ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈ​ິງ: ຄ​ວ​ບ​ຄຸມ​ໂລກ​ລ​ະ​ບາດ​ໃຫ້​ເປັນ​ຢ່າງດີ​​ເພື່ອ​ຊຸກ​ຍູ້​​ການ​ເຄື່ອນ​ໄຫວເສດ​ຖະ​ກິດ - ສັງ​ຄົມ

06:46 | 13/12/2021

ຫວ່າງແລ້ວນິີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມແບບທາງໄກລະຫວ່າງຄະນະຊີ້ນຳແຫ່ງຊາດ ກັບຄະນະຊີ້ນຳ 63 ແຂວງ, ນະຄອນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຍູ້​ແຮງ​ການ​ໂຄ​ສະ​ນາ, ຂົນ​ຂວາຍ, ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ຊົນ​ນະ​ບົດ​ໃໝ່ ຍູ້​ແຮງ​ການ​ໂຄ​ສະ​ນາ, ຂົນ​ຂວາຍ, ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ຊົນ​ນະ​ບົດ​ໃໝ່
ລັດ​ຖະ​ບານ​ ຫວຽດ​ນາມ ຮ​່ວມ​ເດີນ​ທາງ, ໜູນ​ຊ່ວຍ​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ລັດ​ຖະ​ບານ​ ຫວຽດ​ນາມ ຮ​່ວມ​ເດີນ​ທາງ, ໜູນ​ຊ່ວຍ​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ໂລກລະບາດໂຄວິດ - 19 ກຳລັງໄດ້ຮັບການຄວບຄຸມໃນທົ່ວປະເທດ; ເສດຖະກິດ - ສັງຄົມກຳລັງຟື້ນຟູ, ພັດທະນາເທື່ອລະກ້າວ. ເຖິງຢ່າງໃດກໍ່ຕາມ, ໃນຊຸມມື້ມໍ່ໆມານີ້ສະພາບການໂລກລະບາດມີທ່າອ່ຽງຜັນແປຢ່າງສັບສົນ, ຜູ້ຕິດເຊື້ອກໍ່ມີທ່າອ່ຽງເພີ່ມຂື້ນ, ໂດຍສະເພາະແມ່ນຜູ້ຕິດເຊື້ອໃນຊຸມຊົນ; ໃນຂະນະທີ່ຄວາມອັນຕະລາຍຂອງສາຍພັນ Omnicron ແຊກຊືມ, ແຜ່ລະບາດແຮງ… ສະນັ້ນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ, ຕ້ອງຄວບຄຸມໂລກລະບາດຢ່າງເຄັ່ງຄັດ, ຫຼຸດຜ່ອນຈຳນວນຜູ້ຕິດເຊື້ອ, ຜູ້ທີ່ມີອາການໜັກ ແລະ ຜູ້ເສຍຊີວິດຈາກໂລກລະບາດໃຫ້ຢູ່ໃນລະດັບຕ່ຳສຸດ; ສູ້ຊົນຮອດວັນທີ 15 ທັນວາ, ຊ້າສຸດແມ່ນທ້າຍເດືອນທັນວາປີ 2021ສຳເລັດການສັກຢາວັກຊິນເຂັມທີ 2 ໃຫ້ປະຊາຊົນທີ່ມີອາຍຸ 18 ປີຂື້ນໄປ; ສັກວັກຊິນເຂັມທີ 3 ໃຫ້ແກ່ບັນດາເປົ້າໝາຍທີ່ຈຳເປັນຄືກຳລັງແນວໜ້າຕ້ານໂລກລະບາດ ແລະ ຜູ້ທີ່ມີອາຍຸ 50 ປີຂື້ນໄປ, ມີພະຍາດປະຈຳຕົວ; ສູ້ຊົນຮອດວັນທີ 31 ມັງກອນ ປີ 2022 ສັກຢາວັກຊິນກັນໂຄວິດ - 19 ໃຫ້ເດັກທີ່ມີອາຍຸແຕ່ 12 ຫາ 18 ປີໃຫ້ຄົບ 2 ເຂັມ.

ກ່ຽວກັບມາດຕະການປ້ອງກັນ, ຕ້ານໂຄວິດ - 19 ໃນໄລຍະທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຂະແໜງການ ແລະ ທ້ອງຖິ່ນຕ່າງໆຈົ່ງຢືດໝັ້ນປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂດຍອີງໃສ່ 3 ເສົາຄ້ຳ ແລະ ວິທີທີ່ໄດ້ກຳນົດແນະນຳໃຫ້ປະຊາຊົນໄປກວດພະຍາດໂຄວິດ - 19, ບໍໃຫ້ຂາດວັກຊິນ ແລະ ຢາປົວພະຍາດ.

vovworld.vn

ເຫດການ
302 Found

Found

The document has moved here.