“ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ

15:07 | 16/12/2021

ຍ​ສ​ໝ - ການ​ໂອ້​ລົມ​ສົນ​ທະ​ນາ “ພົບ​ປະ​ກັນ​​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ເຊື່ອມ​ຕໍ່​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ” ເພື່ອ “ການ​ຮ່ວມ​ມື 3 ຝ່າຍ” ພ້ອມ​ກັນ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ, ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ຈີນ​ຮັດ​ແໜ້ນ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ວິ​ສາ​ຫະ​ກິດ​ຕ້ອງ​ໃສ່ໃຈ 11 ຈຸດ ຈີນ​ຮັດ​ແໜ້ນ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ວິ​ສາ​ຫະ​ກິດ​ຕ້ອງ​ໃສ່ໃຈ 11 ຈຸດ
ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ ຊອກ​ຫາກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ ຫວຽດ​ນາມ ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ ຊອກ​ຫາກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ ຫວຽດ​ນາມ
“ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ
ການ​ໂອ້​ລົມ​ສົນ​ທະ​ນາ (ພາບ: baodansinh.vn)

ໃນ​ຂອບ​ເຂດກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ທົ່ວ​ປະ​ເທດ ​ຄັ້ງ​ທີ 20 ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈັດ​ຕັ້ງ, ຫວ່າງແລ້ວນີ້, ການ​ໂອ້​ລົມ​ສົນ​ທະ​ນາ “ພົບ​ປະ​ກັບ​ຄະນະການ​ທູດ, ສະຫະສະ​ມາ​ຄົມ​ວິ​ສ​າ​ຫະ​ກິດ​ຕ່າງ​ປະ​ເທດ, ເຊື່ອມ​ຕໍ່​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ” ໄດ້​ດຳ​ເນີນ​ແບບ​ທາງ​ໄກ ສົມ​ທົບ​ກັບໂດຍ​ກົງ ດ້ວຍ​ສະ​ຖານ​ທີ່​ເຊື່ອມ​ຕໍ່ທາງໄກ 300 ແຫ່ງ​ຢູ່ ຫວຽດ​ນາມ ແລະ ສາ​ກົນ.

ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ​້​ລົມ​ສົນ​ທະ​ນາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໂຕ​ແອັງ​ຢຸງ ໃຫ້​ຮູ້​ວ່າ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ກຳ​ນົດ​ທິດ​ນຳ​ທີ່​ວ່າ “ສ້າງ​ການ​ທູດ​ເສດ​ຖະ​ກິດ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ, ຖື​ປະ​ຊາ​ຊົນ, ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ​ເປັນ​ໃຈ​ກາງ​ຮັບ​ໃຊ້”.

ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ກັບ​ວິ​ສາ​ຫະ​ກິດຕ່າງ​ປະ​ເທດ ໄດ້​ກາຍ​ເປັນ​ເນື້ອ​ໃນ​ສຳ​ຄັນ​ໃນ​ວຽກ​ງານ​ການ​ທູດດ້ານ​ເສດ​ຖະ​ກິດ ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍູ້​ແຮງ, ປະ​ກອບ​ສ່ວນ​ເປີດກວ້າງ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່.

ດ້ວຍ​ເຄືອ​ຂ່າຍ 94 ອົງ​ການ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ນຳ​ບັນ​ດາ​ຄູ່​ຮ່ວມ​ມືຕ່າງ​ປະ​ເທດຫ​ຍັບ​​ເຂົ້າໃກ້​ກັບ ຫວຽດ​ນາມ ກ່​ວາ ແລະ ນຳ​ບັນ​ດາ​ວິ​ສາ​ຫະ​ກິດ, ທ້ອງ​ຖິ່ນ ຫວຽດ​ນາມ ບືນ​ຕົວ​ຂຶ້ນອອກ​ສູ່​ພາກ​ພື້ນ ແລະ ໂລກ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ວິ​ວັດ​ການ​ສ້າ​ງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

​ຢູ່​ວາ​ລະ “ເຊື່ອມ​ຕໍ່​ເພື່ອ​ກາ​ນ​ພັດ​ທະ​ນາ”, ບັນ​ດາ​ນັກ​ປະ​ຖະ​ກະ​ຖາຈ​າກ​ບາງ​ອົງ​ການ​ການ​ທູດ​ຂອງ​ຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ (ລາວ, ຍີ່​ປຸ່ນ, ລັດ​ເຊຍ, ຝ​ລັ່ງ) ແລະ ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ​ນານ​ນິງ, ຈີນ ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ ລະ​ຫວ່າງ ຫວຽດ​ນາມ ແລະ ປະ​ເທດ​ຄູ່​ຮ່ວມ​ມື.

ຜູ້​ຕາງ​ໜ້າ​ບາງ​ແຂວງ, ນະ​ຄອນ (ຫ໋າຍ​ຝ່ອງ, ບັກ​ນິງ, ກ໋​ວາງ​ນິງ, ບັກ​ຢາງ) ແບ່ງ​ປັນ​ຢູ່​ການ​ໂອ້​ລົມ​ສົນ​ທະ​ນາ​ບັນ​ດ​າບົດ​ຮຽນ, ປະ​ສົບ​ການທີ່​ຖອດ​ຖອນ​ມາ​ຈາກ​ການ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທ​ດ.

ຢູ່ວາ​ລະ​ກອງ​ປະ​ຊຸມ “ການ​ຮ່ວມ​ມື​ລົງ​ທຶນ ແລະ ການ​ຄ້າ”, ບັນ​ດາ​ນັກ​ປະ​ຖະ​ກະ​ຖາ​ສາ​ກົນ​ໄດ້​ຊີ້​ໃຫ້​ເຫັນ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19, ເປີດ​ປະ​ຕູ​ຄືນ​ໃໝ່, ຟື້ນ​ຟູ​ການ​ຜະ​ລິດ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.