດ​ຝ​ລັ່ງ ແລະ ນະ​ຄອນ Marseille

11:25 | 10/12/2021

ຍ​ສໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ກອມ​ມູ​ນິດ ຝ​ລັ່ງ​ ໄດ້​ຮ່ວມກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແບບ​ທາງ​ໄກ​ກ່ຽວ​ກັບ​ຫົວ​ຂໍ້​ ປະ​ທານ​ໂຮ່​ຈີ​ມິນ ກັບ​ພັກ​ກອມ​ມູ​ນິດ ຝ​ລັ່ງ ແລະ ນະ​ຄອນ Marseille ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 110 ປີ​ແຫ່ງວັນ ລຸງ​ໂຮ່ ອອກ​ຈາກ​ປະ​ເທດຊາດ ໄປ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ ແລະ 100 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຝ​ລັ່ງ.

ກອງ​ປະ​ຊຸມ​ອອນ​ລາຍ ຄັ້ງ​ທີ 17 ຂອງບັນດາ​ການນໍາຕໍາຫຼວດ​ທະ​ເລບັນດາ​ປະ​ເທດ​ອາ​ຊີ​ ກອງ​ປະ​ຊຸມ​ອອນ​ລາຍ ຄັ້ງ​ທີ 17 ຂອງບັນດາ​ການນໍາຕໍາຫຼວດ​ທະ​ເລບັນດາ​ປະ​ເທດ​ອາ​ຊີ​
ກະ​ກຽມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊ​າດ “ຮັບປະກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”. ກະ​ກຽມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊ​າດ “ຮັບປະກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”.
ກອງ​ປະ​ຊຸມ​ສຳ​ມະ​ນາ ປະ​ທານ​ໂຮ່​ຈີ​ມິນ ກັບ​ພັກ​ກອມ​ມູ​ນິດ​ຝ​ລັ່ງ ແລະ ນະ​ຄອນ Marseille
​ກອງ​ປະ​ຊຸມ​ສຳ​ມະ​ນາ​ແບບ​ທາງ​ໄກ​ກ່ຽວ​ກັບ​ຫົວ​ຂໍ້​ ປະ​ທານ​ໂຮ່​ຈີ​ມິນ ກັບ​ພັກ​ກອມ​ມູ​ນິດ ຝ​ລັ່ງ ແລະ ນະ​ຄອນ Marseille (ພາບ: TTXVN)

ສະ​ຫາຍ ຫງວຽນ​ຈ້ອງ​ເງ້ຍ, ເລ​ຂາທິການ​ສູນ​ກາ​ນ​ພັກ - ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາສຶກສາ​ສູນ​ກາງ ແລະ ສະ​ຫາຍ Elian Axaxi, ກຳ​ມະ​ການ​ກົມ​ການ​ເມືອງ​ພັກ​ກອມ​ມູ​ນິດ ຝ​ລັ່ງ - ສະ​ມາ​ຊິກ​ສະ​ພາສູງ - ປະ​ທານ​ກຸ່ມ​ລັດ​ຖະ​ສະ​ພາ​ພັກ​ກອມ​ມູ​ນິດ ຢູ່ ສະ​ພາ​ສູງ​ຝ​ລັ່ງ ໄດ້​ຮ່ວມ​ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ.

