ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

14:07 | 17/12/2021

ຍ​ສ​ໝ - ໂດຍ​ສືບ​ຕໍ່​ໂຄງ​ການ​ກອງ​ປະ​ຊຸມ​ປະ​ຈຳ​ປີ ​ຄັ້ງ​ທີ 29 ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF-29), ຕອນ​ເຊົ້າ​ວັນ​ທີ 15 ທັນ​ວາ, ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ລັດ​ຖະ​ສະ​ພາ​ສະ​ມາ​ຊິກ APPF ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ​ທີ 3 ກ່ຽວ​ກັບ​ການ​ຮ່ວມ​ມື​ເຂດ​ອາ​ຊີ - ປາ​ຊີ​ຟິກ ຕາມ​ຮູບ​ແບບ​ທາງ​ໄກ.

“ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ “ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່​ງ​ປັນ​​​ການປະ​ດິດ​​ສ້າງ​ເຕັກ​ໂນ​ໂລ​ຢີ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່​ງ​ປັນ​​​ການປະ​ດິດ​​ສ້າງ​ເຕັກ​ໂນ​ໂລ​ຢີ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ແລະ ທ່ານ​ເລ​ຂາ​ທິ​ການ ສ​ປ​ຊ Antonio Guterres (ພາບ: TTXVN)

ກອງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 29 ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປ​າ​ຊີ​ຟິກ (APPF - 29) ໂດຍ​ສະ​ພາ​ແຫ່ງ​ຊາດ ສ.ເກົາ ຫຼີ​ ເປັນ​ເຈົ້າ​ພາບ​ຈ​ັດ​ຕັ້ງ​ຕາມ​ຮູບ​ແບບ​ທາງ​ໄກ. ເຂົ້າ​ຮ່ວມ​ເຫດ​ການ​ມີ​ຜູ້​ແທນ 150 ທ່ານ​ທີ່​ມາ​ຈາກ 23 ລັດ​ຖະ​ສະ​ພາ​ສະ​ມາ​ຊິກ, ແຂກ​ຖືກ​ເຊີນ ແລະ ຜູ້​ສັງ​ເກດ​ການ.

ຈາກ​ສະ​ຖານ​ທີ່ເຊື່ອມຕໍ່ທາງໄກ ​ຮ່າ​ໂນ້ຍ, ໂດຍ​ປະ​ກອບ​ຄຳ​ເຫັນ​ໃສ່​ກອງ​ປະ​ຊຸມ, ທ່ານນາງ ເລ​ທູ​ຮ່າ ຜູ້​ຕາງ​ໜ້າ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ກຳ​ມະ​ການ​ປະ​ຈຳ​ການ​ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ ຢັ້ງ​ຢືນ​ວ່າ ບັນ​ດາ​ການ​ກະ​ທຳ​ລວມ ແລະ ເຂັ້ມແຂງ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ອາດ​ຈະ​ແມ່ນ​ລູກ​ກຸນ​ແຈ ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຖຽນ​ລະ​ພາບ, ຫຼີກ​ລ້ຽງ​ການ​ປະ​ທະ​ກັນ ແລະ ປັ​ບ​ປຸງ​ພື້ນ​ຖານ​ໃຫ້​ແກ່​ຄວາມ​ຍືນ​ຍົງ. ທ່ານ​ນາງ ເລ​ທູ​ຮ່າ ສະແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ດ້ວ​ຍ​ບັນ​ດາ​ນັກ​ປະ​ຖະ​ກະ​ຖາກ່ອນ​ນັ້ນ ກ່ຽວ​ກັບ​ບົດ​ບາດ​ຂອງ​ລັດ​ຖະ​ສະ​ພາ ແລະ ການ​ກະ​ທຳ​ເພື່ອດິນ​ຟ້າ​ອາ​ກາດ​ທີ່​ຕ້ອງ​ການ​ສະ​ແດງ​ໃຫ້ຫຼາຍ​ກ່​ວາອ​ີກ ​ແນ​ໃສ່​ພັດທະ​ນາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

​ທ່ານ​ນາງ ເລ​ທູ​ຮ່າ ເນັ້ນ​ໜັກວ່າ ໂດຍ​ແມ່ນປະ​ເທດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າກາດ ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ, ຫວຽດ​ນາມ ​ບໍ່ເປັນກັງວົນ​ຕໍ່​ຄວາມ​ມາ​ນະ​ພ​ະ​ຍາ​ຍາມ​ເຂົ້າ​ຮ່ວມ​ບັນ​ດາ​ການກະທຳ​ຂອງ​ສາ​ກົນ ແລະ ພາກ​ພື້ນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​ກາດ, ເຮັດ​ໃຫ້​ຄວາມ​ໄວ​ທີ່ໂລກຈະອຸ່ນ​ຂຶ້ນ ຫຼຸດ​ລົງ.

ຕອນ​ບ່າຍ​ວັນ​ທີ 15 ທັ​ນ​ວາ, ບັນ​ດາ​ລັດ​ຖະ​ສະ​ພາ​ສະ​ມາ​ຊິກ APPF – 29 ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄົບ​ຄະ​ນະ​ສຸດ​ທ້າຍ (ລົງນາມໃນ​ຖະ​ແຫຼງ​ການ​ຮ່ວ​ມ) ແລະ ​ດຳ​ເນີນ​ພິ​ທີ​ອັດ​ກອງ​ປະ​ຊຸມ APPF – 29.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.