ເປີດ​ນຳ​ໃຊ້ ​ຄໍ​ລ້ຳ “Live Fully in Vietnam”

06:10 | 16/12/2021

ຍ​ສ​ໝ - ກົມ​ການ​ໃຫຍ່​ກາ​ນທ່ອງ​ທ່ຽວ ໄດ້​ເປັນ​ເວັບ​ໄຊ​ເປີດ​ນຳ​ໃຊ້​ຄ​ໍ​ລ້ຳ “Live Fully in Vietnam” ຢ່າງເປັນທາງການໃນ​ເວັບ​ໄຊໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ໃຫ້​ສຳລັບແຂກ​ທ່ອງ​ທ່ຽວ​ສາ​ກົນ ຢູ່​ເວັບ​ໄຊ https://vietnam.travel, ພ້ອມ​ທັງ​ແນະ​ນຳ​ວີ​ດີ​ໂອຕາມແຕ່ລະ​ຫົວ​ຂໍ້ (Hero Video) ຂອງ​ບັ້ນ​ສື່​ມວນ​ຊົນ “Live Fully in Vietnam”.

ນະຄອນ ດ່າໜັງ ຕ້ອນຮັບນັກທ່ອງທ່ຽວ MICE 500 ຄົນທຳອິດ ນະຄອນ ດ່າໜັງ ຕ້ອນຮັບນັກທ່ອງທ່ຽວ MICE 500 ຄົນທຳອິດ
ປຸກ​ລະ​ດົມ​ການປະກວດພາບ​ຖ່າຍ ແລະ ວີ​ດີ​ໂອຄວາມ​ປະ​ທັບ​ໃຈກ່ຽວ​ກັບ​ກາດ​ບ່າ ປຸກ​ລະ​ດົມ​ການປະກວດພາບ​ຖ່າຍ ແລະ ວີ​ດີ​ໂອຄວາມ​ປະ​ທັບ​ໃຈກ່ຽວ​ກັບ​ກາດ​ບ່າ
ເປີດ​ນຳ​ໃຊ້ ​ຄໍ​ລ້ຳ “Live Fully in Vietnam”
ພາບ​ປະ​ກອບ: vnmedia.vn

ຄໍ​ລ້ຳ “Live Fully in Vietnam” ແມ່ນ​ພື້ນ​ຖານ​ຜັນ​ຂະ​ຫຍາຍ​ບັ້ນ​ສື່ມວນ​ຊົນ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ສາ​ກົນຂອງ ຫວຽດ​ນາມ, ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ຊອກ​ຮູ້​ກ່ຽວ​ກັບ​ທຳ​ມະ​ຊາດ, ວັດ​ທະ​ນະ​ທຳ ແລະ ຊາວ​ຫວຽດ​ນາມ ຄື ອ່າວ​ຮະ​ລອງ, ຫາດ​ທະ​ເລ​ຊາຍ​ອ່າວ​ຮະ​ລອງ, ຫາດ​ທະ​ເລ​ຊາຍ ຝຸກວັກ, ຍາ​ຈາງ, ດ່າ​ນັ້ງ, ເມືອງ​ເກົ່າ​ໂຮ້ຍ​ອານ…

ໄປ​ຄຽງ​ຄູ່​ກັບ​ວີ​ດີ​ໂອ​ຄຼິບຕາມແຕ່ລະ​ຫົວ​ຂໍ້, ຄໍ​ລ​້ຳ “Live Fully in Vietnam” ກໍຍັງ​ສະ​ໜອງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາ​ກົນກ່ຽວກັບບັນ​ດາ​ຂໍ້​ມູນ​ຂ່າວ, ການແນະນຳ​ຕາມ​ບັນ​ດາ​ຮູບ​ແບບ​ວັດ​ທະ​ນະ​ທຳ, ອາ​ຫານ​ການ​ກິນ, ສຸ​ຂະ​ພາບ, ພັກຜ່ອນບຳ​ລຸງ​ສຸ​ຂະ​ພາບ​ຢູ່​ເຂດ​ທະ​ເລ…

ທ້າຍ​ເດືອນ​ພະ​ຈິກ ທີ່​ຜ່ານ​ມາ, ຂະ​ແໜງ​ການ​​ທ່ອງ​ທ່ຽວ​ໄດ້​ເຫັນ​ປະ​ຈັກ​ຕາ​ບາດ​ກ້າວ​ໃໝ່ ເມື່ອ​ຮັບ​ຕ້ອນ​ແຂ​ກ​ທ່ອງ​ທ່ຽວທຳ​ອິດ​ກັບ​ຄືນມາ ຫວຽດ​ນາມ ພາຍຫຼັງ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ມາ​ເປັນ​ເວ​ລາເກືອບ 2 ປີ.

ການ​ເປີດ​ນຳ​ໃຊ້​ຄໍ​ລ້ຳ “Live Fully in Vietnam” ແລະ ແນະ​ນຳວີ​ດີ​ໂອຕາມແຕ່ລະຫົວ​ຂໍ້ ​ແມ່ນບັນ​ດ​າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ຢ່າງ​ແຮງບັ້ນ​ສົ່ງ​ເສີມ, ໂຄ​ສະ​ນາ​ໂດຍ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ປຸກ​ລະ​ດົມ​ທີ່​ມີ​ຫົວ​ຂໍ້​ວ່າ "Live Fully in Vietnam" ຕິດ​ພັນ​ກັບ​ເຄື່ອງ​ໝາຍ​ການ​​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ - Timeless Charm.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.