ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່​ງ​ປັນ​​​ການປະ​ດິດ​​ສ້າງ​ເຕັກ​ໂນ​ໂລ​ຢີ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

14:00 | 11/12/2021

ຍ​ສ​ໝ - ທ່ານ ໂດ​ຊວັນ​ຕວຽນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ໃຫ້​ຮູ້​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ ກອງ​ທຶນ​ສຳ​ຜັດ​ເຕັກ​ໂນ​ໂລ​ຢີ​ປ້ອງ​ກັນ, ຕ້ານ​ໂຄວິດ - 19 (C-TAP) ເພື່ອ​ແນ​ໃສ່​ແປ່ງ​ບັນ​ການປະ​ດິດ​ສ້າງ ແລະ ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ພ້ອມ​ກັບ​ໂລກ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ໂລກ​ລະ​ບາດ​ຕ່າງ​ໆ…

ຍົກ​ສູງ​ກຳລັງຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຄ້​ວາ, ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ແຮງ​ລົ​ມ ຍົກ​ສູງ​ກຳລັງຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຄ້​ວາ, ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ແຮງ​ລົ​ມ
ຫວຽດ​ນາມ - IAEA ຮ່ວມ​ມື​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ ຫວຽດ​ນາມ - IAEA ຮ່ວມ​ມື​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່​ງ​ປັນ​​​ການປະ​ດິດ​​ສ້າງ​ເຕັກ​ໂນ​ໂລ​ຢີ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ: dangcongsan.vn

ທີ່ກອງ​ປະ​ຊຸມ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດຄິດ​ສ້າງ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລະ​ຫວ່າງ​ຜູ້​ຕາງ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ແລະ ຜູ້​ຕາງ​ໜ້າ ຫວຽດ​ນາມ ຫວ່າງ​ມໍ່ໆ​ມານີ້, WHO ໄດ້​ຕີ​ລາ​ຄາ​ສູງ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ແລະ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ເຕັກ​ໂນ​ໂລ​ຢີ​ໃນ​ກາ​ນ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ.

ກອ​ງ​ປະ​ຊຸມ​ໄດ້​ດຳ​ເນີນ​ພາຍຫຼັງ​ການ​ຢ້ຽມ​ຢາມ​ WHO ຂອງ​ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ. ທ່ານ ​ປ.ອ Simao ຕາງ​ໜ້າ​ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ WHO ໄດ້​ກ່າວ​ຄຳ​ເຫັນ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ມາ​ເຮັດ​ວຽກ ຢູ່​ສຳ​ນັກ​ງານ ໃຫຍ່ WHO ແລະ ຊີ້​ແຈ້ງວ່າ WHO ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ ແລະ ຊຸກ​ຍູ້​ກາ​ນ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິ​ດ​ສ້າງ, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ​ຈາກ​ບັນ​ດາ​ຜູ້​ປະ​ດິດ​ສ້າງ ໝວກ Vihelm, ໃນ​ການ​ຊອກ​ຫາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ປົກ​ປ້ອງ​ສຸ​ຂະ​ພາບ​ໃຫ້​ແກ່​ທຸກ​ຄົນ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19.

WHO ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ແນວ​ຄິດ​ຂອງ​ກຸ່ມ​ປະ​ດິດ​ສ້າງ​ໝວກ Vihelm ຈົດ​ທະ​ບຽ​ນເຂົ້າ​ຮ່ວມ C-TAP - ​ປະ​ດິດຄິດ​ສ້າງ​ໂດຍ Costa Rica ແລະ WHO ໄດ້​ສະ​ເໜີ ແລະ ປັດ​ຈຸ​ບັນ​ໂດຍ​ອົງ​ການນີ້​ປະ​ສານ​ງານ.

ເປົ້າ​ໝາຍ​ຂອງ C-TAP ແມ່ນ​ຮັບ​ຮອງ​ກ​ານ​ແບ່ງ​ປັນເ​ຄັດ​ລັບເຕັກ​ໂນ​ໂລ​ຢີ ແລະ ໃບຢັ້ງຢືນກ່ຽວກັບການຄົ້ນຄິດປະດິດສ້າງເປີດ​ເພື່ອ​ແນ​ໃສ່ຮັບ​ປະ​ກັນ​ການ​ສຳ​ຜັດ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ ແລະ ເຄື່ອງ​ມື​ປ້ອງ​ກັນ​ຕ້ານ​ໂລກ​ລ​ະ​ບາດ​ໂຄວິດ - 19 ຢ່າງ​ທັນ​ການ ແລະ ມີ​ຄວາມ​ສະ​ເໝີ​ພາບ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໂດ​ຊວັນ​ຕວຽນ ໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ມີ​ຄວາມ​ປະ​ດິດ​ສ້າງຫຼາຍ​ຢ່າງທີ່​ໄດ້​ຮັບ​ການ​ພັດທະ​ນາ ແລະ ນຳ​ໃຊ້​ຢູ່ ຫວຽດ​ນາມ, ໃນ​ນັ້ນ​ມີ ການ​ປະ​ດິດ​ສ້າງ​ໝວກ Vihelm ຂອງ​ບັນ​ດາ​ນັກ​ປະ​ດິດ​ສ້າງ​ໜຸ່ມ ຫວຽດ​ນາມ. ໝວກ Vihelm ແມ່ນ​ອຸ​ປະ​ກອນກອງ​ອາ​ກາດ ປົກ​ປ້ອງ​ລະ​ບົບ​ຫາຍ​ໃຈແບບເຄື່ອນ​ທີ່.

ການ​ປະ​ກອບ​ສ່ວນນີ້​ຂອງ​ກຸ່ມ​ປະ​ດິດ​ສ້າງ​ສຳ​ລັບ C- TAP ສະ​ແດງ​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຄວາມສາ​ມັກ​ຄີ​ສາ​ກົນ​​ໃນ​ການ​ຕ້ານ​ໂຄວິດ - 19, ໂດຍ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ WHO ແລະ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂດ​ຊວັນ​ຕວຽນ ໃຫ້​ຮູ້​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ C-TAP ເພື່ອ​ແນ​ໃສ່​ແບ່ງ​ປັນ​ການ​ປະ​ດິດ​ສ້າງ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ກັບໂລກ ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ພະ​ຍາດ​ຕ່າງໆ.

ຫຼັງ​ຈາກກອງ​ປະ​ຊຸມ​ນີ້, ບັນ​ດາ​ນັກ​ຊ່ຽວ​ຊານ ຂອງ WHO ໄດ້​ເຮັດ​ວຽກ​ກັບ ກຸ່ມ​ປະ​ດິດ​ສ້າງ​ໝວກ Vihelm ແລະ ບໍ​ລິ​ສັດ Vihelm ຢ່າ​ງ​ລະ​ອຽດ ເພື່ອ​ແນ​ໃສ່​ນຳ​ໝວກ Vihelm ເຂົ້າ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຜະ​ລິດ​ຕະ​ພັນ​ແບ່​ງ​ປັນ​ການ​ປະ​ດິດ​ສ້າງ​ໃນ​ກົນ​ໄກ C-TAP ຂອງ WHO ແລະ ອາດ​ຈະ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ໝວກ Vihelm ຢູ່​ປະ​ເທດ​ອື່ນໆ, ປະ​ກອບ​ສ່ວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຂົ້າ​ຮ່ວມ​ຄວາມ​ສາ​ມັກ​ຄີ​ສາ​ກົນ ພ້ອມ​ກັນ​ຮັບ​ມືກັບ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.