ເຂົ້າ​ຮ່ວມ​ມີ​ ການ​ນຳ​ບັນ​ດາ​ອົງ​ການ​ຂອງ​ສອງ​ພັກ, ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ສະ​ມາ​ຊິກ​ພັກ​ໜຸ່ມ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ທ້ອງ​ຖິ່ນ ຂອງ​ສອງ​ປະ​ເທດ​ຢູ່​ບັນ​ດາ​ສະ​ຖານ​ທີ່​ເຊື່ອມ​ຕໍ່ຖ່າຍທອດສົດ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ສະ​ຫາຍ ຫງວຽນ​ຈ້ອງ​ເງ້​ຍ ໄດ້​ເນັ້ນ​ໜັກ​ວ່າ ກອງ​ປະ​ຊຸມ​ສຳ​ມະ​ນາ​ມີ​ຄວາມ​ໝາຍ​ສຳ​ຄັນ ກັບ​ທັງ​ສອງ​ພັກ ແລະ ແມ່ນ​ໂອ​ກາດ ເພື່ອ​ໃຫ້​ສະ​ມາ​ຊິກ​ພັກ​, ຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດລຸ້ນ​ຕ່າງໆ ພ້ອມ​ກັນ​ຫວນ​ຄືນ ແລະ ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ກັບ​ພັກ​ກອມ​ມູ​ນິດ ຝ​ລັ່ງ ແລະ ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ​ສອງ​ພັກຢ່າງ​ເລິກ​ເຊິ່ງ​ກ່​ວາ​ອີກ, ຫຼໍ່ຫຼອມ​ອຸ​ດົມ​ຄະ​ຕິ​ປະ​ຕິ​ວັດ​ໃຫ້​ແກ່​ຄົນ​ລຸ້ນ​ໜຸ່ມ, ຫວນ​ຄືນ​ວິ​ວັດ​ການ​ເຊິ່ງ ຫງວຽນ​ອ໊າຍກວັກ ຈາກ​ຊາ​ວ​ໜຸ່ມ​ທີ່​ເຕັ​ມ​ໄປ​ດ້ວຍ​ຄວາມຄາດຫວັງກູ​້​ຊາດ ກາຍ​ເປັນ​ນັກ​ກອມ​ມູ​ນິດ, ນັກ​ລະ​ດົມຂົນຂວາຍການ​ປະ​ຕິ​ວັດ​ຜູ້ຍິ່ງ​ໃຫຍ່ ແລະ ນັກ​ວັດ​ທະ​ນະ​ທຳທີ່ບໍ່​ພຽງ​ແຕ່​ແມ່ນຂອງ ຫວຽດ​ນາມ ເທົ່າ​ນັ້ນ ຫາ​ກ​ຍັງ​ຂອງ​ໂລກ​ອີກ​ດ້ວຍ.

ກອງ​ປະ​ຊຸມ​ໄດ້​ປະ​ກອບ​ສ່ວນ​ຜັນ​ຂະ​ຫຍາຍ​ບົດສະຫຼູບ 01-KL/TW, ລົງ​ວັນ​ທີ 18 ພຶດ​ສະ​ພາ ປີ 2021 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 5-CT/TW, ລົງ​​ວັນ​ທີ 15 ພຶດ​ສະ​ພາ ປີ 2016 ຂອງ ກົມ​ການ​ເມືອ​ງ​ຊຸດ​ທີ XII “ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ​ຄຸນ​ສົມ​ບັດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ”.

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຮຽນ​ຮູ້ ຫວຽດ​ນາມ ແລະ ຝ​ລັ່ງ​ໄດ້​ສະ​ເໜີບັນດາ​ບົດ​ຄົ້ນ​ຄ້​ວາ ກ່ຽວ​ກັບ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ​ໄລ​ຍະ​ລຸງ​ໂຮ່ ຢູ່ ​ຝ​ລັ່ງ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ໂຮ່​ຈີ​ມິນກັບ​ພັກ​ກອມ​ມູ​ນິດ ຝ​ລັ່ງ, ພິ​ເສດ​ແມ່ນ​ນະ​ຄອນ Marseille, ວິ​ວັດ​ການ​ຈາກ​ລັດ​ທິ​ຮັກ​ຊາດມ​າ​ຮອດ​ລັດ​ທິ​ກອມ​ມູ​ນິດ, ໂຮ່​ຈີ​ມິນ ​ດ້ວຍ​ວັດ​ທະ​ນະ​ທຳ​ຝ​ລັ່ງ ແລະ ບັນ​ດາ​ເພື່ອນ​ມິດ​ຊາວ​ຝ​ລັ່ງ, ການ​ຕໍ່​ສູ້​ຂອງ​ກຳ​ມະ​ກອນ, ນາຍຊ່າງປະຈຳເຮືອນ, ກອມມູນິດ ຢູ່ Marseille ແລະ ບັນ​ດາ​ເຂດ​ໃກ້​ຄ​ຽງ​ຕ້ານ​ລັດ​ທິ​ຫົວ​ເມືອງ​ຂຶ້ນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ​ກັນ​ສາ​ກົນ ກໍ່​ຄື​ບັນ​ດາ​ບົດ​ຮຽນ​ໃຫ້​ແກ່​ຊາວ​ໜຸ່ມ ແລະ ສະ​ມາ​ຊິກ​ພັກ​ລຸ້ນໜຸ່ມ​ຂອງ​ສອງ​ພັກ ໃນ​ມື້ນີ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.