ເພີ່ມ​ທະ​ວີ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງເຄືອ​ຂ່າຍ​ອິນ​ເຕີ​ເນັດ

11:48 | 10/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ສຳ​ນັກ​ພິມຈຳ​ໜ່າຍ​​ການ​ເມືອງ​ແຫ່ງ​ຊາດ ຊື້​ເທິດ​ ໄດ້​ສົມ​ທົບ​ກັບ​ກະ​ຊວງ​ຕຳຫຼວດ​ຈັດ​ຕັ້ງ​ການ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ລະ​ດັບ​ຊາດ “ຮັບປະກັນອະທິປະໄຕແຫ່ງຊາດທາງເຄືອຂ່າຍອີນເຕີເນັດ”ເຊິ່ງ​ຈັດ​​ໃນ​ວັນ​ທີ 8 ທັນ​ວາ ຢູ່​ຮ່າ​ໂນ້ຍ ແລະ ແບບ​ທາງ​ໄກ​ຢູ່ 63 ສະ​ຖານ​ທີ່​ເຊື່ອມ​ຕໍ່​ຖ່າຍທອດສົດຂອງ​ຕຳຫຼວດ​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ.

ກະ​ກຽມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊ​າດ “ຮັບປະກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”. ກະ​ກຽມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແຫ່ງ​ຊ​າດ “ຮັບປະກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ໄດ້​ມີ​ການ​ໂອ້ລົມເຈ​ລະ​ຈາ​ກັບ​ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ
ເພີ່ມ​ທະ​ວີ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທາງເຄືອ​ຂ່າຍ​ອິນ​ເຕີ​ເນັດ
ການ​ຖະ​ແຫຼງ​ຂ່າວ (ພາບ: dantri)

ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ ຟ້າມ​ມິງ​ຕວັນ ຜູ້ອຳນວຍການ - ບັນ​ນາ​ທິ​ການ​ໃຫຍ່ ໂຮງ​ງານ​ພິມຈຳ​ໜ່າຍການ​ເມືອງແຫ່ງ​ຊາດ ຊື້​ເທິດ ເນັ້ນ​ໜັກ​ວາ: ໄລ​ຍະ​ມໍ່ໆ​ມານີ້ ເກີດ​ຂຶ້ນຫຼາຍ​ເຫດການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິ​ນ​ເຕີ​ເນັດ, ບັນ​ດາ​ການ​ກະ​ທຳ​ມ້າງເພທຳ​ລາຍ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ, ຄວາມ​ໝັ້ນ​ຄົງ​ວັດ​ທະ​ນະ​ທຳ​, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ການ​ລະ​ເມີດ​ກົດ​ໝາຍ​ວ່າດ້ວຍ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ຈຳ​ນວນ, ກົນ​ອຸ​ບາຍ​ທີ່ແນບ​ນຽນ ແລະ ມີ​ລັກ​ສະ​ນະ​ສັບ​ສົນ, ອັນ​ຕະ​ລາຍ, ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ຕໍ່​ບັນ​ດາ​ຂົງ​ເຂດ​ໃນ​ການ​ດຳ​ລົງ​ຊີ​ວິດ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ.

