ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ​ຢ້ຽມ​ຢາມ ສ.ເກົາຫຼີ ແລະ ອິນ​ເດຍ

06:34 | 14/12/2021

ຍ​ສໝ - ຕາມ​ກະຊວງ​ການ​ຕ່າງປະ​ເທດ​ແລ້ວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄປ​ຢ້ຽມຢາມ ສ.​ເກົາຫຼີ ​ແລະ ອິນ​ເດຍ ​ແຕ່​ວັນ​ທີ 12 – 19 ທັນ​ວາ.

ອິນ​ເດຍ ພ້ອມ​ແລ້ວ​ທີ່​ຈະ​ສະ​ໜອງວັກ​ຊິນ​ກັນ​ໂຄວິດ - 19 Remdesivir 1 ລ້ານ​ໂດ​ສ ໃຫ້​ແກ່ ຫວຽດາມ ອິນ​ເດຍ ພ້ອມ​ແລ້ວ​ທີ່​ຈະ​ສະ​ໜອງວັກ​ຊິນ​ກັນ​ໂຄວິດ - 19 Remdesivir 1 ລ້ານ​ໂດ​ສ ໃຫ້​ແກ່ ຫວຽດາມ
ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ​ຢ້ຽມ​ຢາມ ສ.ເກົາຫຼີ ແລະ ອິນ​ເດຍ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ເວືອງ​ດິ່ງ​ເຫ້ວ (ພາບ: baochinhphu.vn)

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ເວືອງ​ດິ່ງ​ເຫ້ວ ໄດ້​ດຳ​ເນີນ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາ​ຫຼີ Park Byeong-seug, ທ່ານປະ​ທານ​ສະ​ພາ​ຕ່ຳ ອິນ​ເດຍ Om Birla ແລະ ທ່ານ​ປະ​ທານ​ສະ​ພາ​ສູງ ອິນ​ເດຍ Venkaial Naidu.

ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ ສ.​ເກົາຫຼີ ​ແລະ ອິນ​ເດຍ ​ຢ່າງ​ເປັນ​ທາງ​ການ​ຂອງ ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເວືອງ​ດິ່ງ​ເຫ້ວ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 12 – 19 ທັນ​ວາ.

ຕາມ​ກະຊວງ​ການ​ຕ່າງປະ​ເທດ​ແລ້ວ, ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສ.​ເກົາຫຼີ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອິນ​ເດຍ ​ໃນ​ບັນດາ​ຂົງ​ເຂດ ​ໂດຍ​ສະ​ເພາະ​ແມ່ນ​ການ​ຟື້ນ​ຟູ​ເສດຖະກິດ​ພາຍຫຼັງ Covid-19, ​ເພີ່ມ​ທະວີ​ການພົບປະ​ປະຊາຊົນ, ການພົບປະແລກປ່ຽນກັບບັນດາທ້ອງຖິ່ນ.

ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຈະ​ມີ​ການ​ພົບ​ປະ​ກັບ​ຜູ້ຕາງ​ໜ້າ​ການ​ນຳ​ຂອງ​ຫຼາຍ​ພັກ​ການ​ເມືອງ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ອື່ນໆ​ຂອງ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.