ຍສໝ - ທ່ານ ໂດຊວັນຕວຽນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມ ກອງທຶນສຳຜັດເຕັກໂນໂລຢີປ້ອງກັນ, ຕ້ານໂຄວິດ - 19 (C-TAP) ເພື່ອແນໃສ່ແປ່ງບັນການປະດິດສ້າງ ແລະ ການຖ່າຍທອດເຕັກໂນໂລຢີພ້ອມກັບໂລກຮັບມືກັບໂລກລະບາດໂຄວິດ - 19 ແລະ ໂລກລະບາດຕ່າງໆ…
ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງານສະຖານກົງສຸນໃຫຍ່ ແລະ ບັນດາສະມາຊິກຄະນະຜູ້ແທນສະຖານກົງສຸນໃຫຍ່ ສາທາລະນະລັດ ອິນໂດເນເຊຍ ປະຈຳນະຄອນ ໂຮ່ຈີມິນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງນາຍ.
ຍສໝ - ບົດລາຍງານກໍຊີ້ໃຫ້ເຫັນ 5 ຂົງເຂດຕົ້ນຕໍທີ່ຊ່ວຍປັບປຸງດັດຊະນີການເຊື່ອມຕໍ່ແຫ່ງຊາດ ລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ,ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດູດດື່ມຢູ່ພາຍໃນປະເທດ, ການເປີດປະຕູໃຫ້ກະແສລົງທຶນສາກົນ, ເຊື່ອມໂຍງໃນພາກພື້ນ ແລະ ໜູນຊ່ວຍສັງຄົມ.
ຍສໝ - ຕາມກົມປູກຝັງຫວຽດນາມ ແລ້ວ, ຄາດວ່າ ທ້າຍປີນີ້ ຫຼື ປີ 2022, ຈີນຈະນຳໃຊ້ມາດຕະການກວດກາແບບທາງໄກສຳລັບຜັກໝາກໄມ້ 3 ຊະນິດນັ້ນແມ່ນ: ມັນຕົ້ນ, ໝາກກ້ຽງ, ຖົ່ວລຽນ, ພ້ອມທັງອາດຈະພິຈາລະນານຳເຂົ້າໝາກໜອດ ຫວຽດນາມ.
ຍສໝ - ອົງການຈັດຕັ້ງການເດີນທະເລສາກົນ (IMO) ຫາກໍ່ຈັດຕັ້ງພິທີມອບລາງວັນການເດີນທະເລປະຈຳປີ ຢູ່ລອນດອນ ປະເທດ ອັງກິດ, ນີ້ສະມາຊິກກ່ຳປັ່ນ ຫວຽດນາມ ຄົນທຳອິດທີ່ເປັນກຽດໄດ້ຮັບລາງວັນນີ້.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ແລະ ອົງການພັດທະນາແມ່ຍິງ ສປຊ (UNWOMEN) ສົມທົບກັນຈັດຕັ້ງກອງປະຊຸມສຳມະນາສາກົນ ກ່ຽວກັບຫົວຂໍ້ “ຊຸກຍູ້ການປະຕິບັດໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ບົດບາດຂອງໂຄງການກະທຳແຫ່ງຊາດ” ຕາມຮູບແບບທາງໄກສົມທົບກັບໂດຍກົງ.
ຍສໝ - ຫວ່າງແລ້ວນີ້, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທິດ ໄດ້ສົມທົບກັບກະຊວງຕຳຫຼວດຈັດຕັ້ງການຖະແຫຼງຂ່າວ ກ່ຽວກັບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ຮັບປະກັນອະທິປະໄຕແຫ່ງຊາດທາງເຄືອຂ່າຍອີນເຕີເນັດ”ເຊິ່ງຈັດໃນວັນທີ 8 ທັນວາ ຢູ່ຮ່າໂນ້ຍ ແລະ ແບບທາງໄກຢູ່ 63 ສະຖານທີ່ເຊື່ອມຕໍ່ຖ່າຍທອດສົດຂອງຕຳຫຼວດບັນດາແຂວງ, ນະຄອນຂຶ້ນກັບສູນກາງ.
ຍສໝ - ຫວ່າງແລ້ວນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຂາດສະຖຽນລະພາບຢູ່ ສປ.ກົງໂກ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານຂອງ ສປຊ ຢູ່ປະເທດນີ້ (MOUNUSCO). ນະທີ່ນີ້, ຫວຽດນາມ ໄດ້ຮຽກຮ້ອງໃຫ້ໂລກ ຈົ່ງເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳໃຫ້ປະເທດນີ້.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຝລັ່ງ ໄດ້ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາແບບທາງໄກກ່ຽວກັບຫົວຂໍ້ ປະທານໂຮ່ຈີມິນ ກັບພັກກອມມູນິດ ຝລັ່ງ ແລະ ນະຄອນ Marseille ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນ ລຸງໂຮ່ ອອກຈາກປະເທດຊາດ ໄປຊອກຫາເສັ້ນທາງກູ້ຊາດ ແລະ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຝລັ່ງ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ, ປະທານສະພາການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໄດ້ເປັນປະທານວາລະກອງປະຊຸມຄັ້ງທີ 1 ສະພາການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບອາຍຸການ 2021 – 2026.