ເພື່ອ​ປະ​ກອບ​ສ່ວນ​ເຮັດ​​ແຈ້ງ​ບັນ​ດາ​ຄວາມ​ຮັບ​ຮູ້​ໃໝ່, ຈິນ​ຕະ​ນາ​ການ​ໃໝ່​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ກະ​ຊວງ​ຕຳຫຼວດ ແລະ ໂຮງ​ງານ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ ຊື້​ເທິດ ໄດ້​ຈັ​ດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ລະ​ດັບ​ຊາດ “ຮັບ​ປະ​​ກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”. ກອງ​ປະ​ຊຸມ​ສຳ​ມະ​ນາ​ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 100 ທ່ານ ຢູ່​ສະ​ຖານ​ທີ່​ຖ່າ​ຍ​ທອດ​ສົດ​ຮ່າ​ໂນ້ຍ ໂດຍແມ່ນ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ, ຄະ​ນະ​, ກະ​ຊວງ, ຂະ​ແໜງ​ການ, ໝູ່​ຄະ​ນະ​ສູນ​ກາງ, ທ້ອງ​ຖິ່ນ, ກະ​ຊວງ​ຕຳຫຼວດ, ສຳ​ນັກ​ງານ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ​ຊື້​ເທິດ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ການ​ນຳ​ບັນ​ດາ​ກົມ, ວິ​ທະ​ຍາ​ຄານ, ຫົວ​ໜ່ວຍ, ບັນ​ດາ​ນາຍ​ຕຳຫຼວດ​ປະ​ຊາ​ຊົນ ​ແລະ ຜູ້​ແທນ ກ່​ວາ 2000 ທ່ານ​ໂດຍແມ່ນ​ຜູ້​ຕາງ​ໜ້າກ​ານ​ນຳ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ, ຄະ​ນະ​ອຳ​ນວຍ​ການ, ການ​ນຳ​ຂັ້ນ​ຫ້ອງ​ການ/ພະແນກ​ຂອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ຢູ່​ສ​ະ​ຖານ​ທີ່​ເຊື່ອມ​ຕໍ່​ຖ່າຍທອດສົດໃນ​ທົ່ວ​ປະ​ເທດ.

ກອງ​ປະ​ຊຸມ​ສຳ​ມະ​ນາໄດ້ຮັບບົດ​ຂຽນ, ບົດ​ປະ​ກອບ​ຄຳ​ເຫັນ​ຂອງ​ບັນ​ດາ​ການ​ນຳ​ພັກ, ລັດ, ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ, ໝູ່​ຄະ​ນະ​ຂັ້ນ​ສູງ​ກາງ ແລະ ທ້ອງ​ຖິ່ນ, ກະ​ຊວງ​ຕຳຫຼວດ, ສຳ​ນັກ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ ຊື້​ເທິດ, ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ ຈາກ​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ, ບັນ​ດາ​ຮາກ​ຖານ​ບຳ​ລຸງ​ສ້າງ​ທັງ​ຢູ່​ພາຍ​ໃນ ແລະ ນອກ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ​ກ່​ວາ 70 ບົດ.

ກອງ​ປະ​ຊຸມສຳ​ມະ​ນາ​ກໍ່​ແນ​ໃສ່​ເພີ່ມ​ເຕີມ​ບາງ​ພື້ນ​ຖານ​ທິດ​ສະ​ດີ, ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ປະ​ກອບ​ສ່ວນ​ສ້າງ​ຍຸດ​ທະ​ສາດ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດໃນ​ສະ​ພາບ​ການ​ໃໝ່ໃຫ້​ສຳ​ເລັດ, ຕີ​ລາ​ຄາ​ສະ​ພາບ​ການ​ຕົວ​ຈິງ​ຂອງ​ການ​ເຄື່ອນ​ໄຫວ​ນຳ​ໃຊ້ພື້ນທີ່ການ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃນ​ປັດ​ຈຸ​ບັນ​ຢ່າງ​ຖືກ​ຕ້ອງ, ຈາກ​ນັ້ນ​ເຮັດ​ແຈ້ງ​ຈຸ​ດ​ດີ, ຂໍ້​ຈຳ​ກັດ, ສາຍ​ເຫດ, ຖອດ​ຖອນ​ບົດ​ຮຽນ​ປະ​ສົບ​ການ, ທິດ​ທາງ, ວິ​ທີ​ການ​ແກ້​ໄຂ​ເພື່ອ​ເພີ​່ມ​ທະ​ວີ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ພາບ​ຂອງ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດທາງເຄືອ​ຂ່າຍ​ອິນ​ເຕີ​ເນັດ.​

ບຸນ​ຄົງ

ເຫດການ
302 Found

Found

The document has moved here.