ຫວຽດນາມ ຮຽກຮ້ອງເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳ ໃຫ້ແກ່ ສປ.ກົງໂກ

11:30 | 10/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​ການ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່ ສ​ປ.ກົງ​ໂກ ແລະ ການ​ເຄື່ອນ​ໄຫວ​ຂອງ ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ ສ​ປ​ຊ ຢູ່​ປະ​ເທດນີ້ (MOUNUSCO). ນະ​ທີ່ນີ້, ຫວຽດ​ນາມ ໄດ້​ຮຽກ​ຮ້ອງ​ໃຫ້​ໂລກ ຈົ່ງ​ເພີ່ມ​ທະ​ວີ​ກາ​ນ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ປະ​ເທດນີ້.

ຍີ່ປຸ່ນ ຊ່ວຍເຫລືອຫຼ້າ ຈໍານວນເງິນ 2 ຕື້ເຢນ ໃຫ້ແກ່ ຫວຽດນາມ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19 ຍີ່ປຸ່ນ ຊ່ວຍເຫລືອຫຼ້າ ຈໍານວນເງິນ 2 ຕື້ເຢນ ໃຫ້ແກ່ ຫວຽດນາມ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19
ສສ ຫວຽດນາມ ມອບສານປະສົມຜະລິດນ້ຳຢາລ້າງມືຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ສສ ຫວຽດນາມ ມອບສານປະສົມຜະລິດນ້ຳຢາລ້າງມືຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ
ຫວຽດນາມ ຮຽກຮ້ອງເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳ ໃຫ້ແກ່ ສປ.ກົງໂກ
ທ່ານ​ເອກ​ອັກ​ຄະ​ລ​ັດ​ຖະ​ທູດ ຟ້າມ​ຫ໋າຍ​ແອັງ, ອຸ​ປະ​ທູດ​ຊົ່ວ​ຄາວ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ພາບ: TTXVN)

ທ່ານນາງ Bintou Keita ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທັງ​ເປັນ​ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ການ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ສ​ປ.ກົງ​ໂກ ຖື​ວ່າ ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຢູ່​ ສ​ປ.ກົງ​ໂກ ໃນ​ໄລ​ຍະ​ຜ່ານ​ມາ ສືບ​ຕໍ່ບໍ່​ໄດ້​ຮັບ​ການ​ປ​ັບ​ປຸງ, ຊ້ຳ​ບໍ່​ໜຳ​ແມ່ນ​ຢູ່​ບາງ​ແຂວງຍິ່ງຮ້າຍແຮງກວ່າເກົ່າ. ເຖິງວ່າ​ອຳ​ນາດ​ການ​ປົ​ກ​ຄອງ​ປະ​ເທດນີ້ ໄດ້​ຖື​ສອງແຂວງເປັນ “ຈຸດ​ຮ້ອ​ນເຮັ່ງ” ເຊິ່ງແມ່ນ Kivu ເໜືອ ແລະ Ituri ພາຍ​ໃຕ້ “ສະ​ພາບ​ການ​ສຸກ​ເສີນ” ໃນ​ໄລ​ຍະ​ເວ​ລາ 7 ເດືອນ​ຜ່ານ​ມາ, ບັນ​ດາ​ກຸ່ມ​ປະ​ກອບ​ອາ​ວຸດຍັງ​ຊອກ​ຫາ​ວິ​ທີ​ການ​ຮັກ​ສາ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ ແລະ ຄ້າ​ຂາຍ​​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດແບບຜິດ​ກົດ​ໝາຍ, ເພີ່ມ​ການ​ນຳ​ໃຊ້​ອາ​ວຸດຕໍ່​ສາ​ມັນ​ຊົນ ແລະ ສິ່ງ​ກີດ​ຂວາງ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ.

ກ​ານ​ຂາດ​ຄວາມ​ໝັ້ນ​ຄົງ, ໂລກ​ລະ​ບາດ​ໂຄວິດ - 19 ແລະ ການ​ເກີດ​ໂລກ​ລະ​ບາດ Ebola ພວມ​ເຮັດ​ໃຫ້​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ນັບ​ມື້​ນັ​ບ​ຮ້າຍ​ແຮງ​ຢູ່ ສ​ປ.ກົງ​ໂກ, ໂດຍ​ແມ່ນ​ສະ​ຖານ​ທີ່​ທີ່​ມີ​ຈຳ​ນວນ​ຜູ້​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ​ຫຼາຍ​ທີ່​ສຸດ​ໃນ​ພາກ​ພື້ນ ດ້ວຍປະມານ 5,7 ລ້ານ​ຄົນ.

ທ່ານ​ນາງ Keita ກໍ່​ແຈ້ງ​ໃຫ້​ຊາບ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວ​ຍ​ຂອງ MONUSCO ໃນພື້ນທີ່​ຕົວ​ຈິງ, ໃນ​ນັ້ນ​ມີ​ແຜນ​ການ​ປັບ​ປຸງ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ປະຕິບັດ​ງານ ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ.

ທ່ານ​ເອກ​ອັກ​ຄະ​ລ​ັດ​ຖະ​ທູດ ຟ້າມ​ຫ໋າຍ​ແອັງ, ອຸ​ປະ​ທູດ​ຊົ່ວ​ຄາວ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ໄດ້​ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ກົນ​ຕໍ່​ການ​ຂາດ​ສະ​ຖຽນ​ລະ​ພາບ​ທີ່​ແກ່​ຍາວ ແລະ ເລື່ອງ​ສາ​ມັນ​ຊົນ​ຖືກ​ກຸ່ມ​ປະ​ກອບ​ອາ​ວຸດ​ບຸກ​ໂຈມ​ຕີ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫ໋າຍ​ແອັງ ກໍ່​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ດ້ານ​ມະ​ນຸດ​ສະ​ທຳ ແລະ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່ກອງ​ທຶນ​ມະ​ນຸດ​ສະ​ທຳ ຂອງ ສ​ປ​ຊ ຢູ່ ສ​ປ.ກົງ​ໂກ.

ທ່ານ ຟ້າມ​ຫ໋າຍ​ແອັງ ກໍເນັ້ນ​ໜັກ​ເຖິງ​ເລື່ອງ​ຕ້ອງ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ສາຍ​ເຫດ​ຂອງ​ການ​ຂາດ​ສະ​ຖຽນ​ລະ​ພາບ​ຜ່ານ​ບັນ​ດາ​ຍຸດ​ທະ​ສາດ​ໃໝ່​ກ່ຽວ​ກັບ​ການ​ປົກ​ປ້ອງ​ສາ​ມັນ​ຊົນ ເພີ່ມ​ທະ​ວີ​ສິດ​ອຳ​ນາດ​ຂອງ​ລັດ, ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ປະ​ຕິ​ຮູບ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ. ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ສ​ປ.ກົງ​ໂກ ແລະ ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ພາກ​ພື້ນ ກໍ່​ຄື​ການ​ໜູນ​ຊ່ວຍ​ທີ່​ຂາດ​ບໍ່​ໄດ້​ຂອງ​ປະ​ຊາ​ຄົມ​ສາ​ກົນ ກັບບັນດາ​ຄວາມ​ມາ​ນະ​ພະ​ຍາ​ຍາມນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.