ກອງປະຊຸມສຳມະນາ ປະທານໂຮ່ຈີມິນ ກັບພັກກອມມູນິດຝລັ່ງ ແລະ ນະຄອນ Marseille | |
ຫວຽດນາມ ເຂົ້າຮ່ວມເວທີປາໄສການຮ່ວມມືປ່ຽນແປງໃໝ່ດ້ານສາທາລະນະສຸກສາກົນ ປີ 2021 |
![]() |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຖືວ່າ: ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະສຸມໃສ່ປະກອບຄຳເຫັນໃສ່ຫຼາຍບັນຫາສຳຄັນ ແລະ ຮີບດ່ວນກ່ຽວກັບໜ້າທີ່ ແລະ ວຽກງານຂອງສະພາແຫ່ງຊາດໃນໄລຍະປະຈຸບັນ.
ທ່ານປະທານສະພາແຫ່ງຊາດໃຫ້ຮູ້ວ່າ ໃນຈຳນວນ 5 ເນື້ອໃນທີ່ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມວິສາມັນຄັ້ງນີ້, ມີ 4 ເນື້ອໃນທີ່ມີເງື່ອນໄຂຢ່າງຄົບຖ້ວນ ເພື່ອຍື່ນສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ລວມມີ:
ໜຶ່ງແມ່ນ, ຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍຈຳນວນໜຶ່ງ ເພື່ອແກ້ໄຂສິ່ງກີດຂວາງ ແລະ ຄວາມຫຍຸ້ງຍາກ ແລະ ມີເນື້ອໃນນະໂຍບາຍໃໝ່ທີ່ຈຳເປັນໃນສະພາບການທັງປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດ Covid-19, ທັງຟື້ນຟູ ແລະ ພັດທະນາເສດຖະກິດ.
ທີ 2 ປະກອບຄຳເຫັນໃສ່ແຜນຮ່າງກໍ່ສ້າງກົນໄກ, ນະໂຍບາຍປີການເງິນ ແລະ ເງິນຕາ ເພື່ອໜູນຊ່ວຍຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.
ທີ 3 ແມ່ນພິຈາລະນາ ແລະ ປະກອບຄຳເຫັນໃສ່ນະໂຍບາຍການລົງທຶນຂອງໂຄງການເສັ້ນທາງຄວາມໄວສູງ ເໜືອ-ໃຕ້ ໄລຍະ 2021-2025.
ທີ 4, ປະກອບຄຳເຫັນໃສ່ຮ່າງມະຕິກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍສະເພາະໃຫ້ແກ່ການພັດທະນານະຄອນເກີ່ນເທີ, ໂດຍແມ່ນໃຈກາງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເພື່ອແນໃສ່ຫັນແຜນນະໂຍບາຍ ແລະ ນະໂຍບາຍຂອງສູນກາງເປັນລະອຽດ.
ພາຍຫຼັງກ່າວຄຳປາໄສໄຂກອງປະຊຸມ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຟັງການສະເໜີ ແລະ ບົດລາຍງານການກວດກາຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນພາກລັດ ແລະ ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບການຮ່ວມມືພາກລັດ - ເອກະຊົນ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການປະມູນ, ກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍວ່າດ້ວຍລັດວິສາຫະກິດ, ກົດໝາຍວ່າດ້ວຍອາກອນຊົມໃຊ້ພິເສດ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ.
ບຸນຄົງ