ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ

19:07 | 16/12/2021

ພາຍຫຼັງມາຮອດອິນເດຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອິນເດຍ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ​ຢ້ຽມ​ຢາມ ສ.ເກົາຫຼີ ແລະ ອິນ​ເດຍ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ​ຢ້ຽມ​ຢາມ ສ.ເກົາຫຼີ ແລະ ອິນ​ເດຍ
ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ. ພາບ: TTXVN

ຕອນບ່າຍວັນທີ 15 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຮອດສະໜາມບິນ ທະຫານ Palam, New Delhi ເລີ່ມຕົ້ນການຢ້ຽມຢາມ ອິນເດຍຢ່າງເປັນທາງການຕາມຄຳເຊື້ອເຊີນຂອງປະທານສະພາຕ່ຳ ແລະ ສະພາສູງອິນເດຍທ່ານOm Birla ແລະ ທ່ານ Venkaiah Naidu ໃນລະຫວ່າງວັນທີ 15 - 19 ທັນວາ.

ພາຍຫຼັງມາຮອດອິນເດຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອິນເດຍ.

ຄາດວ່າ, ໃນການຢ້ຽມຢາມອິນເດຍຢ່າງເປັນທາງການນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະມີການພົບປະ ກັບທ່ານປະທານສະພາຕ່ຳອິນເດຍ, ທ່ານປະທານສະພາສູງ, ທ່ານຮອງປະທານາທິບໍດີ ອິນເດຍ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ, ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ພັກກອມມູນິດ ອິນເດຍ… ນອກຈາກນັ້ນຍັງມີບາງການເຄື່ອນໄຫວຂອງຜູ້ຕາງໜ້າລັດຖະບານ ແລະ ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.

vovworld.vn

ເຫດການ
302 Found

Found

The document has moved here.