ຕອນເຊົ້າວັນທີ 8 ທັນວາ, ຢູ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ເຈິ່ນເກິມຕູ໊ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະເຈລະຈາທາງໄກກັບທ່ານ ຄຳພັນ ພົມມະທັດ - ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ປະທານອົງການກວດກາແຫ່ງລັດ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງສູນກາງພັກປະຊາຊົນປະຕິວັດ ລາວ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ ຈະພ້ອມກັນປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງ ແລະ ຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງກ່ຽວກັບສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ - ລາວ.
ຍສໝ - ວັນທີ 5 ທັນວາ, ຢູ່ສຸກສາລາ ແດນສະຫວັນ (ເມືອງເຊໂປນ, ແຂວງ ສະຫວັນນາເຂດ, ລາວ) ບັນດາໜ່ວຍງານ ຫວຽດນາມ - ລາວ ໄດ້ສົມທົບກັນຈັດຕັ້ງການປິ່ນປົວພະຍາດ ແລະ ສະໜອງຢາໃຫ້ແກ່ປະຊາຊົນໃນບໍລິເວນໂດຍບໍ່ເສຍຄ່າ. ນີ້ແມ່ນການເຄື່ອນໄຫວນອນໃນລະບົບການເຄື່ອນໄຫວຂອງໂຄງການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ລະຫວ່າງ ຫວຽດນາມ - ລາວ ຄັ້ງທີ 1 ປີ 2021.
ຍສໝ - ວິທະຍາຄານເສນາຮັກ ແລະ 3 ວິທະຍາຄານ, ໂຮງໝໍກອງທັບ ໄດ້ຈັດຕັ້ງພິທີອອກເຄື່ອນທັບ, ລະດົມພະນັກງານ, ແພດໝໍ, ນັກສຳມະນາກອນ, ພະນັກງງານເສນາຮັກ 410 ຄົນ ເພີ່ມທະວີການໜູນຊ່ວຍໃຫ້ແກ່ບັນດາທ້ອງຖິ່ນໃນບໍລິເວນ ທະຫານເຂດ 7, ທະຫານເຂດ 9 ປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຍສໝ - ວັນທີ 6 ທັນວາ, ກະຊວງຕຳຫຼວດໄດ້ສົມທົບກັບສຳນັກພິມການເມືອງແຫ່ງຊາດ ຊື້ເທີດ ຈັດການຖະແຫຼງຂ່າວເພື່ອແຈ້ງຂໍ້ມູນກ່ຽວກັບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ຮັບປະກັນອະທິປະໄຕແຫ່ງຊາດທາງເຄືອຂ່າຍອີນເຕີເນັດ” ເຊິ່ງຈະຈັດຂຶ້ນໃນວັນທີ 08 ທັນວາ, ຢູ່ ຮ່າໂນ້ຍ.
ຍສໝ - ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງບົດບາດ, ການປະກອບສ່ວນຂອງຈີນ ໃນການໜູນຊ່ວຍບັນດາປະເທດຮັບມືກັບໂລກລະບາດໂຄວິດ - 19, ໃນນັ້ນມີ ຫວຽດນາມ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຈາກ ທ່ານກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ມາຢ້ຽມຢາມສັດຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ 2021.
ຍສໝ - ທ່ານ Wang Wenbin ໂຄສົກກະຊວງການຕ່າງປະເທດຈີນ ຢືນຢັນວ່າ: ຫວຽດນາມ, ມາເລເຊຍ, ກຳປູເຈຍ ແລະ ອິນໂດເນເຊຍ ແມ່ນສະມາຊິກສຳຄັນຂອງອາຊຽນ, ແມ່ນປະເທດບ້ານໃກ້ເຮືອນຄຽງມິດຕະພາບທີ່ສຳຄັນຂອງຈີນ, ຍາມໃດກໍ່ຖືເປັນສຳຄັນການພົວພັນຕ່າງປະເທດກັບບັນດາປະເທດອາຊຽນ ໃນນະໂຍບາຍການຕ່າງປະເທດຂອງຕົນ.
ຍສໝ - ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ຖືປັດໄຈມະນຸດ ແລະ ຄວາມໝັ້ນຄົງຂອງມະນຸດເປັນໃຈກາງຂອງທຸກການເຄື່ອນໄຫວ.
ຍາໝ - ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢືນຢັນວ່າ ການພົວພັນ ຫວຽດນາມ - ຈີນ ແມ່ນໝັ້ນຄົງ ແລະ ດີງາມ, ຕອບສະໜອງຄວາມມຸ່ງມາດປາດຖະໜາລວມ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ 2 ປະເທດ.