ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ

09:18 | 12/12/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 9 ທັນ​ວາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ 2021 (VCSF 2021) ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ​ແລະ ບັນດາ​ຄູ່​ຮ່ວມ​ມືຈັດ​ຕັ້ງ.

ຈີນ​ຮັດ​ແໜ້ນ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ວິ​ສາ​ຫະ​ກິດ​ຕ້ອງ​ໃສ່ໃຈ 11 ຈຸດ ຈີນ​ຮັດ​ແໜ້ນ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ວິ​ສາ​ຫະ​ກິດ​ຕ້ອງ​ໃສ່ໃຈ 11 ຈຸດ
ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ ຊອກ​ຫາກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ ຫວຽດ​ນາມ ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ ຊອກ​ຫາກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ ຫວຽດ​ນາມ
ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ຊີ້​ນຳຢູ່ VCSF 2021, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຢືນຢັນ​ວ່າ ການ​ພັດທະນາ​ແບບ​ຍືນ​ຍົງ​ໄດ້​ກາຍ​ເປັນ​ທ່າ​ອ່ຽງລວມ, ດັ່ງ​ນັ້ນ ຫວຽດນາມ ​ໄດ້​ສົມທົບ​ບັນດາດັດ​ຊະ​ນີ​​ພັດທະນາ​ແບບ​ຍືນ​ຍົງ​ເຂົ້າ​ໃນ​ທຸກ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ. ແຜນ​ການ​ປະ​ຕິ​ບັດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງໂດຍ​ໄດ້​ຮັບ​ການສະຫຼຸບທຸກ​ປີ ເພື່ອ​ຕີ​ລາ​ຄາ​ບັນ​ດາ​ມາດ​ຖານ, ວຽກ​ງານ​ທີ່ເຮັດ​ໄດ້ ກໍ່​ຄື​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ໄດ້​ວາງ​ອອກ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ ຜ່ານ​ໄລຍະໂລກ​ລະ​ບາດ, ແຕ່​ລະ​ປະ​ເທດ, ປະ​ຊາ​ຄົມ, ນັກ​ທຸ​ລະ​ກິດ ແລະ ບຸກ​ຄົນ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບຕໍ່​ຕົນ​ເອງ, ຮັກ​ສາ​ໃຫ້​ແກ່​ພໍ່​ແມ່​ພີ່​ນ້ອງ, ປະ​ຊາ​ຄົມ, ພິ​ເສດ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທົ່ວ​ໂລກ, ເມື່ອ​ບໍ່​ມີ​ປະ​ເທດ​ໃດ​ສາ​ມາດ​ຕ້ານ​ພະ​ຍາດ​ຕິດ​ແປດດ້ວຍ​ຕົນ​ເອງ​ໄດ້, ກໍ່​ຄື ບັນຫາຄວາມປອດໄພແບບໃືໝ່, ການປ່ຽນແປງດິນຟ້າອາກາດໃນອະນາຄົດ. ແຕ່ລະຄົນ, ແຕ່ລະປະ​ຊາ​ຄົມ, ແຕ່ລະປະເທດ ແລະ ທົ່ວໂລກຕ້ອງຮູ້ຈັກການເສຍສະຫຼະຜົນປະໂຫຍດທີ່ຢູ່ຕໍ່ໜ້າເພື່ອຜົນປະໂຫຍດອັນຍາວນານໃຫ້ແກ່ຕົນເອງ ແລະ ທຸກຄົນ.

VCSF 2021 ໄດ້ດຳ​ເນີນ​​ໃນ​ສະພາບ​ການ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ແບບ​ໃໝ່, ພິ​ເສດ​ແມ່ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ເຖິງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ. ສຸ​ຂະ​ພາບ ​ແລະ ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນຖືກ​ນາບ​ຂູ່. ການ​ເຄື່ອນ​ໄຫວ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ຖືກ​ຢຸດ​ສະ​ງັກ. ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໄພ​ທຳ​ມະ​ຊາດ​ເຮັດ​ໃຫ້ການ​ຫາ​ເງິນ​ລ້ຽງ​ຊີບ​ຂອງປະ​ຊາ​ຊົນຫຼຸດລົງ...

ບືນ​ຕົວ​ຂຶ້ນຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ, ບັນດາ​ວິ​ສາ​ຫະກິດ​ ໄດ້​ມີ​​ຄຳ​ໝັ້ນ​ສັນ​ຍາຢ່າງ​ແຮງ, ຢຶດ​ໝັ້ນ, ເດັດ​ດ່ຽວ ຕາມຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ໂດຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ທົນ​ທານ, ການ​ຮັບ​ມືກັ​ບ​ໂລກ​ລະ​ບາດ​ໂຄວິດ - 19, ຮັກ​ສາການ​ເຄື່ອນ​ໄຫວ​ສະ​ຖຽນ​ລະ​ພາບ ແລະ ການ​ເຕີບ​ໂຕ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ສວມ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄ​ວບ​ຄູ່, ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື ແລະ ແກ້ງ​ແຍ້ງ​ຕໍ່​ສິ່ງ​ທ້​າ​ທາຍ​ທົ່ວ​ໂລກ.

​ໃນ​ຂອບ​ເຂດ​ຂອງ​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ຍັງ​ໄດ້​ຮັບ​ຟັງ​ການ​ແບ່ງປັນ​ທີ່​ມີ​ປະ​ໂຫຍ​ດກ່ຽວກັບ​ຂໍ້​ສະ​ເໜີ​ແນະ​ຕໍ່ກັບການ​ສືບ​ຕໍ່​ປັບປຸງ​ກອບ​ກົດໝາຍ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ແກ່​ວິ​ສາ​ຫະກິດ​ມຸ່ງ​ໄປ​ເຖິງລະ​ບອບ​ພັດທະນາ​ແບບ​ຍືນ​ຍົງ; ປ່ຽນ​ແປງ​ແນວ​ຄິດ​ການ​ດຳ​ເນີນ​ທຸ​ລະ​ກິດ, ຮັບ​ຮູ້​​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແມ່ນ​ຕ້ອງ​ເປັນ​ໄປ ແລະ ເປັນ​ທາງ​ດຽວ​ທີ່​ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ຢືນ​ຢູ່​ໃນ​ຕະ​ຫຼາດ​ໂລກ; ເລັ່ງລັດຄົ້ນຄວ້າ, ນຳໃຊ້ ແລະ ເຜີຍແຜ່ດັດຊະນີພັດ​ທະ​ນາ​ແບບຍືນຍົງ (CSI) ໃນການຄຸ້ມຄອງ​ວິ​ສາ​ຫະ​ກິດ, ສ້າງລະບົບການເຊື່ອມຕໍ່ເຄືອຂ່າຍທຸລະກິດແບບຍືນຍົງ, ສ້າງຄວາມໄດ້ປຽບໃນການແຂ່ງຂັນ, ຄົ້ນຄວ້າ ແລະ ສ້າງຊຸດຂອງດັດຊະນີ CSI ສໍາລັບແຕ່ລະອຸດສາຫະກຳ, ແຕ່ລະຂະແໜງການຜະລິດ ແລະ ທຸລະກິດ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.