ຫວຽດ​ນາມ ແມ່​ນ​ສະ​ຖານ​ທີ່​ລ່ອງ​ເຮ​ືອ​ສຳ​ລານ​ດີ​ທີ່​ສຸດ​ຢູ່​ອາ​ຊີ

07:07 | 16/12/2021

ຍ​ສ​ໝ - ເດືອນ​ທັນ​ວາ, World Cruise Awards (WCA) ໄດ້​ມອບ​ນາມ​ມະ​ຍົດ​ສະ​ຖານ​ທີ່​ລ່ອງ​ເຮືອ​ສຳ​ລານ​ດີ​ທີ່​ສຸດ​ຢູ່​ອາ​ຊີ 2021 ໃຫ້​ຫວຽດ​ນາມ. ໝາກ​ຜົນ​ໂດຍ WCA ຂຶ້ນ​ກັບ​ລາງວັນ​ໂດຍ Word Travel Awards ປະ​ກາດ​ປະ​ຈຳ​ປີ. ປະ​ເທດທີ່​່ຄວ້າລາງວັນແມ່ນປະເທດທີ່ໄດ້​ຮັບຄະແນນ​ການ​​ເລືອກຫຼາຍ​ທີ່​ສຸດ​ຈາກ​ບັນ​ດາ​ນັກ​ຊ່ຽວ​ຊານ​ແຖວ​ໜ້າ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ ຜູ້​ອ່ານ​ໃນ​ທົ່ວ​ໂລກ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ກາ​ນ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ກາ​ນ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ
ຍູ້​ແຮງ​ການ​ພົ​ວ​ພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ - ກຳປູ​ເຈຍ ຍູ້​ແຮງ​ການ​ພົ​ວ​ພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ - ກຳປູ​ເຈຍ
ຫວຽດ​ນາມ ແມ່​ນ​ສະ​ຖານ​ທີ່​ລ່ອງ​ເຮ​ືອ​ສຳ​ລານ​ດີ​ທີ່​ສຸດ​ຢູ່​ອາ​ຊີ
ການ​ລ່ອງ​ເຮືອ​ສຳ​ລານ ຢູ່​ດ່າ​ນັ້ງ (ພາບ: TTXVN)

ໄປຄຽງ​ຄູ່​ກັບເສັ້ນທາງ​ແຄມ​ທະ​ເລ​ທີ່​ມີ​ລວງ​ຍາວ 3.260 ກ​ີ​ໂລ​ແມັດ, ຫວຽດ​ນາມ ຍັງ​ມີ​ລະ​ບົບ​ແມ່​ນ້ຳ​ລຳ​ເຊ​ທີ່​ອຸ​ດົມ​ສົບ​ບູນ, ຕິດ​ພັນ​ກັບ​ການ​ດຳ​ລົງ​ຊີ​ວິດ, ວັດ​ທະ​ນະ​ທຳ​ຂອງ​ປະ​ຊາຊົນ. ມີ​ຫຼາຍ​ແຫ່ງ​ໄດ້​ນຳ​ເຂົ້າ​ຂຸດ​ຄົ້ນ​ການທ່ອງ​ທ່ຽວ, ສ້າງ​ເປັນ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ໃນ​ນັ້ນ​ ຕ້ອງ​ເວົ້າ​ເຖິງ​ເຂດ​ແມ່​ນ້ຳ​ດິນແດນທີ່ອຸດົມສົມບູນຢູ່ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ຫວຽດນາມ, ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ແມ່ນ​ຕະຫຼາດ​ບົນ​ແມ່​ນ້ຳ. ແຂກ​ທ່ອງ​ທ່ຽວກໍ່​ສາ​ມາດ​ແວ່​ຢາມ​ແມ່​ນ້ຳ​ເກິ່ນ​ເທີ. ພິ​ເສດ​ແມ່ນ​ບໍ່​ອາດ​ພາດ​ຕະຫຼາດ​​ນ້ຳ​ກ໊າຍ​ຮັງ, ຟອງ​ດຽນ ເພື່ອ​ຊອກ​ຮູ້​ການ​ດຳ​ລົງ​ຊີ​ວິດ, ພົວ​ພັນ​ການ​ຄ້າ​ຂອງ​ປະ​ຊາ​ຊົນ, ຊີມ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່ຂາຍຢູ່ນຳ​ເຮືອ.

ດ່າ​ນັ້ງ​ກໍ່​ມີ​ຜະ​ລິດ​ຕະ​ພັນ​ທີ່​ຄ້າ​ຍ​ຄື​ກັນ​ນັ້ນ​ຍ້ອນ​ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບສາຍນຳ້ໄຫຼ​ອ້ອມ​ນະ​ຄອນ, ມີປະ​ຕູ​ແມ່​ນ້ຳຮ່ານອອກສູ່ທະ​ເລ ແລະ ບັນ​ດາ​ໝູ່​ເກາະ​ຢູ່​ອ່າວ​ດ່າ​ນັ້ງ. ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ລ່ອງ​ເຮືອ​ສຳ​ລານ​, ຊົມ​ວິວ​ນະ​ຄອນ ກັບ​ບັນ​ດາ​ກິດ​ຈະ​ກຳ​ທີ່​ເປັນ​ສັນ​ຍາ​ລັກ​ຄື ຂົວ​ແມ່​ນ້ຳ​ຮ່ານ, ຂົວ​ຮົ່ງ…ເມື່ອ​ລ່ອງ​ເຮືອ​ສຳ​ລານ​ ກໍຍັງ​ໄດ້​ຮັບ​ຊົມ​ການ​ສະ​ແດງ​ສິ​ລະ​ປະ​ຟ້ອນ​ຈຳ ​ທີ່​ເປັນ​ມູນ​ເຊື້ອ​ນຳອີກ.

ລາງວັນ World Travel Awards​ ແມ່ນ​ລາງວັນ​ທ່ອງ​ທ່ຽວ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ໄດ້​ສ້າງ​ຂຶ້ນ​ໃນ​ປີ 1993 ເພື່ອ​ເຊີ​ດ​ຊູ, ຮ​ັບ​ຮູ້​ບັນ​ດາ​ເຄື່ອງ​ໝາຍ​ການ​ທ່ອງ​ທ່ຽວ, ບໍ​ລິ​ສ​ັດ​ທ່ອງ​ທ່ຽວ, ໂຮງ​ແຮມ​ແຖວ​ໜ້າ​ຂອງ​ໂລກ ແລະ ໃນ​ພ​າກ​ພື້ນ. ໃນ​ປີນີ້, ຫວຽດ​ນາມ ໄດ້​ຮັບ​ຫຼາຍ​ລາ​ງວັນ​ຄື: ສະ​ຖານ​ທີ່​ນັ​ດ​ພົບ​ແຖວ​ໜ້າ​ອາ​ຊີ, ນະ​ຄອນ​ວັດ​ທະ​ນະ​ທຳ​ແຖວ​ໜ້າ​ອາ​ຊີ (ໂຮ້ຍ​ອານ, ກວ​າງ​ນາມ), ປ່າ​ສະ​ຫງວນ​ແຫ່ງ​ຊາດ​ແຖວ​ໜ້າ​ອາ​ຊີ (ກຸກ​ເຟຶອງ)…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.